ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ກ່າວວ່າ ການຊອກສະແຫວງຫາອາວຸດທີ່ໄວກວ່າສຽງ “ພາໃຫ້ເກີດຄວາມເຄັ່ງຕຶງເພີ້ມຂຶ້ນຢູ່ໃນຂົງເຂດ” ອີງຕາມລາຍງານຂອງອົງການຂ່າວເອພີ.
ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ທ່ານລອຍ ອອສຕິນ ໄດ້ໃຫ້ຄວາມເຫັນດັ່ງກ່າວທີ່ນະຄອນຫຼວງໂຊລ ໃນວັນພະຫັດມື້ນີ້ ຫຼັງຈາກການເຈລະຈາດ້ານຄວາມໝັ້ນຄົງປະຈຳປີ ກັບຄູ່ຕຳແໜ່ງຝ່າຍເກົາຫຼີໃຕ້ຂອງທ່ານ.
ທ່ານອອສຕິນ ກ່າວວ່າ ສະຫະລັດມີຄວາມເປັນຫ່ວງກ່ຽວກັບຄວາມອາດສາມາດທາງດ້ານທະຫານຂອງຈີນແລະເອີ້ນປັກກິ່ງວ່າ “ເປັນບັນຫາທ້າທາຍຢ່າງຕໍ່ເນື່ອງຂອງພວກເຮົາ.”
ທ່ານກ່າວວ່າ ສະຫະລັດ ຈະ “ສືບຕໍ່ຮັກສາຄວາມສາມາດໃນການປ້ອງກັນແລະສະກັດກັ້ນຕໍ່ໄພຂົ່ມຂູ່ທີ່ອາດມີຂຶ້ນຈາກ (ຈີນ) ຕໍ່ພວກເຮົາ ແລະພັນທະມິດຂອງພວກເຮົາ.”
ລັດຖະມົນຕີກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ແລະສະຫະລັດ ໄດ້ພົບປະກັນ ໃນກອງປະຊຸມປະຈຳປີ ໃນວັນພະຫັດມື້ນີ້ ໃນຂະນະທີ່ວໍຊິງຕັນຊຸກຍູ້ໃຫ້ມີການເສີມຄວາມເຂັ້ມແຂງ ໃນການເປັນພັນທະມິດກັບບັນດາປະເທດພາຄີເພື່ອຢັບຢັ້ງການທ້າທາຍຈາກຈີນແລະໄພຂົ່ມຂູ່ທີ່ເພີ້ມທະວີຂຶ້ນຈາກອາວຸດນິວເຄລຍຂອງເກົາຫຼີເໜືອ.
ຫຼັງຈາກໄດ້ມີການເຈລະຈາກັນແລ້ວ ບັນດາປະເທດພັນທະມິດຄາດວ່າ ຈະປະ ກາດກ່ຽວກັບການເສີມຂະຫຍາຍໃນການເປັນພັນທະມິດທາງດ້ານທະຫານທີ່ມີມາເປັນເວລາຫຼາຍທົດສະວັດ ໃນຂະນະທີ່ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ທ່ານລອຍອອສຕິນ ມີທ່າທາງວ່າຈະໃຫ້ການຢືນຢັນອີກຄັ້ງນຶ່ງ ໂດຍກວມເອົາເກົາຫຼີໃຕ້ ເຂົ້າໃນການຂະຫຍາຍການປົກປ້ອງທາງດ້ານທະຫານຢ່າງເຕັມທີ່.
ແຕ່ພວກນັກຊ່ຽວຊານບາງຄົນ ກ່າວວ່າ ປະເທດພັນທະມິດຍັງສືບຕໍ່ປະເຊີນໜ້າກັບບັນຫາທ້າທາຍຕ່າງໆ ເຊັ່ນວ່າປະຫວັດສາດໃນການຂັດແຍ້ງຂອງເກົາຫຼີໃຕ້ກັບຍີ່ປຸ່ນ ຊຶ່ງເປັນພັນທະມິດທີ່ສຳຄັນຂອງສະຫະລັດອີກປະເທດນຶ່ງຢູ່ໃນຂົງເຂດ ແລະຄວາມລັງເລໃຈໃນການທີ່ເກົາຫຼີໃຕ້ຈະເຂົ້າຮ່ວມການລິເລີ້ມພາຍໃຕ້ການນຳພາຂອງສະຫະລັດ ທີ່ແນເປົ້າໝາຍໃສ່ຈີນນັ້ນ.
“ການເປັນພັນທະມິດ ລະຫວ່າງສະຫະລັດ ກັບສາທາລະນະລັດເກົາຫຼີ ແມ່ນປັດໄຈຫຼັກຂອງສັນຕິພາບ ແລະຄວາມໝັ້ນຄົງຢູ່ໃນພູມີພາກ ແລະພວກເຮົາຈະເຮັດວຽກຮ່ວມກັນໃນຂະນະທີ່ພວກເຮົາເຄື່ອນໄຫວກ້າວໄປສູ່ #ການມີເຂດອິນໂດປາຊີຟິກທີ່ເສລີແລະເປີດກວ້າງ” ນັ້ນຄືຄຳເວົ້າທີ່ທ່ານລອຍ ອອສຕິນໄດ້ຂຽນລົງໃນທວີດເຕີ້ ເວລາເດີນທາງໄປຮອດເກົາຫຼີໃຕ້ໃນວັນພຸດວານນີ້ ຊຶ່ງໝາຍເຖິງການລິເລີ້ມຢູ່ໃນຂົງເຂດ ທີ່ແນໃສ່ເພື່ອຕ້ານຢັນຕໍ່ອິດທິພົນທີ່ມີເພີ້ມຂຶ້ນຂອງຈີນຢູ່ໃນຂົງເຂດ.