ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ການຊ້ອມລົບທາງທະຫານລະຫວ່າງ ສະຫະລັດ ກັບເກົາຫຼີໃຕ້ ໄດ້ມີການຫລຸດຜ່ອນລົງແດ່


US-South Korea Military Exercises Minimize Public Show of Force
please wait

No media source currently available

0:00 0:01:59 0:00

ການ​ຊ້ອມ​ລົບ​ຮ່ວມ​ທາງ​ທະຫານ​ປະຈຳ​ປີ ລະຫວ່າງ​ສະຫະລັດ ​ແລະ​ເກົາ ຫຼີ​ໃຕ້ ຊຶ່ງກຳ
ລັງ​ດຳ​ເນີນຢູ່ໃນເວລານີ້ ແມ່ນມີ​ປະຫວັດ ເປັນການສະແດງແສນ ຍານຸພາບຕໍ່ສາທາ
ລະນະຊົນ ຊຶ່ງຈຸດປະສົງສ່ວນນຶ່ງກໍແມ່ນເພື່ອຕອບໂຕ້ຕໍ່ການທົດ​ລອງອາວຸດ​ນິວ​ເຄລຍ
ແລະ​ລູກ​ສອນ​ໄຟ​ ແບບຮຸກຮານ ຂອງເກົາຫລີ​ເໜືອ. ​ແຕ່​ໃນຂະນະ​ທີ່ກອງ​ປະຊຸມ​ສຸດ​ຍອດທາງດ້ານການທູດກຳລັງຈະມີຂຶ້ນ ທີ່ແນ​ໃສ່​ເພື່ອ​ໃຫ້ບັນລຸ​ຂໍ້​ຕົກລົງຍຸດຕິໂຄງການ
ອາວຸດ​ນິວ​ເຄລຍຂອງ​ເກົາຫຼີ​ເໜືອນັ້ນ ການເກັບກຳຂ່າວຂອງສື່​ມວນ​ຊົນກ່ຽວກັບການ
ຊ້ອມ​ລົບນີ້ຈຶ່ງໃຫ້​ຢູ່​ໃນ​ຂອບ​ເຂດ​ຈຳກັດ. ບຣາຍອັນ ​ແພັດເດີນ ນັກ​ຂ່າວວີ​ໂອ​ເອມີ
ລາຍງານເລື້ອງນີ້ ຊຶ່ງກິ່ງ​ສະ​ຫວັນ ຈະ ​ນຳ​ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

ກອງພົນທະຫານລາບ​ທີສອງ​ຂອງສະຫະລັດ ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ເປັນ​ເຈົ້າພາບຈັດ​ພິທີ
ປູກ​ຕົ້ນ​ໄມ້ ຢູ່ທີ່ຄ້າຍເຄຊີ​ໃນ​ເກົາຫຼີ​ໃຕ້ ທີ່ຕັ້ງ​ຢູ່​ໃກ້ໆ​ກັບ​ຊາຍ​ແດນ ຂອງສອງເກົາຫຼີ.

ນາຍ​ພົນຈອນ ​ຮາວ​ເວີຕັນ ຮອງ​ຜູ້​ບັນຊາ​ການກອງພົນທະຫານລາບທີ​ສອງ​ຂອງ ສະ
ຫະລັດ ກ່າວ​ວ່າ “ມັນ​ເປັນຄວາມ​ເຊື່ອ​ຂອງ​ຂ້າພະ​ເຈົ້າ ທີ່​ວ່າ ຕົ້ນ​ໄມ້​ຕົ້ນ​ນີ້ ຄືກັນກັບ​
ຕົ້ນ​ໄມ້ອື່ນໆ​ທີ່​ມີ​ມາ​ກ່ອນແລ້ວ​ນັ້ນ ​ຄວນຈະເປັນ​ສັນຍາ​ລັກ​ຂອງຮາກ​ເຫງົ້າ​ ທີ່ຜູກ
ໝັດໃຫ້ພວກເຮົາເຂົ້າກັນ ​ແລະໃນປະຫວັດ​ທີ່​ຜ່ານ​ມາ​ຂອງ​ພວກ​ເຮົາ ໃນວິທີທີ່
ທົນທານ."

ນອກ​ນັ້ນ ຍັງ​ໄດ້​ມີການ​ແຂ່ງຂັນການ​ຍິງ​ປືນ​ເພື່ອ​ຊອກຫາບຸກຄົນ​ທີ່​ຍິງ​ປືນ​ແມ່ນ​ທີ່​ສຸດ
ໃນ​ການ​ເຂົ້າ​ຮ່ວມຂອງ​ກອງພົນທະຫານສະຫະລັດ ​ແລະ​ເກົາຫຼີ​ໃຕ້.

ພິທີທີ່ຈັດຂຶ້ນຢູ່ຄ້າຍເຄຊີ ສະ​ແດງ​ໃຫ້​ເຫັນ​ວ່າ ໃນ​ປີ​ນີ້ ກອງທັບສະຫະລັດ ​ແລະເກົາ
ຫຼີໃຕ້ ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່ອົງປະກອບ​ກ່ຽວກັບການບຸກໂຈມຕີ ຢູ່ໃນການຊ້ອມ
ລົບຮ່ວມທີ່ກຳລັງດຳເນີນຢູ່ ຊຶ່ງພົວພັນ​ກັບ​ທະຫານ​ຫຼາຍ​ພັນ​ຄົນນັ້ນ.

ທ່ານ​ໂກ ມີ​ຍົງ-ຮີ​ອັນ ຈາກສະ​ຖາ​ບັນ​ສຶກສານະ​ໂຍບາຍ ອາຊານ ກ່າວ​ວ່າ “ນີ້​ແມ່ນ
ຈະແຈ້ງທີ່​ຈະ​ສົ່ງ​ສັນຍາ​ນ​ໄປ​ຫາ​ເກົາຫຼີ​ເໜືອ​ວ່າ ​ເກົາຫຼີ​ໃຕ້​ແລະ​ສະຫະລັດ ບໍ່ຕ້ອງ
ການທີ່ຈະເຮັດໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມ.”

ຢູ່​ໃນ​ການ​ຕອບ​ໂຕ້​ຕໍ່ການ​ທົດ​ລອງ​ລູກສອນ​ໄຟ​ຂີ​ປະ​ນາ​ວຸດແລະ​ອາວຸດ​ນິວ​ເຄລຍຄັ້ງ
ຜ່ານໆມາຂອງເກົາຫຼີເໜືອນັ້ນ ການຊ້​ອມລົບຮ່ວມ​ແມ່ນຈະມີກຳປັ່ນບັນທຸກ ເຮືອບິນ
ພະລັງງານນິວເຄລຍ ແລະ​ເຮືອບິນ​ຖີ້ມລະ​ເບີດ ເຂົ້າຮ່ວມ ​ເ​ພື່ອສະ​ແດງ​ໃຫ້​ເຫັນເຖິງ
ຄວາມສາມາດໃນການ​ຕອບ​ໂຕ້ດ້ວຍ​ກຳລັງ​ຢ່າງ​ຖ້ວມ​ລົ້ນຕໍ່​ການ​ໂຈມ​ຕີ​ຂອງ
​ເກົາຫຼີ​ເໜືອ.

​ແຕ່​ກຳລັງ​ຂອງກອງ​ທັບ​ເຫຼົ່ານີ້ ຄາດ​ວ່າ​ ຈະບໍ່ໄດ້​ເຂົ້າ​ຮ່ວ​ມ​ ໃນການຊ້ອມລົບ​ປີ​ນີ້ ​ໃນ​
ຂະນະ​ທີ່​ຄວາມ​ກ້າວໜ້າທາງດ້ານ​ການ​ທູດ ຍັງດຳ​ເນີນຕໍ່​ໄປກ່ຽວກັບການພົບ ປະລະ
ຫວ່າງຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ​ ອຶນ ​ແລະ​ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ​ມູນ ​ແຈ-
ອິນ ​ໃນ​ທ້າຍ​ເດືອນ​ເມສາ​ນີ້ ​ແລະກອງ​ປະຊຸມ​ສຸດ​ຍອດລະຫວ່າງຜູ້ນຳ​ສະຫະລັດ ​ແລະ​
ເກົາຫຼີ​ເໜືອ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໃນ​ອາທິດ​ນີ້​ ໄດ້​ຢືນຢັນ​ວ່າ ລັດຖະບານ
ຂອງ​ທ່ານ ໄດ້​ຕິດ​ຕໍ່​ກັບ​ພຽງ​ຢາງ ​ແລະ​ຄາດວ່າ ​ຈະ​ພົບ​ປະ​ກັບ​ທ່ານກິມ ​ໃນ​ທ້າຍ​ເດືອນ
ພຶດສະພາ ຫຼື​ຕົ້ນ​ເດືອນ​ມິຖຸນາ​ ຈະ​ມາ​ເຖິງ​ນີ້.

ປະທາ​ນາ​ທິບໍດີ​ທຣໍາກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ​ຈະ​ເປັນ​ການໃຫ້​ຄວາມ​ນັບ​ຖື​ກັນ​
ເປັນຢ່າງ​ສູງ ​ໂດຍທັງ​ສອງ​ຝ່າຍ ​ແລະ​ຫວັງ​ວ່າ ພວກ​ເຮົາ​ຈະ​ສາມາດຕົກລົງກັນໄດ້
ເພື່ອປົດອາວຸດ​ນິວ​ເຄລຍຂອງ​ເກົາຫຼີ​ເໜືອ."

ຜູ້ນຳ​ເກົາຫຼີ​ເໜືອ ໃນອາທິດແລ້ວ​ນີ້ເຊັ່ນດຽວກັນ ​ຍັງ​ໄດ້​ຮັບ​ຮູ້​ຢ່າງ​ເປີດ​ເຜີຍ​ກ່ຽວກັບ
ການພົບປະສຸດ​ຍອດ​ທີ່​ຈະ​ມີ​ຂຶ້ນ​ເປັນ​ເທື່ອ​ທຳ​ອິດ​ຢູ່ກອງປະຊຸມພັກກຳມະກອນ​ເກົາຫຼີ
ຊຶ່ງເປັນພັກລັດຖະບານຂອງເກົາຫຼີເໜືອນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG