ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດ ດ້ານນິວເຄລຍ ຂອງເກົາຫຼີໃຕ້ ຢ້ຽມຢາມ ສະຫະລັດ


ທ່ານ Lim Sung-nam ທູດພິເສດໃນດ້ານນິວເຄລຍຄົນໃໝ່ ຂອງເກົາຫຼີໃຕ້
ທ່ານ Lim Sung-nam ທູດພິເສດໃນດ້ານນິວເຄລຍຄົນໃໝ່ ຂອງເກົາຫຼີໃຕ້

ຫົວໜ້າຄະນະເຈລະຈາກ່ຽວກັບເລື່ອງນິວເຄລຍຄົນໃໝ່ຂອງເກົາຫຼີໃຕ້ພວມເດີນທາງມາຍັງສະ
ຫະລັດ ເພື່ອພົບປະກັບພວກເຈົ້າໜ້າທີ່ ແລະປະສານງານດ້ານນະໂຍບາຍກ່ຽວກັບໂຄງການ
ນິວເຄລຍຂອງເກົາຫຼີເໜືອ.

ພວກເຈົ້າໜ້າທີ່ເວົ້າວ່າທ່ານ Lim Sung-nam ອອກເດີນທາງມາຍັງກຸງວໍຊິງຕັນໃນວັນພະ
ຫັດມື້ນີ້ ນຶ່ງມື້ຫຼັງຈາກທ່ານ ໄດ້ຖືກແຕ່ງຕັ້ງໃຫ້ເຂົ້າຮັບຕຳແໜ່ງແທນ ທ່ານ Wi Sung-lac ເປັນຫົວໜ້າຜູ້ແທນຂອງເກົາຫຼີໃຕ້ເຂົ້າຮ່ວມການເຈລະຈາ 6 ຝ່າຍກ່ຽວກັບໂຄງການສ້າງອາ
ວຸດນິວເຄລຍຂອງພຽງຢາງນັ້ນ. ທ່ານ Wi ໄດ້ຖືກແຕ່ງຕັ້ງໃຫ້​ໄປເປັນເອກອັກຄະລັດຖະທູດ
ເກົາຫຼີໃຕ້ປະຈຳປະເທດຣັດເຊຍໃນອັນທີ່ກະຊວງການຕ່າງປະເທດຂອງເກົາຫຼີໃຕ້ເວົ້າວ່າເປັນ
ການສັບຊ້ອນຕາມປົກກະຕິ.

ພວກເຈົ້າໜ້າທີ່ກ່າວວ່າ ທ່ານ Lim ຈະລາຍງານໃຫ້ເຈົ້າໜ້າທີ່ອະເມຣິກັນຊາບກ່ຽວກັບການ
ເຈລະຈາທີ່ກຸງປັກກິ່ງໃນຮອບທີແລ້ວ ລະຫວ່າງຄະນະເຈລະຈາ ໃນດ້ານນິວເຄລຍຂອງເກົາຫຼີ
ເໜືອແລະເກົາຫຼີໃຕ້ ນອກນັ້ນແລ້ວການຢ້ຽມຢາມເປັນເວລາ 3 ມື້ດັ່ງກ່າວ​ແມ່ນຍັງຈະພົວພັນ
ກ່ຽວກັບການກະກຽມສໍາລັບ​ການເດີນທາງມາຢ້ຽມຢາມສະຫະລັດໃນອາທິດໜ້າຂອງປະທານາ
ທິບໍດີເກົາຫຼີໃຕ້ ທ່ານ Lee Myung-bak.

XS
SM
MD
LG