ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ຍັງບໍ່ຕັດສິນໃຈ ກ່ຽວກັບ ການຍຸຕິ ການຊ້ອມລົບ ກັບ ສະຫະລັດ


ລົດໂຈມຕີເທິງບົກ ແລະ ນໍ້າຂອງກອງທັບນາວິກະໂຍທິນ ເກົາຫຼີໃຕ້ ເດີນທາງໃນລະຫວ່າງ ການຊ້ອມທະຫານເອີ້ນວ່າ ຟາວ ອີເກິລ "Foal Eagle" ກັບ ສະຫະລັດ, ເມືອງ ໂປຮາງ, ເກົາຫຼີໃຕ້. 5 ເມສາ, 2018.
ລົດໂຈມຕີເທິງບົກ ແລະ ນໍ້າຂອງກອງທັບນາວິກະໂຍທິນ ເກົາຫຼີໃຕ້ ເດີນທາງໃນລະຫວ່າງ ການຊ້ອມທະຫານເອີ້ນວ່າ ຟາວ ອີເກິລ "Foal Eagle" ກັບ ສະຫະລັດ, ເມືອງ ໂປຮາງ, ເກົາຫຼີໃຕ້. 5 ເມສາ, 2018.

ບັນດາເຈົ້າໜ້າທີ່ໃນນະຄອນຫຼວງ ໂຊລ ໃຫ້ຄວາມເຫັນຢ່າງລະມັດລະວັງຕໍ່ການໂຈະ
ການຊ້ອມລົບທາງທະຫານເປັນການຊົ່ວຄາວທີ່ຄາດວ່າຈະມີຂຶ້ນ ລະຫວ່າງ ສະຫະລັດ
ກັບ ເກົາຫຼີໃຕ້, ແຕ່ທີ່ປຶກສາປະທານາທິບໍດີທີ່ມີອິດທິພົນຄົນນຶ່ງເຫັນວ່າ ມັນແມ່ນບາດ
ກ້າວທີ່ສຳຄັນ ໃນຂະບວນການປົດອາວຸດນິວເຄລຍຂອງ ເກົາຫຼີເໜືອ ທີ່ເລີ່ມຈະເຂົ້າ
ຮູບເຂົ້າຮ່າງແລ້ວ.

ການປະກາດອາດມີຂຶ້ນໃນສັບປະດານີ້ ເພື່ອໂຈະການຝຶກຊ້ອມຮ່ວມຄັ້ງໃຫຍ່ ທີ່ປະ
ກອບມີການນຳເອົາກອງກຳລັງຕ່າງໆ, ເຮືອບິນຮົບ, ກຳປັ່ນ ຮົບ ແລະອຸບປະກອນ
ທາງທະຫານອື່ນໆຈາກຖານທັບ ສະຫະລັດ ໃນ ທົ່ວໂລກ, ອີງຕາມອົງການຂ່າວ
ຢອນຮັບຂອງເກົາຫຼີໃຕ້ ທີ່ໄດ້ອ້າງຄຳເວົ້າຂອງແຫຼ່ງຂ່າວລັດຖະບານ ເຊິ່ງບໍ່ປະສົງ
ອອກຊື່. ຢອນຮັບ ໄດ້ເວົ້າວ່າ ແຕ່ການຝຶກຊ້ອມຮ່ວມ ທີ່ມີຢູ່ເປັນປະຈຳນັ້ນ ຍັງຈະດຳ
ເນີນຕໍ່ໄປ.

ໃນວັນຈັນມື້ນີ້ ລັດຖະມົນຕີປ້ອງກັນປະເທດ ເກົາຫຼີໃຕ້ ໄດ້ກ່າວວ່າ ບັນຫາດັ່ງກ່າວ
ແມ່ນກຳລັງມີການເຈລະຈາກັນຢູ່.

ທ່ານ ຈອຍ ຮຸນ ໂຊ, ໂຄສົກກະຊວງປ້ອງກັນປະເທດ ໄດ້ກ່າວວ່າ “ພວກເຮົາຍັງປຶກ
ສາຫາລື ກ່ຽວກັບມັນຢູ່. ຍັງບໍ່ມີຫຍັງໄດ້ຮັບການຕັດສິນໃຈໄປແລ້ວ, ແລະ ມັນຍັງຢູ່
ໃນຂັ້ນຕອນການປຶກສາຫາລືກັນຢູ່.”

ໃນວັນອາທິດວານນີ້ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວໃນ
ທວິດເຕີ້ ວ່າ ມັນແມ່ນຄວາມຄິດຂອງທ່ານທີ່ຈະຍົກເລີກສິ່ງທີ່ທ່ານເອີ້ນວ່າ “ເກມສົງ
ຄາມ” ທີ່ຈັດຂຶ້ນໂດຍກອງກຳລັງສະຫະລັດ ແລະ ເກົາຫຼີໃຕ້, ໃນຂະນະທີ່ ວໍຊິງຕັນ
ແລະ ພຽງຢາງ ແມ່ນໄດ້ເຂົ້າຮ່ວມໃນການເຈລະຈາແບບ “ສຸດຈະລິດໃຈ” ເພື່ອປະ
ຕິບັດຂໍ້ຕົກລົງປົດອາວຸດນິວເຄລຍ ທີ່ທ່ານໄດ້ບັນລຸກັບຜູ້ນຳ ເກົາຫຼີເໜືອ ທ່ານ ກິມ
ຈົງ ອຶນ ທີ່ກອງປະຊຸມສຸດຍອດຢູ່ ສິງກະໂປ ເມື່ອສັບປະດາແລ້ວນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG