ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການ​ເຈ​ລະ​ຈາ ໃນ​ລະ​ຫວ່າງການ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ ​ລະ​ຫວ່າງ ສ​ຫລ ກັບ ​ເກົາ​ຫລີ​ໃຕ້ ລວມ​ມີການຢັບ​ຢັ້ງ ເກົາ​ຫລີ​ເໜືອ​

ພາບ​ນິ້ງຈາກວີ​ດິ​ໂອ ສະ​ແດງ​ໃຫ້​ເຫັນການ​ທົດ​ລອງ​ Hwasong-18 ທີ່​ເປັນລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ​ (ICBM) ໃໝ່​ບັນ​ຈຸ​ເຊື້ອ​ໄປ​ທີ່​ແໜ້ນ ຢູ່​ບ່ອນ​ທີ່​ບໍ່​ເປີດ​ເຜີຍ ທີ່​ເຜີຍ​ແຜ່​ອອກ​ມາໂດຍ KCNA ຂອງ​ເກົາ​ຫລີ​ເໜືອ, ວັນ​ທີ 14 ເມ​ສາ, 2023 (ສະ​ໜອງ​ໃຫ້​ໂດຍ​ REUTERS TV/ຜ່ານ REUTERS)

ປະທານາທິບໍດີເກົາຫຼີໃຕ້, ທ່ານ​ຢູນ ຊຸກ ຢອ​ລ (Yoon Suk Yeol) ຈະມາທີ່ວໍຊິງຕັນໃນທ້າຍເດືອນນີ້ ເພື່ອປຶກສາຫາລືກ່ຽວກັບຄວາມພະຍາຍາມຂອງໂຊລໃນ​ການຍົກລະດັບການຂັດຂວາງຕໍ່ເກົາຫຼີເຫນືອ ແລະເປົ້າຫມາຍຂອງວໍຊິງຕັນໃນການເຮັດໃຫ້ເຄືອຂ່າຍລະບົບຕ່ອງໂສ້ການສະຫນອງສິນ​ຄ້າ ມີຄວາມຫຼາກຫຼາຍອອກໄປໃຫ້​ກວ້າງ​ໄກໄປ​ນອກຈາກຈີນ​ອີກ, ອີງຕາມບັນ​ດາ​ນັກຊ່ຽວຊານ.

ປະທານາທິບໍດີໂຈ ໄບ​ເດັນ ມີກຳນົດທີ່ຈະເປັນເຈົ້າພາບ​ຕ້ອນຮັບ​ທ່ານ​ຢູນໃນວັນທີ 26 ເມສານີ້ ຢູ່ໃນການຢ້ຽມຢາມຢ່າງ​ເປັນທາງການ ຊຶ່ງຈະຮວມທັງງານລ້ຽງອາຫານຄ່ຳ ແລະການສະເຫລີມສະຫລອງວັນຄົບຮອບ 70 ປີ ແຫ່ງການເປັນພັນທະມິດ ຂອງ ສະຫະລັດກັບເກົາຫຼີໃຕ້.

ການ​ຢ້ຽມ​ຢາມ​ທາງ​ລັດຖະ​ການ​ໃນ​ຄັ້ງ​ນີ້ ​ແມ່ນ​ຄັ້ງ​ທີ​ສອງ​ທີ່ລັດ​ຖະ​ບານ​ຂອງ​ທ່ານ ໄບ​ເດັນ​ໄດ້​ຕ້ອນ​ຮັບ ແລະ​ເປັນ​ຄັ້ງ​ທຳ​ອິດ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ນັບ​ແຕ່​ປີ 2011 ເປັນ​ຕົ້ນມາ.

"ການຢ້ຽມຢາມທາງລັດຖະ​ການ ແມ່ນເປັນເລື່ອງໃຫຍ່ທີ່ສຸດ ເພາະວ່າການຢ້ຽມຢາມ ທາງລັດຖະ​ການ ແມ່ນມີແຕ່ຢູ່​ໃນປະເທດທີ່ທ່ານຮູ້ສຶກວ່າ ທ່ານມີ​ຄວາມໃກ້ຊິດຫລາຍ​ທີ່​ສຸດແບບບໍ່ໜ້າເຊື່ອເທົ່າ​ນັ້ນ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານເດັນ​ນິ​ສ ວາຍ​ລ໌​ເດີ (Dennis Wilder), ຜູ້ອຳນວຍການອາວຸໂສຝ່າຍເອ​ເຊຍຕາເວັນອອກຢູ່​ໃນສະພາຄວາມໝັ້ນ ຄົງແຫ່ງຊາດຂອງທຳນຽບຂາວໃນ​ສະ​ໄໝ​ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານບູ​ສ (Bush).

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນພົບ​ກັບປະ​ທາ​ນາ​ທິ​ບໍ​ດີ Yoon Suk Yeol ຂອງ​ເກົາ​ຫລີ​ໃຕ້​ທີ່ ທຳ​ນຽບ​ຂອງ​ປະ​ຊາ​ຊົນ, ວັນ​ທີ 21 ພຶດ​ສະ​ພາ, 2022, ໃນ​ນະ​ຄອນ​ຫລວງ​ໂຊກ
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນພົບ​ກັບປະ​ທາ​ນາ​ທິ​ບໍ​ດີ Yoon Suk Yeol ຂອງ​ເກົາ​ຫລີ​ໃຕ້​ທີ່ ທຳ​ນຽບ​ຂອງ​ປະ​ຊາ​ຊົນ, ວັນ​ທີ 21 ພຶດ​ສະ​ພາ, 2022, ໃນ​ນະ​ຄອນ​ຫລວງ​ໂຊກ

ທ່ານວາຍ​ລ໌​ເດີ ກ່າວ​ຕໍ່​ວີ​ໂອ​ເອພະ​ແນກ​ພາ​ສາ​ເກົາ​ຫລີວ່າ "ສິ່ງທີ່ມັນເປັນສັນຍາລັກ ກໍ​ຄື ຜົນສໍາເລັດຂອງປະຊາທິປະໄຕ, ຜົນສໍາເລັດຂອງພັນທະມິດທາງທະຫານທີ່ຮັກສາ ສັນຕິພາບຢູ່ໃນຂົງ​ເຂດທີ່ມີບັນຫາຫຼາຍ ແລະຜົນສໍາເລັດທາງດ້ານເສດຖະກິດອັນ ໃຫຍ່ຫຼວງ ທີ່ມາຈາກການພົວພັນສອງຝ່າຍແບບນັ້ນ."

ສະຫະລັດ​ໄດ້​ຊ່ວຍ​ເກົາຫຼີ​ໃຕ້ຟື້ນ​ຕົວ​ຂຶ້ຶ້ນ​ມາຈາກ​ຊາກ​ຫັກ​ພັງ​ຂອງ​ສົງຄາມ​ເກົາຫຼີ​ປີ 1950 ຫາ 53 ​ໃຫ້​ກາຍ​ເປັນປະ​ເທດ​ປະຊາທິປະ​ໄຕ​ທີ່​ເປັນມະຫາ​ອຳນາດ​ດ້ານ​ເສດ ຖະກິດ​ປະ​ເທດ​ນຶ່ງ​ຂອງ​ໂລກ. ທ່ານວາຍ​ລ໌​ເດີ (Wilder) ເອີ້ນ​ປະ​ເທດນີ້ວ່າ "ເປັນນຶ່ງ ໃນເລື່ອງຄວາມສໍາເລັດອັນຍິ່ງໃຫຍ່ຂອງນະໂຍບາຍການຕ່າງປະເທດຂອງ ອາເມຣິກາ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG