ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ເກົາຫຼີ​ໃຕ້ ເລື່ອນ​ການ​ຊ້ອມ​ລົ​ບ​ ຫຼັງ​ຈາກ​ການ​ລະ​ບາດ ​ຂອງ ໄວ​ຣັ​ສ​ໂຄ​ໂຣ​ນາ


ລັດ​ຖະ​ມົນ​ຕີ​ປ​້ອງ​ກັນ​ປະ​ເທດ ທ່ານ ມາກ ເອັ​ສ​ເປີ, ຊ້າຍ, ຟັງລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ເກົາຫຼີ​ໃຕ້ ທ່ານ ຈອງ ຄີ​ຢອງ ໂດ, ຂວາ, ກ່າວຄຳ​ປາ​ໄສ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ທຳ​ນຽບ​ຫ້າ​ແຈ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 24 ກຸມ​ພາ, 2020. (AP Photo/Susan Walsh)
ລັດ​ຖະ​ມົນ​ຕີ​ປ​້ອງ​ກັນ​ປະ​ເທດ ທ່ານ ມາກ ເອັ​ສ​ເປີ, ຊ້າຍ, ຟັງລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ເກົາຫຼີ​ໃຕ້ ທ່ານ ຈອງ ຄີ​ຢອງ ໂດ, ຂວາ, ກ່າວຄຳ​ປາ​ໄສ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ທຳ​ນຽບ​ຫ້າ​ແຈ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 24 ກຸມ​ພາ, 2020. (AP Photo/Susan Walsh)

ສະ​ຫະ​ລັດ ແລະ ເກົາຫຼີ​ໃຕ້ ໄດ້​ເລື່ອນ​ການ​ຊ້ອມ​ລົບ​ຮ່ວມ​ກັນຫຼາຍ​ຄັ້ງ “ຈົນ​ກວ່າ​ຈະ​ມີ​ແຈ້ງ​ການ​ຕໍ່​ໄປ,” ທ່າມ​ກາງ​ການ​ແຜ່​ລະ​ບາດ​ຄັ້ງ​ໃຫຍ່​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ໃນ​ປະ​ເທດ ເກົາຫຼີ​ໃຕ້.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ, ບັນ​ດາ​ເຈົ້າ​ໜ້າ​ທີ່ ກອງ​ທັບ ສະ​ຫະ​ລັດ ແລະ ເກົາຫຼີ​ໃຕ້ ໄດ້​ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ແມ່ນ “ອີງ​ໃສ່​ຄວາມ​ຮຸນ​ແຮງ​ຂອງ​ສະ​ຖາ​ນະ​ການ Covid-19 ໃນ​ປັ​ດ​ຈຸ​ບັນ​ ໃນ ເກົາຫຼີ​ໃຕ້.”

ຖະ​ແຫຼງ​ການ​ໄດ້​ກ່າວ​ວ່າ “ຄວາມ​ພະ​ຍາ​ຍາມໃນ​ການ​ຄວບ​ຄຸມ Covid-19 ແລະ ຄວາມ​ປອດ​ໄພ​ຂອງ​ທະ​ຫານ ສາ​ທາ​ລະ​ນະ​ລັດ ເກົາຫຼີ ແລະ ສະ​ຫະ​ລັດ ແມ່ນ​ບູ​ລິ​ມະ​ສິດ​ສູງ​ສຸດ​ໃນ​ການ​ຕັດ​ສິນ​ໃຈ​ຄັ້ງ​ນີ້. ການ​ຕັດ​ສິນ​ໃຈ​ທີ່​ຈະ​ເລື່ອນ​ການ​ຊ້ອມ​ລົບ​ຮ່ວມ​ກັນ​ແມ່ນບໍ່​ໄດ້ຖືກ​ປະ​ຕິ​ບັດ​ແບບ​ຖື​ເບົາ.”

ການ​ປະ​ກາດ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ນຶ່ງວັນ ຫຼັງ​ຈາກກອງ​ທັບ ສະ​ຫະ​ລັດ ໄດ້​ປະ​ກາດ​ການ​ຢືນ​ຢັນໃນ​ການ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ຄັ້ງ​ທຳ​ອິດ​ຂອງ​ເຂົາ​ເຈົ້າ, ເຊິ່ງ​ແມ່ນ​ຜູ້​ຊາຍ​ອາ​ຍຸ 23 ປີ​ຜູ້​ທີ່​ໄດ້​ປະ​ຈຳ​ການ​ຢູ່​ຖານ​ທັບ ສະ​ຫະ​ລັດ ໃກ້​ກັບ​ສູນກາງ​ຂອງ​ການ​ແຜ່​ລະ​ບາດ​ໃນ ເກົາຫຼີ​ໃຕ້.

ພະ​ນັກ​ງານກອງ​ທັບ​ພົນ​ລະ​ເຮືອນ ເກົາຫຼີ​ໃຕ້ ຢ່າງ​ໜ້ອຍ 25 ຄົນ​ ແລະ ທະ​ຫານ​ຕ່າງໆ​ທີ່​ປະ​ຈຳ​ການ​ຢູ່ ​ໄດ້​ຕິດ​ໄວ​ຣັ​ສ​ດັ່ງ​ກ່າວ. ອີກຫຼາຍ​ຄົນ​ໄດ້​ຖືກ​ກັກ​ກວດ​ໂຣກ​ຢູ່​ຖານ​ທັບ ເກົາຫຼີ​ໃຕ້.

ການ​ແຜ່​ລະ​ບາດ​ຂອງ​ໄວ​ຣັ​ສ​ພາຍ​ໃນ​ລະ​ບົບ​ກອ​ງທັບ​ ຈະ​ສະ​ແດງ​ໃຫ້​ເຫັນ​ອົງ​ປະ​ກອບ​ທີ່​ອັນ​ຕະ​ລາຍ​ຄັ້ງ​ໃໝ່​ຂອງ​ການ​ແຜ່​ລະ​ບາດ​ນັ້ນ, ໃນ​ເມື່ອ​ທະ​ຫານຫຼາຍ​ຄົນ​ອາ​ໃສ​ຢູ່​ໃກ້​ຊິດ​ກັນ ແລະ ກິນ​ອາ​ຫານ​ທົ່ວ​ໄປ​ນຳ​ກັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG