ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະເກົາຫຼີໃຕ້ ​ທຳການຊ້ອມລົບແບບຮີບດ່ວນ ເພື່ອຕອບໂຕ້ຕໍ່ການຂົ່ມຂູ່ຂອງເກົາຫຼີເໜືອ


ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ທ່ານລອຍ ອອສຕິນ ຈັບມືກັບລັດຖະມົນຕີກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ ທ່ານລີ ຈົງ-ຊັບ ລຸນຫຼັງການຖະແຫຼງຂ່າວຮ່ວມ ຢູ່ທີ່ກະຊວງປ້ອງກັນປະເທດ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 31 ມັງກອນ 2023.
ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ທ່ານລອຍ ອອສຕິນ ຈັບມືກັບລັດຖະມົນຕີກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ ທ່ານລີ ຈົງ-ຊັບ ລຸນຫຼັງການຖະແຫຼງຂ່າວຮ່ວມ ຢູ່ທີ່ກະຊວງປ້ອງກັນປະເທດ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 31 ມັງກອນ 2023.

ສະຫະລັດ ແລະເກົາຫຼີໃຕ້ ຈະເພີ້ມ​ໄລ​ຍະ ແລະຂອບເຂດ ຂອງການຊ້ອມ​ລົບຮ່ວມ, ພ້ອມທັງຂະຫຍາຍການສືບລັບຮ່ວມກັນ​ ເພື່ອຕອບໂຕ້ຕໍ່ການທົດລອງຍິງລູກສອນໄຟຢ່າງຕໍ່ເນື່ອງຂອງເກົາຫຼີເໜືອ.

ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ທ່ານລອຍ ອອສຕິນ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ ທ່ານລີ ຈົງ-ຊັບ (Lee Jong-sup) ໄດ້ໃຫ້ຄໍາໝັ້ນສັນຍາທີ່ເຂັ້ມແຂງຕໍ່ກັນ ເພື່ອຕອບໂຕ້ໃນສິ່ງທີ່ພວກເຂົາເຈົ້າໄດ້ລະບຸວ່າ ເປັນການເກາະຜິດທີ່ບໍ່ເຄີຍມີມາກ່ອນໃນຊ່ວງປີທີ່ຜ່ານມາຂອງພຽງຢາງ.

ໃນລະ​ຫວ່າງຖະແຫຼງຂ່າວຮ່ວມກັນ ລຸນຫຼັງການປະຊຸມເປັນເວລານຶ່ງຊົ່ວໂມງຢູ່ທີ່ກະຊວງປ້ອງກັນປະເທດໃນນະຄອນຫຼວງໂຊລ, ທ່ານອອສຕິນ ໄດ້ໃຫ້​ການ​ຄ້ຳ​ປະ​ກັນ​ຕໍ່ບັນດາເຈົ້າໜ້າທີ່ຂອງເກົາຫຼີໃຕ້ ​ເຖິງ​ການ​ຕັດ​ສິນ​ໃຈ​ຢ່າງ​ເດັດ​ດ່ຽວ​ຂອງວໍຊິງຕັນ, ແລະທໍານຽບຫ້າແຈ ຈະ “ນໍາໃຊ້ຄວາມອາດສາມາດໃນການປ້ອງກັນຂອງສະຫະລັດຢ່າງສົມບູນ ລວມເຖິງລະບົບອາວຸດທຳ​ມະ​ດາ ນິວເຄລຍ, ແລະລະບົບຄວາມສາມາດໃນການປ້ອງກັນຂອງລູກສອນໄຟ” ເພື່ອປົກປ້ອງພັນທະມິດ​ທີ່​ຍາວນານຂອງພວກພວກເຮົາ.

ທ່ານອອສຕີນ ແລະ ທ່ານລີ ຍັງໄດ້ກ່າວວ່າ ທັງສອງປະເທດຈະກ້າວໄປໜ້າ ດ້ວຍການຊ້ອມລົບທາງທະຫານແບບໃໝ່ທີ່ທັນສະໄໝ, ເຊັ່ນດຽວກັບການຊ້ອມລົບ ແລະການຝຶກແອບຕ່າງໆເພີ້ມເຕີມ.

ກ່ອນໜ້າການປະຊຸມ, ເຈົ້າໜ້າທີ່ຂອງສະຫະລັດ ໄດ້ໃຫ້ຄໍາໝັ້ນທີ່ຈະກັບມາດໍາເນີນການຍິງຊ້ອມລົບໂຕຈິງຮ່ວມກັນອີກຄັ້ງໃນປີໜ້ານີ້.

ທ່ານອອສຕິນ ກ່າວວ່າ ເກົາຫຼີໃຕ້ ຍັງສາ​ມາດຄາດຫວັງການສະໜັບສະໜຸນເພີ້ມເຕີມ ຕະຫຼອດໄລຍະເວລາທີ່ກອງກໍາລັງທະຫານຂອງສະຫະລັດຍັງຄົງປະຕິບັດໜ້າທີ່ຢູ່, ເຊິ່ງລວມມີ ການນໍາໃຊ້ເຮືອບິນລົບ F-22 ແລະ F-35, ພ້ອມດ້ວຍການຢ້ຽມຢາມໂດຍກຸ່ມກໍາປັ່ນບັນທຸກເຮືອບິນ Ronald Reagan.

ປັດຈຸບັນນີ້ ສະຫະລັດມີກອງກໍາລັງທາງທະຫານປະຈໍາການຢູ່ເກົາຫຼີໃຕ້ປະມານ 28,500 ຄົນ. ແຕ່ ເນື່ອງຈາກພຶດຕິກໍາທີ່ມັກເກາະຜິດຂອງພຽງຢາງ ເຮັດໃຫ້ເກົາຫຼີໃຕ້ ມີຄວາມກັງວົນຢ່າງຫຼວງຫຼາຍ ຈຶ່ງໄດ້ເຮັດໃຫ້ປະທານາທິບໍດີຢຸນ ຊຸກ ໂຢລ ໄດ້ແນະນໍາໃນຕົ້ນເດືອນນີ້ວ່າ ວໍຊິງຕັນຈໍາເປັນຈະຕ້ອງ​ສົ່ງ​ອາ​ວຸດນິວເຄລຍກັ​ບ​ຄືນ​ໄປແຫຼມເກົາຫຼີອີກຄັ້ງ ໃນຂະນະທີ່ທ່ານເອງກໍກ່າວວ່າ ໂຊລກໍສາ ມາດເລີ້ມຕົ້ນເກັບ​ສະ​ສົມອາວຸດນິວເຄລຍຂອງຕົນໄດ້ເຊັ່ນກັນ.

ທ່ານອອສຕິນ ພົບປະກັບ ທ່ານຢຸນ ໃນວັນອັງຄານມື້ນີ້ ລຸນຫຼັງການປະຊຸມກັບທ່ານລີ, ແຕ່ທັງສອງທ່ານ ບໍ່ໄດ້ໃຫ້​ຄວາມ​ເຫັນໃດໆຕໍ່ສື່ມວນຊົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG