ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຢ້ຽມຢາມ​ສະ​ຫະ​ລັດ ຢ່າງ​ເປັນທາງ​ການ ຂອງປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ອາດ​ສະ​ແດງໃຫ້​ເຫັນເຖິງ​ການ​ພົບ​ປະ ​ແບບ​ງຽບໆ ​ກ່ຽວ​ກັບ​ຈີນ

ປະທານາທິບໍດີ​ເກົາຫລີ​ໃຕ້, ທ່ານຢູນ ຊຸກ-ຢອ​ລ (ຂວາ) ແລະ​ພັນ​ລະ​ຍາ​ຂອງ​ທ່ານ, ທ່ານ​ນາງ ກິມ ຄອນ-ຮີ (Kim Keon-hee) ກຳ​ລັງ​ຂຶ້ນ​ເຮືອ​ບິນໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ກຳ​ລັງ​ຈະ​ອອກ​ເດີນ​ທາງ​ມາວໍ​ຊິງ​ຕັນ ຢູ່​ທີ່​ຖານ​ທັບ​ອາ​ກາດ Seongnam ໃນ​ນະ​ຄອນ​ຫລວງ​ໂຊ​ລ, ວັນ​ທີ 24 ເມ​ສາ, 2023

ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບ​ເດັນ ຈະເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເທົ່າ​ທີ່​ເຮັດ​ໄດ້ ​ໃນ​ວັນ​ພຸດ​ມື້ອື່ນ​ນີ້ ​ເວລາ​ທີ່ທ່ານ​ເປັນ​ເຈົ້າພາບ ຕ້ອນຮັບ​ປະທານາທິບໍດີ​ເກົາຫລີ​ໃຕ້, ທ່ານຢູນ ຊຸກ-ຢອ​ລ (Yoon Suk-yeol) ທີ່​ມາ​ຢ້ຽມຢາມທາງລັດ​ຖະ​ການ ​ທີ່​ເຕັມ​ໄປ​ດ້ວຍການ​ຈັດ​ພິ​ທີ​ອັນ​ໃຫຍ່​ໂຕ ເປັນ​ເວ​ລານຶ່ງມື້​ເຕັມ ໂດຍຈະ​ມີ​ການ​ສົນທະນາ​ກັນຫາ​ລື​ກັນ​ຢ່າງ​ຈິງ​ຈັງ ລວມ​ທັງ​ສິ່ງ​ທີ່ພວກນັກວິ​ເຄາະເວົ້າ​ວ່າ ການ​ພົບ​ປະ​ກັນແບບ​ງຽບໆ ​ກ່ຽວ​ກັບ​ການ​ຕ້ານຄືນ​ຈີນ ​ທີ່ນັບ​ມື້ມີອິດ​ທິ​ພົນ​ຫລາຍ​ຂຶ້ນ.

ເຈົ້າ​ໜ້າ​ທີ່​ທຳນຽບຂາວ​ກ່າວ​ວ່າ ພວກ​ຜູ້ນຳທັງ​ຫລາຍ​ ຈະ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ໄພ​ຂົ່ມຂູ່​ໂດຍ​ເກົາຫລີ​ເໜືອ​ທີ່ນັບ​ມື້​ມີ​ຄວາມກ້າເກັ່ງ​ຂຶ້ນ ແລະ​ຫາ​ທາງ​ເພື່ອວ່າ​ ສອງ​ປະ​ເທດຈະ​ສາມາດ​ຮ່ວມ​ມື​ກັນ​ທາງ​ດ້ານ​ເສດຖະກິດ​ໄດ້​ແນວ​ໃດ ​ແລະສິ່ງ​ອື່ນໆ​ອີກ.

ທ່ານ​ຢູນ ຍັງຈະກ່າວຕໍ່ລັດ​ຖະ​ສະພາສະ​ຫະ​ລັດ​ອີກ​ເຊັ່ນ​ກັນ ໃນຂະນະທີ່ທ່ານຢູ່ໃນ ວໍຊິງຕັນ.

ສະ​ຕີ​ໝາຍ​ເລກ​ນຶ່ງ Jill Biden (ຊ້າ​ຍ) ໃນ​ວັນ​ທີ 24 ເມ​ສາ, 2023 ກ່າວໃນໄລ​ຍະ​ທີ່ມີ​ການ​ກະ​ກຽມງານ​ລ້ຽງ​ຮອງ​ຮັບ​ຢ່າງ​ເປັນ​ທາງ​ການ ແກ່ປະ​ທາ​ນາ​ທິ​ບໍ​ດີ​ເກົາຫຼີ​ໃຕ້, ທ່ານ​ຢູນ ຊຸກ ຢອ​ລ​ໃນ​ວັນ​ພຸດມື້​ອື່ນນີ້ ຢູ່​ທີ່​ທຳ​ນຽບ​ຂາວ ໃນ​ຂະ​ນະ​ທີ່​ເລ​ຂາ​ທິ​ການ​ດ້ານ​ສັງ​ຄົມ​ປະ​ຈຳ​ທຳ​ນຽບ​ຂາວ, ທ່ານ Carlos Elizondo ​ຢືນ​ຟັງ​ຢູ່​ທາງ​ຂ້າງ

"ພາຍໃຕ້ລັດ​ຖະ​ບານຂອງທ່ານ​ໄບ​ເດັນ​ແລະ​ທ່ານ​ນາງ​ແຮ​ຣີ​ສ, ພັນທະມິດຂອງສະຫະ ລັດ - [ສາທາລະນະລັດເກົາຫຼີ] ​ໄດ້ເຕີບໃຫຍ່ ຂະ​ຫຍາຍ​ໂຕອອກ​ໄປໄກກວ່າແຫຼມເກົາຫຼີອີກ, ແລະໃນປັດຈຸບັນ ໄດ້ເປັນກໍາລັງເພື່ອເຮັດ​ສິ່ງ​ທີ່ດີ ຢູ່ໃນຂົງ​ເຂດ ອິນໂດ - ປາຊີຟິກ ແລະໃນທົ່ວໂລກ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານເຈກ ຊູ​ລີ​ວານ (Jake Sullivan) ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດທີ່ກ່າວ​ໃນວັນຈັນວານນີ້.

ທ່ານຊູ​ລີ​ວານກ່າວ​ຕື່ມ​ວ່າ ພວກ​ຜູ້​ນໍາ “ຈະ​ປະກາດຂໍ້​ຕົກລົງ​ທີ່​ສຳຄັນຕ່າງໆ ​ກ່ຽວ​ກັບ​ ​ການ​ຮ່ວມ​ມືເພີ້ມ​ຂຶ້ນ ໃນການ​ສະ​ກັກ​ກັ້ນ​ເຫດ​ການທາງ​ອິນ​ເຕີ​ແນັດ​ ​ແລະການ​ຊ່ວຍ​ເຫຼືອ​ດ້ານ​ການ​ຫຼຸດຜ່ອນຜົນ​ກະ​ທົບ​ຈາກ​ດິນ​ຟ້າ​ອາກາດ, ການ​ລົງທຶນ ​ແລະ ກ່ຽວ​ກັບການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ ລະຫວ່າງ​ປະຊາຊົນ​ ກັບ​ປະຊາຊົນ​ຂອງ​ພວກ​ເຮົາໃຫ້​ຫລາຍຂຶ້ນ.”

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG