ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ແລະ​ເກົາ​ຫຼີ​ໃຕ້ ຍົກ​ລະ​ດັບ​ຂໍ້​ຕົກ​ລົງ​ດ້ານ​ຄວາມ​ໝັ້ນ​ຄົງ ເພື່ອ​ສະ​ກັດ​ກັ້ນ ໄພ​ຂົ່ມ​ຂູ່​ຈາກ​ເກົາ​ຫຼີ​ເໜືອ


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ແລະ​ລັດ​ຖະ​ມົນ​ຕີ​​ປ້ອງ​ກັນ​ປະ​ເທດ​ເກົາ​ຫຼີ​ໃຕ້ ທ່​ານ​ຊິນ ວອນ ຊິກ (ຂວາ) ເຂົ້​າ​ຮ່ວມ​ພິ​ທີ​ຕ້ອນ​ຮັບ ກ່ອນກອງ​ປະ​ຊຸມ​ດ້ານ​ຄວາມ​ໝັ້ນ​ຄົງ ທີ່​​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 13 ພະ​ຈິກ 2023 (Jung Yeon-je/Pool Photo via AP)
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ແລະ​ລັດ​ຖະ​ມົນ​ຕີ​​ປ້ອງ​ກັນ​ປະ​ເທດ​ເກົາ​ຫຼີ​ໃຕ້ ທ່​ານ​ຊິນ ວອນ ຊິກ (ຂວາ) ເຂົ້​າ​ຮ່ວມ​ພິ​ທີ​ຕ້ອນ​ຮັບ ກ່ອນກອງ​ປະ​ຊຸມ​ດ້ານ​ຄວາມ​ໝັ້ນ​ຄົງ ທີ່​​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 13 ພະ​ຈິກ 2023 (Jung Yeon-je/Pool Photo via AP)

ສະ​ຫະ​ລັດ ​ແລະ​ເກົາ​ຫຼີ​ໃຕ້​ໄດ້​ປັບ​ປຸງ​ຍົກ​ລະ​ດັບ​ຂໍ້​ຕົກ​ລົງ​ໃນ​ການ​ສະ​ກັດ​ກັ້ນ​ໄພ​ຂົ່ມ​ຂູ່​ທາງ​ດ້ານ​ທະ​ຫານ​ຈາກ​ເກົາ​ຫຼີ​ເໜືອ​ໃນ​ວັນ​ຈັນ​ວານນີ້​ເປັນ​ເທື່ອ​ທຳ​ອິດໃນ​ຮອບ​ນຶ່ງ​ທົດ​ສະ​ວັດ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ໄດ້​ພົບ​ປະ ​ກັບ​ຄູ່​ຕຳ​ແໜ່ງ​ຝ່າຍ​ເກົາ​ຫຼີ​ໃຕ້ ທ່ານຊິນ ວອນ ຊິກ (Shin Won-sik) ທີ່​ນະ​ຄອນ​ຫຼວງ​ໂຊ​ລ ເພື່ອ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ ທ່າມ​ກາງ​ການ​ເຈ​ລະ​ຈາ​ໃນ​ດ້ານ​ຄວາມ​ໝັ້ນ​ຄົງ​ປະ​ຈຳ​ປີ.

“ຄວາມ​ໝັ້ນ​ໝາຍ​ໃນ​ການ​ສະ​ກັດ​ກັ້ນ​ໄພ​ຂົ່ມ​ຂູ່​ຂອງ​ພວກ​ເຮົາ​ຕໍ່​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີແມ່ນ​ຍັງ​ແຂງ​ແກ່ນ. ນັ້ນ​ແມ່ນ​ຮວມ​ທັງ​ການ​ນຳໃຊ້​ຢ່າງ​ເຕັມ​ຂອບ​ເຂດ​ໃນ ດ້ານອາ​ວຸດ​ນິວ​ເຄ​ລຍ ອາ​ວຸດ​ທຳ​ມະ​ດາແລະ​ຄວາມ​ສາ​ມາດ​ໃນ​ການ​ປົກ​ປ້ອງ​ລູກ​ສອນ​ໄຟ​” ທ່ານອອ​ສ​ຕິນ​ກ່າວ​ຕໍ່​ກອງ​ປະ​ຊຸມ​ພວກ​ນັກຂ່າວ​ ໃນ​ວັນ​ຈັນ​ວານນີ້.

ຕົວ​ຢ່າງ​ຄວາມ​ໝັ້ນ​ໝາຍ​ນັ້ນ ທ່ານອອ​ສ​ຕິນ​ໄດ້​ກ່າວ​ຢ້ຳ​ ເຖິງ​ການ​ໄປ​ຢ້ຽມ​ຢາມ​ເມື່ອໄວໆ​ມານີ້ ໂດຍ​ກຳ​ປັ່ນ​ດຳ​ນ້ຳ​ຕິດ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ນິວ​ເຄ​ລຍ ແລະ​ການ​ລົງ​ຈອດ​ ຂອງ​ເຮືອ​ບິນ​ຖິ້ມ​ລະ​ເບີດ​ຍຸດ​ທະ​ສາດ​ບີ 52 ຢູ່​ທີ່​ແຫຼມ​ເກົາ​ຫຼີ​ເປັນ​ເທື່ອ​ທຳ​ອິດ ໃນ​ສັດ​ຕະ​ວັດ​ທີ 21.

ສ່ວນ​ທ່ານ​ຊິນ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ເກົາ​ຫຼີ​ເໜືອ​ໄດ້​ສ້າງ​ຄວາມ​ກ້າວ​ໜ້າ​ໃນ​ດ້ານ​ຄວາມ​ສາ​ມາດ​ທາງ​ດ້ານ​ນິວ​ເຄ​ລຍ​ຢ່າງ​ໃຫຍ່​ຫຼວງນັບ​ແຕ່​ໄດ້​ມີ​ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ເທື່ອ​ທຳ​ອິດ ເມື່ອ​ສິບ​ປີ​ກ່ອນ.

ນອກຈາກ “ການ​ກະ​ທຳ​ເພື່ອ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ແລ້ວ” ໂດຍ​ເກົາ​ຫຼີ​ເໜືອ​ແລ້ວ ທ່ານອອ​ສ​ຕິນ​ຍັງ​ກ່າວ​ວ່າ ທັງ​ສອງ​ຝ່າຍ​ຍັງ​ໄດ້​ຫາ​ລື​ກັນ​ກ່ຽວ​ກັບ​ກິດ​ຈະ​ກຳ​ດ້ານ​ການ​ທະ​ຫານ​ຂອງ​ຈີນ ແລະ​ຣັດ​ເຊຍ “ທີ່​ບ່ອນ​ທຳ​ລາຍ​ກົດ​ລະ​ບຽບ ​ໃນ​ການ​ປົກ​ຄ​ອງດ້ວຍ​ຕົວ​ບົດ​ກົດ​ໝາຍ​ຂອງ​ລະ​ຫວ່າງ​ປະ​ເທດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG