ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ເກົາຫຼີໃຕ້ ປະກາດແຜນ ຕິດຕັ້ງ ລະບົບຕໍ່ຕ້ານ ລູກສອນໄຟ THAAD


ລະບົບຕໍ່ຕ້ານ ລູກສອນໄຟຂີປະນາວຸດ ຫຼື THAAD ທີ່ຈະຮັບມື ກັບການຍິງໂຈມຕີ ຢ່າງເປັນຜົນສຳເລັດ.
ລະບົບຕໍ່ຕ້ານ ລູກສອນໄຟຂີປະນາວຸດ ຫຼື THAAD ທີ່ຈະຮັບມື ກັບການຍິງໂຈມຕີ ຢ່າງເປັນຜົນສຳເລັດ.

ສະຫະລັດ ​ແລະ​ເກົາຫລີ​ໃຕ້​ໄດ້​ປະກາດ​ແຜນການທີ່​ຈະ​ຕິດຕັ້ງລະບົບ​ຕໍ່ຕ້ານ​ລູກ ສອນ​ໄຟ​ຂີ​ປະ​ນາ​ວຸດ​ ຫຼື THAAD ຢູ່ທີ່ແຫລມ​ເກົາຫລີ​ ເພື່ອ​ຮັບ​ມື​ກັບໂຄ​ງການ​ນິວ​ເຄລຍ​ແລະ​ການ​ພັດທະນາ​ຂີ​ປະ​ນາ​ວຸດທີ່​ກຳລັງ​ດຳ​ເນີນ​ຢູ່​ຂອງ​ເກົາຫລີ​ເໜືອ.

ນາຍ​ພົນ Thomas Vandal ຫົວໜ້າ​ເສນາ​ທິການ​ກຳລັງ​ສະຫະລັດ ຢູ່​ໃນ​ເກົາ ຫລີ ​ແລະ​ຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດເກົາຫຼີໃຕ້ ທ່ານ Ryu Je-seung ​ໄດ້​ປະກາດ​ຢ່າງເປັນ​ທາງ​ການ ລະຫວ່າງ​ການ​ຮ່ວມ​ລາຍ​ງານ​ຢູ່​ນະຄອນ ​ຫຼວງໂຊ​ລ ​ໃນ​ວັນສຸກ​ມື້​ນີ້.

ນາຍ​ພົນ Vandal ກ່າວ​ວ່າ “​ເກົາຫລີ​ເໜືອ​ຍັງ​ສືບ​ຕໍ່ພັດທະນາລູກ​ສອນ​ໄຟຂີ​ປະ​ນາ​ວຸດ ​ແລະ​ອາວຸດ​ທີ່​ອາວຸດ​ທີ່​ມີ​ອະນຸ​ພາບຮ້າຍ​ແຮງອື່ນໆ ໃນ​ການ​ລະ​ເມີດ​ພັນທະຂອງ​ຕົນ​ ຕໍ່​ປະຊາ​ຄົມສາກົນ ທີ່ຕ້ອງ​ການ​ຢາກ​ໃຫ້​ພັນທະ​ມິດ​ຂອງ​ພວກ​ເຮົາ​ຄໍ້າປະກັນ​ວ່າ​ ພວກ​ເຮົາ​ຍັງ​ມີຄວາມສາມາດ ​ໃນ​ການ​ປ້ອງ​ກັນ​ຕົນ​ເອງ ຢູ່ຕໍ່ໜ້າການ​ຂົ່ມຂູ່ດັ່ງກ່າວ."

​ໃນ​ເດືອນ​ກຸມພາ​ທີ່​ຜ່ານ​ມາ ຫລັງ​ຈາກ​ການ​ທົດ​ລອງ​ນິວ​ເຄລຍ ​ແລະ​ຍິງຈະ​ຫຼວ​ດ​ ໄລຍະ​ໄກຂອງເກົາຫລີ​ເໜືອ ​ໂດຍ​ໃຊ້​ເທັກ​ໂນ​ໂລ​ຈີ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ແລ້ວ ວໍ​ຊິງ​ຕັນ​ແລະ​ໂຊ​ລ ກໍ​ໄດ້​ເລີ້ມ​ການ​ປຶ​ກາສາ​ຫາລືຢ່າງ​ເປັນ​ທາງ​ການ​ເພື່ອຫາລື​ເຖິງ​ຊ່ອງ​ທາງ​ການ​ຕິດຕັ້ງລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ THAAD.

ຮູບພາບການທົດລອງຍິງລູກສອນໄຟຂີປະນາວຸດ ຂອງເກົາຫລີເໜືອ ຈາກເຮືອດຳນໍ້າ.
ຮູບພາບການທົດລອງຍິງລູກສອນໄຟຂີປະນາວຸດ ຂອງເກົາຫລີເໜືອ ຈາກເຮືອດຳນໍ້າ.

ຮອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ Ryu Je-seung ກ່າວ​ວ່າ “ຄະ​ນະ​ປະຕິບັດ ງານຮ່ວມຂອງ​ສອງ​ປະ​ເທດ ​ໄດ້​ໃຫ້ການ​ຢືນຢັນເຖິງປະສິດທິພາບ ຂອງລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ THAAD ທີ່​ຈະ​ປະ​ຕິ​ບັດ​ງານ ຢູ່​ໃນສາທາລະນະ​ລັດ​ເກົາຫລີ ​ແລະ​ກຳລັງ​ກະກຽມ​ຂັ້ນ​ສຸດ​ທ້າຍ​ ​ເພື່ອ​ສະ​ເໜີ ​ຕໍ່​ບັນດາ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງທັງ​ສອງ​ປະ​ເທດ ເຖິງ​ບ່ອນ​ຕິດ​ຕັ້ງທີ່ດີ​ສຸດ ທີ່ລະບົບຕໍ່ຕ້ານ​ລູກ​ສອນ​ໄຟ THAAD ຈະ​ມີ​ປະສິດທິ​ຜົນ ​ແລະ​ບ່ອນທີ່​ສິ່ງ​ແວດ​ລ້ອມ ສຸຂະພາບ ​ແລະ​ຄວາມ​ປອດ​ໄພ​ ສາມາດ​ໃຫ້ການ​ຄໍ້າປະກັນ.”

ລະບົບ​ຕໍ່​ຕ້ານ​ລູກ​ສອນ​ໄຟ THAAD ​ໄດ້​ອອກ​ແບບ​ເພື່ອ​ສະກັດ​ກັ້ນແລະ​ທຳລາຍ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ ລະຫວ່າງ​ຂັ້ນ​ຕອນ​ສຸດ​ທ້າຍ ທີ່​ລູກ​ສອນ​ໄຟ​ໄດ້​ຍິງ​ມາ. ມີ​ການ​ພິ​ສູດ​ໃຫ້​ວ່າ ລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ​ດັ່ງກ່າວ​ປະສົບ​ຜົນສຳ​ເລັດໃນ​ການ ຍິງ​ທຳລາຍ​ລູກ​ສອນ​ໄຟປະ​ນາ​ວຸດໄລຍະໃກ້ ​ແລະ​ໄລຍະ​ກາງ. ​

ອ່ານເລື້ອງນີ້ເພີ້ມເປັນພາສາອັງກິດ

US - South Korea THAAD
please wait

No media source currently available

0:00 0:00:55 0:00

XS
SM
MD
LG