ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ສົ່ງລະບົບ ລູກສອນໄຟ Patriot ໄປຍັງເກົາຫຼີໃຕ້ ເພີ້ມຕື່ມ


ນີ້ແມ່ນລະບົບປ້ອງກັນ ລູກສອນໄຟລະດັບສູງ ທີ່ເອີ້ນວ່າ THAAD
ນີ້ແມ່ນລະບົບປ້ອງກັນ ລູກສອນໄຟລະດັບສູງ ທີ່ເອີ້ນວ່າ THAAD

ສະຫະລັດ ​ໄດ້​ສົ່ງ​ລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ Patriot ​ເພີ້ມຕື່ມ
ໄປ​ປະຈຳການ​ເປັນ​ການ​ຊົ່ວຄາວ​ຢູ່​ເກົາຫຼີ​ໃຕ້. ການ​ເຄື່ອນ​ໄຫວ
​ດັ່ງກ່າວ​ມີ​ຂຶ້ນ​ເພື່ອ​ເປັນ​ການ​ຕອບໂຕ້​ຕໍ່​ການ​ທົດ​ລອງ​ນິວ​ເຄລຍ
​ແລະ​ການ​ຍິງ​ລູກ​ສອນ​ໄຟ ​ໄລຍະ​ໄກ ​ຂອງ​ເກົາຫຼີ​ເໜືອ ຫວ່າງ​ບໍ່
​ດົນ​ມານີ້.

ຜູ້​ບັນຊາ​ການ​ກອງ​ກຳລັງສະຫະລັດ​ໃນ​ເກົາຫຼີໃຕ້ຫຼືກອງທັບ​ບົກ
ທີ​ແປດ ພົນ​ໂທThomas Vandal ກ່າວ​ວ່າ ການ​ເຄື່ອນ​ໄວນີ້​
ແມ່ນ​ເພື່ອ​ຄ້ຳປະກັນ​ວ່າ​ ພວກເຮົາ​ກຽມພ້ອມ​ສະ​ເໝີ ​ທີ່​ຈະ​ປ້ອງ
​ກັນ​ການ​ໂຈມ​ຕີ​ຈາກ​ເກົາຫລີ​ເໜືອ.

ການ​ສົ່ງ​ລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ​ໄປ​ປະຈຳການ​ຊົ່ວຄາວ​ດັ່ງກ່າວມີ​ຂຶ້ນກ່ອນການເຈລະ
ຈາລະຫວ່າງ​ສະຫະລັດ​ແລະ​ເກົາຫລີ​ໃຕ້ ​ຊຶ່ງ​ມີ​ກຳນົດ​ຈະ​ໄຂ​ຂຶ້ນ​ໃນ​ອາທິດ​ຈະມາກ່ຽວ​ກັບ​
ການ​ສົ່ງ​ ລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ​ ທີ່​ກ້າວໜ້າ​ທັນ​ສະ​ໄໝ ​ໄປ​ປະຈຳການ ຊຶ່ງ​ເຈົ້າໜ້າ​ທີ່​
ປ້ອງ​ກັນ​ປະ​ເທດ​ຂອງ​ເກົາຫລີ​ໃຕ້​ໄດ້​ໃຫ້ການ​ຢືນຢັນ​ກ່ຽວ​ກັບ​ເລື້ອງນີ້.

ສະ​ຫະລັດ​ແລະ​ເກົາຫຼີ​ໃຕ້ ປະກາດ​ຢ່າງ​ເປັນ​ທາງ​ການ​ໃນ​ອາທິດ​ແລ້ວນີ້ວ່າ ຕົນ​ມີຄວາມ
​ຕັ້ງ​ໃຈ​ທີ່ຈະ​ສົ່ງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ ໃນ​ລະດັບ​ສູງ ທີ່​ຮູ້​ກັນ​ໃນ​ນາມTHAAD ນັ້ນ ​
ໄປ​ປະຈຳການ​ຢູ່​ເກົາຫຼີໃຕ້ ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ວັນ​ເວລາ​ທີ່​ແນ່ນອນ​ກ່ຽວ​ກັບ​ການຈັດ​ສົ່ງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ດັ່ງກ່າວໄປ​ນັ້ນ​ແມ່ນ​
ຈະ​ຂຶ້ນຢູ່​ກັບ​ການ​ເຈລະຈາ​ຢ່າງ​ເປັນ​ທາງ​ການ​ທີ່​ຈະ​ມາ​ຂຶ້ນ​ໃນ​ອາທິດ​ຈະມານີ້​ອີງ​ຕາມ​ເຈົ້າ
ໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ ຂອງ​ເກົາຫລີ​ໃຕ້​ ທີ່​ໄດ້ໃຫ້ການຊີ້​ແຈງ​ ໂດຍ​ຂໍ​ສະຫງວນ​ຊື່​
ໃນ​ວັນ​ສຸກ​ວານ​ນີ້.

XS
SM
MD
LG