ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ແລະ ເກົາຫຼີໃຕ້ ໂຈະ ການຊ້ອມລົບ ທາງທະຫານ ທີ່ສຳຄັນ ອີກຄັ້ງນຶ່ງ


 ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ, ກາງ, ເຂົ້າຮ່ວມໃນການຮັບປະທານອາຫານທ່ຽງ ທີ່ບໍ່ເປັນທາງການ ຢູ່ ກອງປະຊຸມ ຂັ້ນລັດຖະມົນຕີ ປ້ອງກັນປະເທດ ຂອງ ອາຊຽນ ໃນປະເທດສິງກະໂປ, ວັນທີ 19 ຕຸລາ 2018.
ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ, ກາງ, ເຂົ້າຮ່ວມໃນການຮັບປະທານອາຫານທ່ຽງ ທີ່ບໍ່ເປັນທາງການ ຢູ່ ກອງປະຊຸມ ຂັ້ນລັດຖະມົນຕີ ປ້ອງກັນປະເທດ ຂອງ ອາຊຽນ ໃນປະເທດສິງກະໂປ, ວັນທີ 19 ຕຸລາ 2018.

ສະຫະລັດ ແລະ ເກົາຫຼີໃຕ້ ໄດ້ໂຈະ ການຊ້ອມລົບທາງທະຫານ​ທີ່​ສຳ​ຄັນ ອີກເທື່ອນຶ່ງ ໃນການສືບຕໍ່ຊຸກຍູ້ ໃຫ້ມີການເຈລະຈາທາງການທູດ ອີງຕາມຄຳ​ເວົ້າ ຂອງທຳນຽບ
ຫ້າແຈ ໃນວັນສຸກວານນີ້.

ຫົວໜ້າໂຄສົກທຳນຽບຫ້າແຈ ທ່ານນາງ ເດນາ ໄວ້ຕ໌ ໄດ້ກ່າວວ່າ ທັງສອງ ກອງທັບ
ຈະງົດການຊ້ອມລົບຮ່ວມກັນ ທາງອາກາດທີ່ເອີ້ນວ່າ Vigilant Ace ນັ້ນ ເພື່ອອຳນວຍ
ໃຫ້ “ທຸກໂອກາດຂອງຂັ້ນ​ຕອນ​ທາງການທູດ ​ດຳເນີນຕໍ່ໄປ.”

ການຕັດສິນໃຈດັ່ງກ່າວໄດ້ມີ​ການປະກາດ​ໃຫ້​ຊາບ ຫຼັງຈາກການເຈລະຈາສາມຝ່າຍ
ໂດຍລວມມີລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ແລະ ຄູ່
ຕຳແໜ່ງຂອງທ່ານ ຈາກ ເກົາຫຼີໃຕ້ ແລະ ຍີ່ປຸ່ນ. ບັນດາລັດຖະມົນຕີ ປ້ອງກັນປະເທດ
ເຫຼົ່ານີ້ ແມ່ນຢູ່ໃນປະເທດສິງກະໂປ ເພື່ອເຂົ້າຮ່ວມໃນກອງປະ ຊຸມ ຂັ້ນລັດຖະມົນຕີ
ປ້ອງກັນປະເທດ ຂອງສະມາຄົມ ບັນດາປະເທດ ເຂດເອ ເຊຍຕາເວັນອອກສຽງໃຕ້.

ການຍົກເລີກການຊ້ອມລົບທາງອາກາດມີຂຶ້ນຫຼັງຈາກ ໄດ້ມີການຕັດສິນໃຈ ຂອງ
ກອງທັບ ສະຫະລັດ ມາແລ້ວໃນປີກ່ອນ ທີ່ໄດ້ແນເປົ້າໝາຍໃສ່ເພື່ອຊັກຊວນໃຫ້
ເກົາຫຼີເໜືອ ເຈລະຈາກ່ຽວ​ກັບ​ເສັ້ນ​ທາງການກວດສອບໄດ້ ໃນການປົດອາວຸດ
ນິວເຄລຍນັ້ນ.

ທະຫານກອງທັບບົກ ສະຫະລັດ ແລະ ທະຫານກອງທັບບົກຂອງເກົາຫຼີໃຕ້ ເຂົ້າປະຈຳຕຳແໜ່ງ ໃນລະຫວ່າງການຊ້ອມລົບທາງທະຫານ ລະຫວ່າງ ເກົາຫຼີໃຕ້ ແລະ ສະຫະລັດ ໃນເມືອງ ໂປຈີອອນ ທາງເໜືອຂອງນະຄອນໂຊລ ຂອງເກົາຫຼີໃຕ້, ວັນທີ 25 ມີນາ 2015.
ທະຫານກອງທັບບົກ ສະຫະລັດ ແລະ ທະຫານກອງທັບບົກຂອງເກົາຫຼີໃຕ້ ເຂົ້າປະຈຳຕຳແໜ່ງ ໃນລະຫວ່າງການຊ້ອມລົບທາງທະຫານ ລະຫວ່າງ ເກົາຫຼີໃຕ້ ແລະ ສະຫະລັດ ໃນເມືອງ ໂປຈີອອນ ທາງເໜືອຂອງນະຄອນໂຊລ ຂອງເກົາຫຼີໃຕ້, ວັນທີ 25 ມີນາ 2015.

ສະຫະລັດ ແລະ ເກົາຫຼີໃຕ້ ໄດ້ເລື່ອນເວ​ລາ​ໃນການຊ້ອມລົບຂະໜາດໃຫຍ່ຄັ້ງທຳອິດ
ຂອງປີ ທີ່ມີຊື່ວ່າ Foal Eagle ນັ້ນ ອອກ​ໄປ ເພື່ອບໍ່ໃຫ້​ມີ​ຜົນກະທົບຕໍ່ ການແຂ່ງຂັນ
ກິລາໂອລິມປິກ ລະດູໜາວ.

​ລຸນຫຼັງຈາກນັ້ນ ສະຫະລັດ ແລະເກົາຫຼີໃຕ້ ກໍໄດ້ຍົກເລີກ ການຊ້ອມລົບຂະ ໜາດໃຫຍ່
ຮ່ວມກັນ ຄັ້ງທີສອງ ທີ່ໄດ້ກຳນົດໃສ່ເດືອນສິງຫາ ທີ່ມີຊື່ວ່າ Ulchi-Freedom Guardian.

ການຍົກເລີກດັ່ງກ່າວ ໄດ້ມີຂຶ້ນ ຫຼັງຈາກມີການພົບປະກັນລະຫວ່າງ ປະທາ ນາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ຜູ້ນຳເກົາຫຼີເໜືອ ທີ່ບໍ່ເຄີຍມີ ມາກ່ອນ ໃນກອງປະ
ຊຸມສຸດຍອດ ເມື່ອເດືອນມິຖຸນາຜ່ານມາ ຢູ່ໃນສິງກະໂປ ບ່ອນທີ່ ທ່ານທຣຳ ໄດ້ປະກາດ
ວ່າ ສະຫະລັດ ຈະຍຸຕິ ​ໃນ​ອັນທີ່ທ່ານເອີ້ນວ່າ “ການ​ຊ້ອມ​ລົບ" “ແບບ​ທ້າ​ທາຍເກາະຜິດ”
ແລະ “ການໃຊ້ຈ່າຍທີ່ແພງ” ກັບ ເກົາຫຼີໃຕ້.

ກອງທັບສະຫະລັດ ໄດ້ອະທິບາຍວ່າ ການຊ້ອມລົບຮ່ວມ ຢູ່ທີ່ແຫຼມເກົາຫຼີ ແມ່ນເປັນແບບ
ລັກສະນະ “ການປ້ອງກັນ” ຫຼາຍກວ່າຈະເປັນ “ການທ້າ​ທາຍເກາະຜິດ” ຊຶ່ງເປັນຄຳສັບ
ທີ່ໄດ້ຖືກນຳໃຊ້ຢູ່ເລື້ອຍໆ ໂດຍ ຈີນ ແລະເກົາຫຼີ ເໜືອ ເພື່ອອະທິບາຍ ເຖິງການຊ້ອມລົບ
ດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG