ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ປາກົດວ່າ ສະຫະລັດ ກັບເກົາຫຼີໃຕ້ ຈະຫຼຸດຜ່ອນ ລະດັບການຝຶກຊ້ອມ ທະຫານລົງ


US, S. Korea Seem to Scale Back War Games
please wait

No media source currently available

0:00 0:02:43 0:00

ເຊີນຊົມວິດີໂອ ກ່ຽວກັບ ຂ່າວນີ້.

ໃນວັນຈັນມື້ນີ້ ສະຫະລັດ ແລະ ເກົາຫຼີໃຕ້ ໄດ້ເລີ້ມຕົ້ນ ທຳການຊ້ອມລົບຂະໜານໃຫຍ່
ຮ່ວມກັນ ໄລຍະເວລາ 10 ມື້ ແຕ່ໄດ້ມີການຫລຸດກຳລັງທະຫານ ແລະຍຸດໂທປະກອນ
ລົງຫຼາຍກວ່າ ທີ່ໄດ້ເຄີຍຊ້ອມຮ່ວມກັນມາ ເມື່ອປີກາຍນີ້.

ບັນດາຜູ້ນຳທະຫານ ໄດ້ເນັ້ນໜັກເຖິງຄວາມຈຳເປັນທີ່ຕ້ອງຊ້ອມລົບ ໃນດ້ານການປ້ອງ
ກັນເຫຼົ່ານີ້ ເພື່ອຮັກສາໄວ້ຄວາມພ້ອມໃນການປະຕິບັດງານ ແຕ່ມີຄວາມເປັນຫ່ວງວ່າ
ການສະແດງກຳລັງທະຫານ ອາດເຮັດໃຫ້ຄວາມເຄັ່ງຕຶງຢູ່ໃນຂົງເຂດຮ້າຍແຮງຂຶ້ນຕື່ມ
ອີກ ຫຼັງຈາກ ເມື່ອບໍ່ດົນມານີ້ ສະຫະລັດ ແລະ ເກົາຫຼີເໜືອ ເກືອບຈະເກີດບັນຫາຂັດ
ແຍ້ງກັນ ກ່ຽວກັບການຍິງທົດລອງລູກສອນໄຟ ທີ່ອາດຈະແນເປົ້າໝາຍໃສ່ ຂົງເຂດ
ເກາະ Guam ນັ້ນ.

ການຊ້ອມລົບ ທີ່ມີຊື່ວ່າ Ulchi Freedom Guardian ທີ່ມີຂຶ້ນທຸກໆລະດູຮ້ອນ ເປັນ
ການປະຕິບັດການດ້ານການວາງແຜນ ແລະ ການປະສານງານ ຂອງກອງທັບທີ່ ກ່ຽວ
ກັບວິທີຮັບມື ກັບສະຖານະການໂຈມຕີ ຂອງເກົາຫຼີເໜືອ ທີ່ຈຳລອງຂຶ້ນມາ ໂດຍຄອມ
ພິວເຕີ. ຈຳນວນທະຫານອາເມຣິກັນ 17,500 ຄົນ ຈະເຂົ້າຮ່ວມ ຊຶ່ງຫລຸດລົງຈາກຈຳ
ນວນເດີມ 25,000 ຄົນ ເມື່ອປີກາຍນີ້ ພ້ອມກັນກັບທະຫານຂອງເກົາຫຼີໃຕ້ ຈຳນວນ
50,000 ຄົນ.

ນອກເໜືອຈາກການຊ້ອມລົບທີ່ປະສົມປະສານກັນ ດ້ານພາກພື້ນດິນ ອາກາດ ທະເລ
ທີ່ໄດ້ມີຂຶ້ນໃນລະດູບານໃໝ່ ແລ້ວ ເກມສົງຄາມປະຈຳປີເຫຼົ່ານີ້ ແມ່ນມີຄວາມຈຳເປັນ
ເພື່ອຝຶກແອບ ພວກທະຫານຊຸດໃໝ່ ທີ່ລັ່ງໄຫລເຂົ້າມາຢ່າງຕໍ່ເນື່ອງ ທີ່ໄດ້ຖືກສົ່ງໄປປະ
ຈຳການຢູ່ສະໜາມລົບ ດັ່ງທີ່ບັນດາຜູ້ນຳທະຫານໄດ້ກ່າວນັ້ນ.

ນັກວິເຄາະດ້ານການທະຫານ ທ່ານ Grant Newsham ຢູ່ທີ່ສະຖານບັນ Japan
Forum ເພື່ອການສຶກສາດ້ານຍຸດທະສາດ ໃນໂຕກຽວ ກ່າວວ່າ “ສິ່ງທີ່ພວກເຮົາກຳລັງ
ເວົ້າຢູ່ນີ້ ແມ່ນກ່ຽວກັບການສູ້ລົບ. ມັນບໍ່ແມ່ນການເດີນສວນສະໜາມ ສະນັ້ນແລ້ວ
ເຈົ້າຕ້ອງໄດ້ຍົກລະດັບຂຶ້ນ ຕະຫຼອດເວລາ.”

ແຕ່ການຊ້ອມລົບໃນປີນີ້ ມີຂຶ້ນໃນຂະນະທີ່ ຜູ້ນຳເກົາຫຼີເໜືອ Kim Jong Un ແທ້ຈິງ
ແລ້ວ ຫາກໍໄດ້ຫລຸດຜ່ອນຄວາມເຄັ່ງຕຶງລົງ ໂດຍການໂຈະໄວ້ ແຜນການທີ່ຈະຍິງລູກ
ສອນໄຟຂີປະນາວຸດ ລັດສະໝີປານກາງ ໄປໃນທິດທາງນ່ານນ້ຳ ໃກ້ໆກັບເຂດແດນ
ຂອງເກາະກວມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG