ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະ​ຫະ​ລັດ ເກົາ​ຫຼີ​ໃຕ້ ຈະ​ເລີ້ມ ການ​ຝຶກ​ຊ້ອມ​ຮ່ວມ​ທາງ​ທະ​ຫານ ໃນ​ອາ​ທິດ​ໜ້າ


ຮູບນີ້ ສະ​ໜອງ​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທ​ເກົາ​ຫຼີ​ໃຕ້ ເຮືອ​ບິນ​ຖິ້ມ​ລະ​ເບີດ​ B-1B ​ເຮືອ​ບິນ​ລົບ F-35B ​ແລະ​ເຮືອ​ບິນ​ລົບ F-15K ຂອງ​ກອງ​ທັບ​ເກົາ​ຫຼີ​ໃຕ້ ບິນ​ຜ່ານ​ແຫຼມ​ເກົາ​ຫຼີ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ ເມື່ອ​ວັນ​ທີ 18 ກັນ​ຍາ 2017.
ຮູບນີ້ ສະ​ໜອງ​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທ​ເກົາ​ຫຼີ​ໃຕ້ ເຮືອ​ບິນ​ຖິ້ມ​ລະ​ເບີດ​ B-1B ​ເຮືອ​ບິນ​ລົບ F-35B ​ແລະ​ເຮືອ​ບິນ​ລົບ F-15K ຂອງ​ກອງ​ທັບ​ເກົາ​ຫຼີ​ໃຕ້ ບິນ​ຜ່ານ​ແຫຼມ​ເກົາ​ຫຼີ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ ເມື່ອ​ວັນ​ທີ 18 ກັນ​ຍາ 2017.

ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້​ຈະ​ເລີ້ມ​ການ​ຝຶກ​ຊ້ອມ​ທາງ​ທະ​ຫານ​ຮ່ວມ​ກັນ​ທີ່​ໃຫຍ່​ທີ່​ສຸດ ໃນ​ຮອບ​ຫຼາຍໆ​ປີ​ ໃນ​ອາ​ທິດ​ໜ້ານີ້ ທ່າມ​ກາງ​ທີ່​ມີ​ການ​ເອົາ​ທ່າ​ທີ​ແບບ​ຮຸກ​ຮານ​ເພີ້ມ​ຂຶ້ນ​ຂອງ​ເກົາ​ຫຼີ​ເໜືອ ຊຶ່ງ​ໄດ້​ທຳ​ການ​ທົດ​ລອງ​ອາ​ວຸດ​ຊະ​ນິດ​ຕ່າງໆ ແລະ​ຂົ່ມ​ຂູ່​ທີ່​ຈະ​ໃຊ້​ອາ​ວຸດ​ນິວ​ເຄ​ລຍ​ໃນ​ບັນ​ຫາ​ຂັດ​ແຍ້ງ​ກັບ​ເກົາ​ຫຼີ​ໃຕ້​ແລະ​ສະ​ຫະ​ລັດ ນັ້ນ​ຄື​ຖະ​ແຫຼງການ​ຂອງ​ເກົາ​ຫຼີ​ໃຕ້​ໃນ​ວັນ​ອັງ​ຄານມື້ນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າ​ວ​ເອ​ພີ.

ການ​ຝຶກ​ຊ້ອມ​ຂ​ອງ​ກຳ​ລັງ​ພັນ​ທະ​ມິດ​ໃນ​ລະ​ດູ​ຮ້ອນ ຊຶ່ງ​ຈະເລີ້ມ​ຂຶ້ນ​ແຕ່​ວັນ​ທີ 22 ສິງ​ຫາໄປ​ຮອດ​ວັນ​ທີ 1 ກັນ​ຍາຢູ່​ທີ່​ເກົາ​ຫຼີ​ໃຕ້ ທີ່​ຊື່​ວ່າ Ulchi Freedom Shield ນັ້ນ ຈະ​ຮວມ​ທັງ​ການ​ຝຶກ​ແອບ​ພາກ​ສະ​ໜາມ ທີ່​ພົວ​ພັນ​ກັບ​ເຮື​ອ​ບິນ ກຳ​ປັ່ນ​ລົບ ລັດ​ຖັງ ແລະ​ອາດ​ມີ​ທະ​ຫານ​ເຂົ້າ​ຮ່ວມ​ຫຼາຍ​ສິບ​ພັນ​ຄົນ.

ການ​ຝຶກ​ຊ້ອມ​ທີ່​ວ່ານີ້ ແມ່ນ​ໄດ້​ເນັ້ນ​ໃຫ້​ເຫັນ​ຄວາມ​ໝັ້ນ​ໝາຍ​ຂອງວໍ​ຊິງ​ຕັນ ແລະ​ໂຊ​ລ ເພື່ອ​ຟື້ນ​ຟູ​ການ​ຊ້ອມ​ລົບ​ຂະ​ໜາດ​ໃຫຍ່ ຫຼັງ​ຈາກ​ພວກ​ເຂົາ​ເຈົ້າ​ໄດ້​ຍົກ​ເລີກ​ການ​ຊ້ອມ​ລົບ​ເປັນ​ປະ​ຈຳ ຈຳ​ນວນ​ນຶ່ງ ແລະ​ຫຼຸດ​ຂະ​ໜາດ​ລົງ​ອີກ​ຈຳ​ນວນ​ນຶ່ງໂດຍ​ການ​ນຳ​ໃຊ້​ເຄື່ອງ​ຄອມ​ພິວ​ເຕີ້​ຈຳ​ລອງ​ເຫດ​ການ ໃນ​ໄລ​ຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມານີ້ ເພື່ອ​ໃຫ້​ບ່ອນ​ສຳ​ລັບ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ການ​ທູດກັບ​ພຽງ​ຢາງ​ແລະ​ຍ້ອນ​ຄວາມ​ເປັນ​ຫ່ວງ​ໃນ​ເລື້ອງ​ໂຄວິດ-19.

ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ​ປ້ອງ​ກັນ​ປະ​ເທດຂອງ​ສະ​ຫະ​ລັດ ຍັງ​ກ່າວ​ວ່າ ກອງ​ທັບ​ເຮືອ​ຂອງ​ສະ​ຫະ​ລັດ ເກົາ​ຫຼີ​ໃຕ້ ແລະ​ຍີ່​ປຸ່ນ​ໄດ້​ເຂົ້າ​ຮ່ວມ​ການ​ຝຶກ​ແອບ​ໃນການ​ເຕືອນ​ແລະ​ຊອກ​ຄົ້ນ​ຫາ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຢູ່ນອກ​ຊາຍ​ຝັ່ງ​ຂອງ​ລັດ​ຮາ​ວາຍ ແຕ່​ວັນ​ທີ 8 ຫາ 14 ສິງ​ຫາ​ ​ຊຶ່ງ​ມີ​ການ​ກ່າວ​ວ່າ ເປັນ​ການ​ແນ​ໃສ່​ການ​ຮ່ວມ​ມື​ເພີ້ມ​ຂຶ້ນ​ຂອງ​ທັງ​ສາມ​ປະ​ເທດທ່າມ​ກາງ​ທີ່​ມີ​ການ​ທ້າ​ທາຍ​ຈາກ​ເກົາ​ຫຼີ​ເໜືອ.

ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້ ກ່າວ​ວ່າ ການ​ຝຶກ​ຊ້ອມ​ຂອງ​ພວກ​ເຂົາ​ເຈົ້າ​ແມ່ນ​ຢູ່​ໃນ​ລັກ​ສະ​ນະ​ ຂອງ​ການ​ປ້ອງ​ກັນ ແຕ່​ແນ່ນອນ ການ​ຊ້ອມ​ລົບ Ulchi Freedom Shield ຈະ​ໄດ້​ຮັບ​ປະ​ຕິ​ກິ​ລິ​ຍາ​ຕອບ​ໂຕ້​ແບບ​ໂກດ​ແຄ້ນ​ຈາກ​ເກົາ​ຫຼີ​ເໜືອ ຊຶ່ງ​ກ່າວ​ວ່າ ການ​ຝຶກ​ຊ້ອມ​ໃດໆ​ກໍ​ຕາມ​ຂອງ​ປະ​ເທດ​ພັນ​ທະ​ມິດ ແມ່ນ​ການ​ກະ​ກຽມ​ສຳ​ລັບ​ການ​ຮຸກ​ຮ​ານ ແລະ​ໄດ້​ໃຊ້​ເພື່ອເປັນ​ເຫດ​ຜົນ​ສຳ​ລັບ​ຂໍ້​ອ້າ​ງ​ໃນ​ການ​ພັດ​ທະ​ນາ​ອາ​ວຸດ​ນິ​ວ​ເຄ​ລຍ​ແລະ​ລູກ​ສອນ​ໄຟ​ຂອງ​ພວກ​ເຂົາ.

ກ່ອນ​ໜ້ານີ້ ການ​ຝຶກ​ຊ້ອມ​ຕ່າງໆ​ໄດ້​ຖືກ​ຍົກ​ເລີກ ​ຫຼື​ບໍ່​ກໍ​ຫຼຸດ​ຂະ​ໜາດ​ລົງ ຊຶ່ງ​ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້​ໄດ້​ທຳ​ການ​ຝຶກ​ຊ້ອມ​ຂະ​ໜາດ​ໃຫຍ່​ຮ່ວມ​ກັນ​ໃນ​ທຸກໆ​ລະ​ດູ​ບານ​ໃໝ່ ແລະ​ລະ​ດູ​ຮ້ອນ ຢູ່​ທີ່​ປະ​ເທດ​ເກົາ​ຫຼີ​ໃຕ້. ການ​ຝຶກ​ຊ້ອມ​ໃນ​ລະ​ດູ​ບານ​ໃໝ່ ໄດ້​ເນັ້ນ​ໜັກ​ໃຫ້​ເຫັນ​ເຖິງ​ການ​ຝຶກ​ແອບ​ທີ່​ໃຊ້​ລູກ​ປືນ​ແທ້ ຊຶ່ງ​ມີ​ການ​ພົວ​ພັນ​ຢ່າງກວ້າງ​ຂວາງ​ກັບ​ກຳ​ລັງ​ພາກ​ພື້ນ​ດິນ ອາ​ກາດ ແລະ​ທະ​ເລ ໂດຍ​ປົກ​ກະ​ຕິ​ຈະ​ມີ​ທະ​ຫານ​ອາ​ເມ​ຣິ​ກັນ 10,000 ແລະທະ​ຫານເກົາ​ຫຼີ​ໃຕ້​ອີກ 200,000 ເຂົ້າ​ຮ່ວມ​ນຳ.

ສ່ວນ​ການ​ຝຶກ​ແອບ​ໃນ​ລະ​ດູ​ຮ້ອນນັ້ນ ກໍ​ຈະ​ມີ​ທະ​ຫານ​ພັນ​ທະ​ມິດ​ຫຼາຍໆ​ສິບ​ພັນ​ຄົນ​ເຂົ້າ​ຮ່ວມ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ປະ​ກອບ​ດ້ວຍ​ການ​ໃຊ້​ເຄື່ອງ​ຄອມ​ພິວ​ເຕີ​ຈຳ​ລອງ​ ຝຶດ​ຊ້ອມກ່ຽວ​ກັບ​ການ​ຕັດ​ສິນ​ໃຈແລະ​ວາງ​ແຜນ​ຮ່ວມ​ ທັງໆ​ທີ່ກອງ​ທັບ​ເກົາ​ຫຼີ​ໃຕ້​ໄດ້​ກ່າວ​ຢ້ຳ​ເຖິງ​ການ​ຟື້ນ​ຟູ​ໃນ​ການ​ຊ້ອມ​ລົບ​ຂະ​ໜາດ​ໃຫຍ່​ໃນ​ເທື່ອນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG