ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ເກົາຫຼີໃຕ້ ມີຄວາມເຫັນ ຕ່າງກັນ ຫຼາຍຂຶ້ນ ກ່ຽວກັບວ່າ ຈະປົດ ອາວຸດນິວເຄລຍ ເກົາຫຼີເໜືອ ແບບໃດ


ຜູ້ນຳເກົາຫຼີເໜືອ ຊ້າຍ ທ່ານກິມ ຈົງ ອຶນ ແລະປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ ທີ່ບ້ານພັນມູນຕອມ ໃນເຂດປອດ ທະຫານ ວັນທີ 27 ເມສາ 2018.
ຜູ້ນຳເກົາຫຼີເໜືອ ຊ້າຍ ທ່ານກິມ ຈົງ ອຶນ ແລະປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ ທີ່ບ້ານພັນມູນຕອມ ໃນເຂດປອດ ທະຫານ ວັນທີ 27 ເມສາ 2018.

ໃນ​ຂະນະ​ທີ່​ເກົາຫຼີ​ໃຕ້ ຂະຫຍາຍ​ການ​ພົວພັນ​ກັບ​ເ​ກົາຫຼີ​ເໜືອນັ້ນ ປາກົດ​ວ່າໄດ້ ມີການ
ບໍ່ລົງລອຍທີ່ກວ້າງອອກ ລະຫວ່າງ ວໍ​ຊິງ​ຕັນ​ ແລະ​ໂຊ​ລ ກ່ຽວ​ກັບ​ວ່າ ຈະ​ບັນລຸ​ການ​ປົດ
ອາວຸດ​ນິວ​ເຄລຍຂອງ​ເກົາຫຼີ​ເໜືອໄດ້​ຢ່າງ​ໃດ.

​ເກົາຫຼີໃຕ້ກຳລັງຊຸກຍູ້ໃຫ້ມີການເອົາ​ບາດ​ກ້າວທາງດ້ານ​ເສດຖະກິດຫຼາຍຢ່າງກັບ​ເກົາຫຼີ
​ເໜືອ ໂດຍມີ​ເປົ້າ​ໝາຍ​ເພື່ອປັບປຸງ​ຄວາ​ມສຳພັນລະຫວ່າງ​ເກົາຫຼີໃຫ້ດີຂຶ້ນ ອີງ​ຕາມ​ບັນ
ດາ​ນັກວິ​ເຄາະ ​ໃນ​ຂະນະ​ທີ່​ວໍຊິງ​ຕັນ ​ກຳລັງ​ເນັ້ນ​ໜັກ​ເຖິງຄວາມ​ຈຳ ເປັນທີ່ຈະສືບຕໍ່ການ
ກົດ​ດັນ​ຢ່າງສຸດ​ຂີ​ດ ໃນ​ການ​ລົງ​ໂທດຂອງ​ສາກົນ​ຕໍ່​ພຽງ​ຢາງ.

ຢູ່​ໃນ​ຄຳປາໄສ ອອກ​ອາກາດ​ສົດ ທາງໂທລະພາບ ເນື່ອງໃນໂອກາດຄົບຮອບ 73 ປີ
ຂອງ​ການ​ປົດປ່ອຍ​ເກົາຫຼີ ຈາກການຢຶດຄອງເປັນເວລາ 35 ປີ ຂອງ​ຍີ່ປຸ່ນ ປະ​ທາ​ນາ​ທິ
ບໍດີ​ເກົາຫຼີໃຕ້ ທ່ານມູນ​ ​ແຈ-ອິນ ​ໄດ້​ຮຽກຮ້ອງ​ໃຫ້​ປະ​ເທດ ​ໃຫ້​ຄວາມ​ສຳຄັນ​ຕໍ່​ແຜນການ
ຕ່າງໆ ຂອງ​ລັດຖບານ ​ເພື່ອ​ປັບປຸງ​ຄວາມ​ສຳພັນ​ກັບ​ເກົາຫຼີ​ເໜືອໂດຍຜ່ານ​ການສ້າງ
ຄວາມປອງດອງຊາດ​ແລະ​ໂຄງການ​ເສດຖະກິດ.

ຜູ້ນ່ຳທ່ຽວເກົາຫີ້ຼເໜື້ອຄົນນຶ່ງ ນັ່ງຖ່າຍຮູບ ຢູ່ພູເກີນກັງ ບ່ອນຕາກອາກາດ ໃນເກົາຫຼີເໜືອ.
ຜູ້ນ່ຳທ່ຽວເກົາຫີ້ຼເໜື້ອຄົນນຶ່ງ ນັ່ງຖ່າຍຮູບ ຢູ່ພູເກີນກັງ ບ່ອນຕາກອາກາດ ໃນເກົາຫຼີເໜືອ.

ທ່ານ​ມູນ ກ່າວ​ຢູ່ໃນ​ຄຳປາໄສ​ອາທິດ​ແລ້ວ​ນີ້​ວ່າ “ການ​ພັດທະນາ​ໃນ​ຄວາມ​ສຳພັນ​ລະ
ຫວ່າງເກົາ​ຫຼີບໍ່​ໄດ້​ເປັນ​ຜົນ​ກະທົບ​ຕໍ່​ຄວາມກ້າວໜ້າໃນຄວາມ​ສຳພັນລະຫວ່າງ ​ເກົາ​ຫຼີ
ເໜືອ​ແລະ​ສະຫະລັດ. ແຕ່​ແທນ​ທີ່ ມັນໄດ້ພາໃຫ້ມີຄວາມ​ຄືບໜ້າ​ໃນ​ຄວາມ​ສຳພັນ​ລະຫວ່າງເກົາຫຼີ ຊຶ່ງ​ເປັນ​ແຮງຂັບ​ດັນ​ຢູ່​ເບື້ອງ​ຫຼັງ​ ເພື່ອໃຫ້​ແຫຼມ​ເກົາຫຼີເປັນເຂດປອດ
ນິວເຄລຍ.

ເຂດອຸດສາຫະກຳເຄຊອນ ໃນເກົາຫຼີເໜຶອ ລະຫວ່າງການນຳທ່ຽວຂອງບັນດານັກຂ່າວ ວັນທີ 24 ເມສາ 2018.
ເຂດອຸດສາຫະກຳເຄຊອນ ໃນເກົາຫຼີເໜຶອ ລະຫວ່າງການນຳທ່ຽວຂອງບັນດານັກຂ່າວ ວັນທີ 24 ເມສາ 2018.

ທ່ານ​ມູນ​ໄດ້​ກ່າວຢ້ຳ​ວ່າ ລາຍ​ໄດ້ຈາກໂຄງການຮ່ວມມືທາງເສດຖະກິດລະຫວ່າງ​ເກົາຫຼີ​
“​ຄາດ​ຄະ​ເນວ່າຈະມີເຖິງ 70 ພັນຕື້ວອນ ເປັນຢ່າງ​ໜ້ອຍ​ໃນໄລຍະ 30 ປີ​ຂ້າງ​ໜ້າ​ນີ້”
​ໂດຍ​ອ້າງການ​ຄົ້ນຄວ້າ​ຂອງ​ອົງການຈັດຕັ້ງ​ລັດຖະບານ. ຈຳນວນ​ດັ່ງກ່າວແມ່ນ​ປະມານ
62.4 ຕື້​ໂດ​ລາ.

ປະທານາທິບໍດີດໍໂນລ ທຣໍາ ພົບປະກັບ ປະທານາທິບໍດີເກົາຫຼີໃຕ້ ທີ່ທໍານຽບຂາວ ວັນທີ 22 ພຶດສະພາ 2018.
ປະທານາທິບໍດີດໍໂນລ ທຣໍາ ພົບປະກັບ ປະທານາທິບໍດີເກົາຫຼີໃຕ້ ທີ່ທໍານຽບຂາວ ວັນທີ 22 ພຶດສະພາ 2018.

​ທ່ານ​ມູນ​ກ່າວ​ວ່າ ​ໂຄງການ​ຮ່ວມມືທາງເສດຖະກິດລະຫວ່າງເກົາຫຼີຈະ​ຍັງ​ຜົນໃຫ້​ໄດ້
ຮັບເງິນ​ຈຳນວນດັ່ງກ່າວ ຮວມທັງການ​ສ້າງ​ທາງ​ລົດ​ໄຟ ທີ່​ຈະ​ເຊື່​ອມຕໍ່​ເກົາຫຼີ​ເໜືອ ​ແລະ
ເກົາຫຼີ​ໃຕ້ ​ແລະ​ເລີ້ມ​ເປີດການທ່ອງທ່ຽວ ​ໄປຍັງ​ພູ​ເກີມກັງ​ຂອ​ງເກົາຫຼີ​ເໜືອ ​ແລະ​ເປີດເຂດ​ອຸດສາຫະກຳ​ເກ​ຊອງ​ຄືນໃໝ່ ​ໃນ​ເກົາຫຼີ​ເໜືອ. ທັງ​ໝົດ​ນີ້​ຈະ​ສ້າງ​ລາຍ​ໄດ້​ເປັນເງິນຕາ​
ຕ່າງປະ​ເທດ​ທີ່​ຕ້ອງການໃຫ້​ແກ່​ພຽງຢາງຊຶ່ງໃນ​ປັດຈຸບັນ​ນີ້ ອາດ​ສາມາດນຳ​ເງິນດັ່ງກ່າວ
ໄປໃຊ້ໃນໂຄງການອາວຸດ​ນິວ​ເຄລຍ.

ອ່ານຂ່່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG