ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດ ແລະ ເກົາຫຼີໃຕ້ ກະກຽມແຜນສຳຮອງ ກ່ຽວກັບ ການທົດລອງລະເບີດນິວເຄລຍ ທີ່ໃກ້ຈະເກີດຂຶ້ນ ຂອງເກົາຫຼີເໜືອ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ຈັບມືກັບລັດຖະມົນຕີການຕ່າງປະເທດ ເກົາຫຼີໃຕ້ ທ່ານ ພາກ ຈິນ ຢູ່ກະຊວງການຕ່າງປະເທດ, ນະຄອນຫຼວງ ວໍຊິງຕັນ. 13 ມິຖຸນາ, 2022.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ຈັບມືກັບລັດຖະມົນຕີການຕ່າງປະເທດ ເກົາຫຼີໃຕ້ ທ່ານ ພາກ ຈິນ ຢູ່ກະຊວງການຕ່າງປະເທດ, ນະຄອນຫຼວງ ວໍຊິງຕັນ. 13 ມິຖຸນາ, 2022.

ສະຫະລັດ ແລະ ເກົາຫຼີໃຕ້ ແມ່ນກຳລັງກະກຽມສຳລັບແຜນສຳຮອງທຸກຢ່າງ ກ່ຽວກັບ ການທົດລອງລະເບີດນິວເຄລຍຂອງເກົາຫຼີເໜືອທີ່ໃກ້ຈະເກີດຂຶ້ນ, ແຕ່ ລັດຖະບານປະທານາທິບໍດີ ໂຈ ໄບເດັນ ແມ່ນກຳລັງປະເຊີນກັບຄຳຖາມທີ່ຍາກ ຈາກບັນດາສະມາຊິກລັດຖະສະພາ ແລະ ນັກວິເຄາະ ກ່ຽວກັບການຢຸດ ຊະງັກທາງການທູດ ແລະ ຄວາມບໍ່ສາມາດທີ່ຈະຢັບຢັ້ງເກົາຫຼີເໜືອບໍ່​ໃຫ້​ທຳການຍຸແຍ່ຕໍ່ໄປໄດ້.

ໃນວັນຈັນວານນີ້ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ຈັດການເຈລະຈາກັບລັດຖະມົນຕີການຕ່າງປະເທດ ເກົາຫຼີໃຕ້ ທ່ານ ພາກ ຈິນ ຢູ່ກະຊວງການຕ່າງປະເທດ. ທັງສອງທ່ານໄດ້ປຶກສາຫາລືກັນ ກ່ຽວກັບ ການຕອບໂຕ້ທີ່ “ເປັນນ້ຳນຶ່ງໃຈ​ດຽວກັນ ແລະ ເດັດດ່ຽວ” ຕໍ່ການທົດ ລອງລູກສອນໄຟຂີປະນາວຸດຈຳນວນຫຼາຍ ແບບບໍ່ເຄີຍມີມາກ່ອນ ແລະ ໄພຂົ່ມຂູ່ລະເບີດນິວເຄລຍຂອງເກົາຫຼີເໜືອ. ໃນປີນີ້, ເກົາຫຼີເໜືອ ໄດ້ຍິງລູກ ສອນໄຟຂີປະນາວຸດ 31 ລູກ, ເຊິ່ງທຳລາຍສະຖິຕິ 25 ລູກໃນປີ 2019.

ທ່ານ ພາກ ໄດ້ກ່າວວ່າ ທ່ານເຊື່ອວ່າ ເກົາຫຼີເໜືອ ໄດ້ສຳເລັດການກະກຽມ ສຳລັບການທົດລອງລະເບີດນິວເຄລຍຄັ້ງຕໍ່ໄປ ແລະ ຕອນນີ້ໄດ້ຮຽກຮ້ອງພຽງ “ການຕັດສິນໃຈທາງການເມືອງ.” ມັນຈະເປັນການທົດລອງລະເບີດນິວເຄລຍ ຄັ້ງທີ 7 ຂອງພຽງຢາງ ນັບຕັ້ງແຕ່ປີ 2006 ແລະ ເປັນຄັ້ງທຳອິດຂອງເຂົາເຈົ້າ ນັບຕັ້ງແຕ່ປີ 2017.

ທ່ານ ພາກ ໄດ້ກ່າວຕໍ່ບັນດານັກຂ່າວໃນລະຫວ່າງການຢ້ຽມຢາມວໍຊິງຕັນເປັນ ຄັ້ງທຳອິດຂອງທ່ານໃນຖານະເປັນນັກການທູດຂອງເກົາຫຼີໃຕ້ວ່າ “ຖ້າເກົາ ຫຼີເໜືອທຳການທົດລອງລະເບີດນິວເຄລຍອີກຄັ້ງນຶ່ງ, ຂ້າພະເຈົ້າຄິດວ່າ ມັນຈະຂະຫຍາຍການກີດຂວາງຂອງພວກເຮົາ ແລະມາດຕະການລົງໂທດ ສາກົນເຊັ່ນກັນ, ແລະ ມັນມີແຕ່ຈະແຍກເກົາຫຼີເໜືອອອກຈາກປະຊາຄົມສາກົນ ເທົ່າ​ນັ້ນ.”

ທ່ານ ບລິງເຄັນ ໄດ້ກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວຮ່ວມວ່າ “ພວກເຮົາໄດ້ກະກຽມສຳລັບການປັບປ່ຽນທັງໄລຍະສັ້ນ ແລະ ໄລຍະຍາວ ໃນຕຳແໜ່ງທາງທະຫານຂອງພວກເຮົາ.” ​ນັກ​ການທູດລະດັບສູງສະຫະລັດ ທ່ານນີ້ ໄດ້ກ່າວເພີ່ມວ່າທັງສອງປະເທດແມ່ນກຳລັງເຈລະຈາ ກ່ຽວກັບ ວິທີທີ່ຈະ “ຂະຫຍາຍຂອບເຂດ ແລະ ຂະໜາດຂອງການຝຶກຊ້ອມທາງທະຫານຮ່ວມກັນ” ເຊັ່ນດຽວກັບ “ການຝຶກຊ້ອມໃນ ແລະ ອ້ອມແຫຼມ ເກົາຫຼີ.”

ກຸ່ມເຮັດວຽກ ກ່ຽວກັບ “ການຂະຫຍາຍການຍັບຢັ້ງ” ລະຫວ່າງ ສະຫະລັດ ແລະ ເກົາຫຼີໃຕ້ ຈະຖືກສ້າງຕັ້ງຄືນ ແລະ “ລູກຂຶ້ນ ແລະ ເຮັດວຽກໃນໄວໆ ນີ້ໃນບໍ່ເທົ່າໃດອາທິດຂ້າງໜ້າ.”

ໃນວັນເສົາທີ່ຜ່ານມາ, ສື່ມວນຊົນລັດຖະບານ ເກົາຫຼີເໜືອ ໄດ້ປະກາດການ ແຕ່ງຕັ້ງທ່ານນາງ ໂຊ ຊອນ ຮຸຍ (Choe Son Hui) ເປັນລັດຖະມົນຕີ ການຕ່າງປະເທດແມ່ຍິງຄົນທຳອິດຂອງປະເທດ ແລະ ເປັນນຶ່ງໃນບັນດາແມ່ຍິງ ທີ່ມີຕຳແໜ່ງສູງທີ່ສຸດໃນປະຫວັດສາດຂອງເຂົາເຈົ້າ. ມັນບໍ່ແນ່ນອນວ່າ ການແຕ່ງຕັ້ງທ່ານນາງ ໂຊ ໄດ້ລະບຸໃຫ້ເຫັນການປ່ຽນແປງທີ່ ກວ້າງຂວາງໃນວິທີການຂອງ ເກົາຫຼີເໜືອ ຕໍ່ ສະຫະລັດ ແລະ ເກົາຫຼີໃຕ້ຫຼືບໍ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG