ສະຫະລັດ ມີຄວາມມຸ່ງໝັ້ນທີ່ຈະຂັດຂວາງ ເກົາຫຼີເໜືອ ເຊິ່ງໄດ້ຮັບການ ສະໜັບສະໜູນຈາກຄວາມອາດສາມາດເຕັມອັດຕາຂອງ ສະຫະລັດ ທີ່ລວມ ມີດ້ານ ນິວເຄລຍ, ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ກ່າວຕໍ່ປະທາ ນາທິບໍດີ ເກົາຫຼີໃຕ້ ທ່ານ ຢຸນ ຊຸກ ໂຢລ ລະຫວ່າງການພົບປະກັນຢູ່ດ້ານນອກ ກອງປະຊຸມສຸດຍອດຂອງອົງການ NATO ໃນວັນພະຫັດວານນີ້, ອີງຕາມລາຍ ງານຂອງອົງການຂ່າວ Reuters.
ສໍານັກງານຂອງ ທ່ານ ຢຸນ ເປີດເຜີຍວ່າ ຜູ້ນຳທັງສອງປະເທດຍັງໄດ້ອະນຸມັດ ຂໍ້ຄຳແນະນຳ ກ່ຽວກັບ ການສ້າງຕັ້ງລະບົບການເຊື່ອມໂຍງກັນ ສໍາລັບການຂັດ ຂວາງຢ່າງກວ້າງຂວາງຢູ່ແຫຼມເກົາຫຼີ ເພື່ອຕ້ານໄພຂົ່ມຂູ່ທາງດ້ານນິວເຄລຍ ແລະໄພຂົ່ມຂູ່ທາງທະຫານຈາກ ເກົາຫລີເໜືອ.
ທ່ານ ກິມ ແຕ-ຮຽວ (Kim Tae-hyo) ເຊິ່ງເປັນຮອງທີ່ປຶກສາດ້ານຄວາມໝັ້ນ ຄົງແຫ່ງຊາດຂອງ ທ່ານ ຢຸນ ກ່າວໃນກອງປະຊຸມລາຍງານໃນນະຄອນຫຼວງ ວໍຊິງຕັນວ່າ ທິດທາງດັ່ງກ່າວນັ້ນ ຖືກວາງອອກຢ່າງເປັນທາງການກ່ຽວກັບການສົ່ງອາວຸດນິວເຄລຍຂອງ ສະຫະລັດ ເຂົ້າໄປໃນແຫຼມເກົາຫຼີ ແລະລຽບ ຕາມບໍລິເວນອ້ອມຮອບແຫຼມເກົາຫຼີ ເພື່ອສະກັດກັ້ນ ແລະຕອບໂຕ້ຕໍ່ການໂຈມຕີດ້ວຍອາວຸດນິວເຄລຍຂອງເກົາຫຼີເໜືອ.
ທ່ານ ກິມ ກ່າວວ່າ “ໝາຍຄວາມວ່າ ອາວຸດນິວເຄລຍຂອງສະຫະລັດ ແມ່ນຖືກມອບໝາຍເປັນພິເສດໃນພາລະກິດຢູ່ແຫຼມເກົາຫຼີ.” ໃນກ່ອນໜ້ານີ້ ທ່ານ ໄບເດັນ ແລະ ທ່ານ ຢຸນ ໄດ້ອອກຖະແຫຼງການຮ່ວມດ້ວຍການປະກາດລົງນາມໃນຂໍ້ກຳນົດກ່ຽວກັບການປ້ອງກັນຄວາມສະຫງົບ ແລະ ການເຄື່ອນໄຫວນິວເຄລຍຢູ່ແຫຼມເກົາຫຼີ.
ຢູ່ຖະແຫຼງການກ່າວວ່າ “ປະທານາທິບໍດີຂອງທັງສອງປະເທດ ໄດ້ອອກມາຢືນຢັນຕໍ່ຄວາມມຸ່ງໝັ້ນຂອງພວກທ່ານຢ່າງຊໍ້າແລ້ວຊໍ້າອີກຢູ່ໃນຖະແຫຼງການ ວໍຊິງຕັນ ລະຫວ່າງ ສະຫະລັດ ແລະ ເກົາຫຼີໃຕ້ ພ້ອມທັງໄດ້ເນັ້ນໜັກວ່າ ການບຸກໂຈມຕີດ້ວຍນິວເຄລຍຂອງ ເກົາຫຼີເໜືອ ຕໍ່ ເກົາຫຼີໃຕ້ ຈະໄດ້ຮັບການຕອບໂຕ້ຢ່າງໄວວາ, ຢ່າງລົ້ນເຫຼືອ ແລະດ້ວຍການຕັດສິນໃຈທີ່ເດັດຂາດ.
ຟໍຣັມສະແດງຄວາມຄິດເຫັນ