ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ​ແລະ ​ເກົາຫຼີ​ໃຕ້ ຈະ​ເລີ້ມ​ ​ການຊ້ອມລົບຮ່ວມ​ ທາງ​ທະຫານ ​ປະຈຳ​ປີ


បេក្ខជន​ប្រធានាធិបតី​គណបក្ស​សាធារណ​រដ្ឋ​លោក Mitt Romney (ឆ្វេង) និង​លោក​ប្រធានាធិបតី​ Barack Obama តទល់​មតិ​គ្នា​នៅ​ក្នុង​ការ​ជជែក​តស៊ូ​មតិ​ប្រធានាធិបតី​នៅ​សាកល​វិទ្យាល័យ Hofstra ទីក្រុង​ Hempstead បុរី​ញូវយ៉ក​ កាល​ពី​ខែ​តុលា ថ្ងៃទី ១២ ឆ្នាំ ២០១២។
បេក្ខជន​ប្រធានាធិបតី​គណបក្ស​សាធារណ​រដ្ឋ​លោក Mitt Romney (ឆ្វេង) និង​លោក​ប្រធានាធិបតី​ Barack Obama តទល់​មតិ​គ្នា​នៅ​ក្នុង​ការ​ជជែក​តស៊ូ​មតិ​ប្រធានាធិបតី​នៅ​សាកល​វិទ្យាល័យ Hofstra ទីក្រុង​ Hempstead បុរី​ញូវយ៉ក​ កាល​ពី​ខែ​តុលា ថ្ងៃទី ១២ ឆ្នាំ ២០១២។

ໂຊ​ລ​ໄດ້​ປະກາດ​ໃນ​ວັນ​ອັງຄານ​ມື້​ນີ້ ວ່າ ສະຫະລັດ ​ແລະ ​ເກົາຫຼີ​ໃຕ້
ຈະ​ເລີ້ມ​ ​ການຊ້ອມລົບຮ່ວມ​ທາງ​ທະຫານ​ປະຈຳ​ປີ ໃນຕົ້ນ​ເດືອນ
​ໜ້າ​ນີ້ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ ທີ່​ຈະ​ເຮັດ​ໃຫ້​ເກົາຫຼີເໜືອ​ໂກດ​ແຄ້ນ
​ຢ່າງ​ແນ່ນອນ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້ ກ່າວ​ວ່າ ການ​ຊ້ອມລົບ​ທີ່​ມີ
​ຊື່ວ່າ Key Resolve ສ່ວນ​ໃຫຍ່​ແລ້ວ​ຈະ​ເປັນ​ການ​ເຝິກຊ້ອມ ​ທີ່
ຄອມ​ຜິວ​ເຕີ້ ຈຳລອງ​ເຫດການ​ຂຶ້ນມາ ​ແລະການຊ້ອມລົບ Foal
Eagle ນັ້ນ​ ເປັນການເຝິກຊ້ອມຂະໜາດໃຫຍ່ພາກສະໜາມ ​ຈະ​
ເລີ້ມ​ຕົ້ນຂຶ້ນ​ໃນ​ວັນ​ທີ 2 ມີນາ​ຈະ​ມາ​ເຖິງ​ນີ້.

​ການຊ້ອມລົບຕ່າງໆ ເປັນ​ແຫ​ລ່ງທີ່​ກໍ່​ໃຫ້​ເກີດຄວາມ​ເຄັ່ງ​ຕຶງຕະຫລອດ​ມາ ​ໃນ​ແຫລມ​ເກົາຫຼີ. ພຽງ​ຢາງເຫັນການຊ້ອມລົບເຫຼົ່ານີ້ວ່າ​ເປັນ​ການ​ກະກຽມ​ເພື່ອຮຸກ​ຮານຕົນ. ແຕ່​ໂຊ​ລ ​ແລະ ວໍ​ຊິງ​ຕັນ ຢືນ​ຢັດ​ວ່າ ​ການ​ການຊ້ອມ​ເຫຼົ່າ​ນີ້ ​ແມ່ນ​ຢູ່ໃນລັກສະນະ ເພື່ອເປັນການສະກັດ​ກັ້ນ​ເທົ່າ​ນັ້ນ.

​ເມື່ອຕົ້ນ​ເດືອນ​ນີ້ ພຽງ​ຢາງ ​ໄດ້​ສະ​ເໜີ ​ຈະຢຸດ​ການ​ທົດ​ລອງ​ອາ​ວຸດ​ນິວ​ເຄລຍຂອງ​ຕົນ​ຊົ່ວຄາວ ຖ້າ​ຫາກ​ສະຫະລັດ ​ແລະ ​ເກົາຫຼີ​ໃຕ້ ຍົກ​ເລີກ​ການ​ຊ້ອມລົບ​ທາງ​ທະຫານ​ຕ່າງໆ.

​ໂຄສົກ​ກະ​ຊວງປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້ ທ່ານ Kim Min-seok ​ໄດ້ກ່າວຕໍ່​ກອງ​ປະຊຸມ
ຖະ​ແຫລ​ງຂ່າວ ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ “ທ່າທີ ​ແລ​ະຄຳ​ຖະ​ແຫລ​ງຕ່າງໆ ທີ່ເປັນການ
ທ້າທາຍເກາະຜິດ ຂອງ​ເກົາຫຼີ​ເໜືອ​ນັ້ນ ຈະ​ບໍ່​ມີ​ຜົນ​ເລີຍ”
​ ທ່ານເວົ້າຕື່ມ​ວ່າ “ການ​
ຊ້ອມລົບ Key Resolve ​ແລະ Foal Eagle ນັ້ນ ​ໄດ້​ວາງ​ແຜນ​ໄວ້ ​ມາຕັ້ງ​ແຕ່​
ປີ​ແລ້ວ​ນີ້ ​ແລະ ພວກ​ເຮົາ​ກຳລັງ​ຈະ​ດຳ​ເນີນ​ການ​ຕາມ​ແຜນ ຊຶ່ງ​ບໍ່​ກ່ຽວ​ພັນ​ກັບ​ທ່າທີ
ຂອງ​ເກົາຫຼີ​ເໜືອ. ມັນ​ເປັນ​ການ​ເຝິກ​ແອບ​ປະຈຳປີ ໃນລັກສະນະແບບ​ປ້ອງ​ກັນ.”

ທ່ານ Kim ກ່າວ​ວ່າ ​ໂຊ​ລ ​ໄດ້​ແຈ້ງໃຫ້​ເກົາຫຼີ​ເໜີຊາບແລ້ວ ກ່ຽວກັບແຜນການ​ຊ້ອມລົບ ​
ແຕ່​ຍັງ​ບໍ່​ໄດ້​ຮັບ​ຄຳ​ຕອບ​ໃດ​ໆ​ເລີຍ.

SOKOR US DRILLS VIDEO
please wait
Embed

No media source currently available

0:00 0:01:22 0:00

XS
SM
MD
LG