ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ​ກັບ ​ເກົາຫຼີ​ໃຕ້ ​ເປີດ​ການ ​​ຊ້ອມລົບ​ປະຈຳ​ປີ


ທະຫານ​ ສະຫະລັດ ຄົນ​ໜຶ່ງ​ໃຫ້​ສັນຍານ​ເພື່ອນ​ທະ​ຫານ​ ​ໃນ​ຂະນະ​ທີ່​ພວກ​ເຂົາ​​ເຂົ້າ​ຮ່ວມ​ໃນ​ການ​ຝຶກ​ຊ້ອມ​ການ​ທະຫານ​ປະຈຳ​ປີ ທີ່​ເມືອງ Yeoncheon, ​ເກົາຫຼີ​ໃຕ້, ​ໃກ້​ກັບ​ຊາຍ​ແດນ ​​ເກົາຫຼີ​ເໜືອ, 11 ​ເມສາ, 2013.
ທະຫານ​ ສະຫະລັດ ຄົນ​ໜຶ່ງ​ໃຫ້​ສັນຍານ​ເພື່ອນ​ທະ​ຫານ​ ​ໃນ​ຂະນະ​ທີ່​ພວກ​ເຂົາ​​ເຂົ້າ​ຮ່ວມ​ໃນ​ການ​ຝຶກ​ຊ້ອມ​ການ​ທະຫານ​ປະຈຳ​ປີ ທີ່​ເມືອງ Yeoncheon, ​ເກົາຫຼີ​ໃຕ້, ​ໃກ້​ກັບ​ຊາຍ​ແດນ ​​ເກົາຫຼີ​ເໜືອ, 11 ​ເມສາ, 2013.

ສະຫະລັດ ​ແລະ ​ເກົາຫຼີໃຕ້ ​ໄດ້ເລີ່ມການ​ຝຶກ​ຊ້ອມ​ການ​ທະຫານ​ຮ່ວມ​ປະຈຳ​ປີໃນ​ວັນ​ຈັນ​ມື້​ນີ້, ຖ່າມກາງ​ການ​ຂົ່ມ​ຂູ່​ຢ່າງ​ໂມ​ໂຫຈາກ ​ເກົາຫຼີ​ເໜືອ.

ທະຫານ ສະຫະລັດ ​ແລະ ​ເກົາຫຼີ​ໃ​ຕ້ ຫຼາຍ 80,000 ຄົນ​ໄດ້​ເຂົ້າ​ຮ່ວມໃນ​ການ​ຝຶກ​ຊ້ອມ​ທີ່​ສ້າງ​ຂຶ້ນ​ຈາກ​ຄອມ​ພິວ​ເຕີ ຫຼື Ulchi Freedom, ​ເຊິ່ງຈຳລອງ​ການ​ຕອບ​ສະໜອງຕໍ່​ການ​ຮຸກ​ຮານ​ໂດຍ ​ເກົາຫຼີ​ເໜືອ.

ການ​ຝຶກ​ຊ້ອມ​ແມ່ນ​ຈັດ​ຂຶ້ນ​ຖ່າມກາງ​ຄວາມ​ເຄັ່ງ​ຕຶງ​ທີ່​ສູງ​ຢູ່​ໃນ​ແຫຼມ​ເກົາຫຼີ ຫຼັງ​ຈາກ​ທະຫານ​ ເກົາຫຼີ​ໃຕ້​ ສອງ​ຄົນ​ໄດ້​ຖືກ​ເຮັດໃຫ້ເສຍຂາ ​ເມື່ອ​ລະ​ເບີດ​ຝັງ​ດິນ​ໄດ້​ແຕກ​ໃນ​ເວລາ​ທີ່​ພວກ​ເຂົາຢ່າງ​ລາດຕະ​ເວນ​ຕາມ​ເຂດ​ປອດ​ທະຫານ​ທີ່​ໄດ້​ແບ່ງ​ແຍກ​ທັງ​ສອງ​ປະ​ເທດ​ຂູ່​ແຂ່ງ ອອກຈາກ​ກັນ​. ນະຄອນຫຼວງ ​ໂຊ​ລ ​ໄດ້​ກ່າວໂທດ​ໃສ່ ນະຄອນຫຼວງ ພຽງ​ຢາງ ສຳລັບ​ການວາງ​ລະ​ເບີດ​ດັ່ງກ່າວ, ​ແລະ ​ໄດ້​ສືບ​ຕໍ່​ກະຈາຍ​ສຽງໂຄສະ​ນາ​ຊວນ​ເຊື່ອຜ່ານ​ທາງໂທລະໂຄ່ງໃກ້​ກັບ​ເຂດ​ຊາຍແດ​ນທີ່​ເຄັ່ງ​ຕຶງ​ຂອງ​ສ​ອງປະ​ເທດ ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຫຼາຍ​ຫກວ່າ​ໜຶ່ງ​ທົດ​ສະ​ວັດ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ.

​ເກົາຫຼີ​ເໜືອ ​ໄດ້​ປະ​ຕິ​ເສດການ​ກ່າວ​ຫາ​ຂອງ​ ​ເກົາຫຼີ​ໃ​ຕ້. ພວ​ກ​ເຂົາ​ກ່າວ​ວ່າ ການ​ອອກ​ອາກາດ ​ແລະ ການ​ຝຶກ​ຊ້ອມ​ທັງ​ສອງຢ່າງ​ນີ້​ສົ່ງ​ຜົນ​ຕໍ່​ການ​ປະກາດ​ສົງ​ຄາມ, ​ແລະ ​ສັນຍາວ່າ​ຈະ​ “​ຕອບ​ໂຕ້​ທາງ​ທະຫານ​ທີ່​ຮຸນ​ແຮ​ງທີ່​ສຸດ” ​.

ປະ​ທາ​ນາ​ທິບໍດີ ​ເກົາຫຼີໃຕ້ Park Guen-hye ​ວັນ​ຈັນ​ມື້​ນີ້ ​ໄດ້​ຮຽກຮ້ອງ​ໃຫ້ມີ​ການ​ກຽມພ້ອມ​ທະຫານ​ຢ່າງ​ຈິງຈັງ​ໃນແຫຼ​ມ​ເກົາຫຼີ.

ທ່ານ ນາງ Park Guen Hye ກ່າວ​ວ່າ “ຈັ່ງໃດ​ກໍ​ຕາມ​ ​ເກົາຫຼີ​ເໜືອ​ ບິ​ດ​ເບືອນ ​ແລະ ກ່າວ​ປະນາ​ມຄວາມ​ສຳຄັນ​ຂອງ​ການ​ຝຶກ​ຊ້ອມ Ulchi ທຸກໆ​ປີ, ​ໂດຍ​ການ​ສືບ​ຕໍ່​ຂົ່ມຂູ່​ທາງ​ການ​ທະຫານຕະຫຼອດ​ມາ. ​ຕາບໃດ​ທີ່ຍັງ​ສະ​ແດງທ່າ​ທາງເປັນ​ສັດຕູຢູ່ ​ແລະ ການ​ຂົ່ມຂູ່​ຍົວະ​ອາລົມ​ຂອງ ​ເກົາຫຼີ​ເໜືອ ຍັງ​ສືບ​ຕໍ່​ຢູ່ ພວກ​ເຮົາກໍ​ຈະ​ຕ້ອງມີ​ຄວາ​ມ​ພ້ອ​ມກັບ ການ​ຍັບ​ຢັ້ງ​ທີ່​ແຂງແຮງ​ເພື່ອ​ຕອບ​ໂຕ້​ ​ເກົາຫຼີ​ເໜືອ, ​ແລະ ການ​ຝຶກຊ້ອມ Ulchi ​ແມ່ນ​ໂອກາດ​ທີ່​ດີ​ທີ່​ສຸດ​ເພື່ອ​ກວດກາ ​ແລະ ກວດກາ​ຖານະຄວາ​ມ​ພ້ອມ​ຂອງ​ພວກ​ເຮົາ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ປະຊາ​ຊົນ ​ແລະ ຄວາ​ມໝັ້ນຄົງ​ຂອງ​ປະ​ເທດ.”

ນະຄອນຫຼວງ ​ໂຊ​ລ ​ແລະ ວໍ​ຊິງ​ຕັນ​ ​ບັນຍາຍ​ການ​ຝຶກ​ຊ້ອມທາງ​ການ​ທະຫານ ​ດັ່ງ​ກ່າວ​ວ່າ​ເປັນພຽງການ​ປ້ອງ​ການ​ຕົວຢ່າງ​ສະອາ​ດບໍລິສຸດ. ​ເກົາຫຼີ​ເໜືອ ຄອ​ມມູນິສ ​ແລະ ​ເກົາຫຼີ​ໃຕ້ ປະຊາທິປະ​ໄຕ ​ໂດຍ​ທາງການ​ແລ້ວແມ່ນ​ຍັງ​ຢູ່​ໃນ​ສົງຄາມ ພາຍ​ໃ​ຕ້ສັນຍາ​ສະຫງົບ​ເສິກ​ທີ່​ໄດ້ສິ້ນ​ສຸດ​ສົງຄາມເກົາຫຼີ 3 ປີ ​ໃນປີ 1953.

US Sokor Military
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG