ໃນເວລານີ້ ການຊ້ອມລົບຮ່ວມທາງທະຫານ ປະຈຳປີ ລະຫວ່າງ ສະຫະລັດ ແລະ
ເກົາຫຼີໃຕ້ ກຳລັງດຳເນີນໄປ ໂດຍທີ່ມີປະຫວັດຂອງການສາທິດຢ່າງເປີດເຜີຍ ຂອງ
ກອງກຳລັງດັ່ງກ່າວ ເຊິ່ງມີເຈດຕະນາ ໃນບາງສ່ວນ ເພື່ອຕ້ານຢັນຕໍ່ການທົດລອງ
ນິວເຄລຍ ແລະລູກສອນໄຟ ທີ່ທ້າທາຍ ຂອງເກົາຫຼີເໜືອ. ແຕ່ດ້ວຍວ່າ ກອງປະຊຸມ
ສຸດຍອດທາງການທູດ ທີ່ກຳລັງຈະມີຂຶ້ນ ເພື່ອແນເປົ້າໝາຍໃສ່ ການບັນລຸຂໍ້ຕົກລົງ
ທີ່ຈະຍຸຕິໂຄງການນິວເຄລຍຂອງເກົາຫຼີເໜືອ ຢູ່ນັ້ນ ການລາຍງານກ່ຽວກັບການຊ້ອມ
ລົບ ໂດຍສື່ມວນຊົນ ມາເຖິງປັດຈຸບັນນີ້ກໍແມ່ນວ່າ ຢູ່ໃນຂອບເຂດທີ່ຈຳກັດ.
ໃນສັບປະດານີ້ ກອງທະຫານລາບທີສອງຂອງສະຫະລັດ ໄດ້ຈັດພິທີ ປູກຕົ້ນໄມ້ ຢ່າງ
ເປີດເຜີຍ ຢູ່ທີ່ຄ້າຍທະຫານ ເຄຊີ ໃນເກົາຫຼີໃຕ້ ຕັ້ງຢູ່ໃກ້ໆ ເຂດຊາຍແດນ ຂອງເກົາຫຼີ
ທັງສອງ.
ພົນເອກ ຈອນ ຮາວເອີຣຕັນ ຮອງຜູ້ບັນຊາການ ກອງທະຫານລາບທີສອງຂອງ
ສະຫະລັດ ກ່າວຢູ່ທີ່ພິທີດັ່ງກ່າວວ່າ “ມັນເປັນຄວາມເຊື່ອຖືຂອງຂ້າພະເຈົ້າ ທີ່ຕົ້ນໄມ້
ນີ້ ປຽບເໝືອນພວກຕົ້ນເຫຼົ່ານັ້ນ ທີ່ເກີດມາກ່ອນມັນ ກໍຈະເປັນສັນຍາລັກຂອງພວກ
ຮາກໄມ້ ທີ່ຜູກມັດພວກເຮົາເຂົ້າກັນ ແລະ ຕໍ່ປະຫວັດຜ່ານມາຂອງພວກເຮົາ ໃນທາງ
ທີ່ຍືນຍົງ.”
ບັນດານັກຂ່າວທີ່ເຂົ້າຮ່ວມໃນພິທີປູກຕົ້ນໄມ້ ກໍຍັງໄດ້ຮັບອະນຸຍາດໃຫ້ຊົມ ການແຂ່ງ
ຂັນຍິງປືນ ທີ່ເຂົ້າຮ່ວມໂດຍ ກອງກຳລັງຂອງສະຫະລັດ ແລະ ເກົາຫຼີໃຕ້ ເພື່ອກຳນົດວ່າ
ກອງກຳລັງໃດທີ່ຍິງແມັ້ນທີ່ສຸດ.
ພິທີດັ່ງກ່າວທີ່ຄ້າຍທະຫານ ເຄຊີ ເປັນສ່ວນນ້ອຍສ່ວນນຶ່ງໃນກິດຈະການຕ່າງໆ ຂອງ
ການຮ່ວມເຝິກຊ້ອມທາງທະຫານ ທີ່ອົງການຂ່າວຕ່າງໆ ໄດ້ຮັບອະນຸຍາດໃຫ້ຕິດຕາມ
ລາຍງານ ແລະ ມັນສະແດງໃຫ້ເຫັນເຖິງ ວີທີທີ່ສະຫະລັດ ແລະເກົາຫຼີໃຕ້ ກຳລັງເຮັດ
ໃຫ້ສ່ວນປະກອບໃນດ້ານການບຸກໂຈມຕີ ຂອງການປະສານສົມທົບຊ້ອມລົບ ໃນປີນີ້
ມີຄວາມສຳຄັນໜ້ອຍລົງ.
ທ່ານ ໂກ ມີຢົງ-ຢູນ ນັກວິເຄາະຂອງເກົາຫຼີເໜືອ ຢູ່ທີ່ສະຖາບັນ ອາຊານ ເພື່ອການ
ສຶກສາດ້ານນະໂຍບາຍ ໃນນະຄອນຫຼວງໂຊລ ກ່າວວ່າ “ອັນນີ້ ແມ່ນເປັນທີ່ຊັດແຈ້ງ
ແລ້ວວ່າ ເພື່ອຈະສົ່ງສັນຍານຕໍ່ ເກົາຫຼີເໜືອ ວ່າ ເກົາຫຼີໃຕ້ ແລະ ສະຫະລັດ ແມ່ນ
ບໍ່ຕັ້ງໃຈ ທີ່ຈະເຮັດໃຫ້ສະຖານະການ ເຄັ່ງຕຶງຂຶ້ນຕື່ມອີກແຕ່ຢ່າງໃດ.”
ການຊ້ອມລົບທາງທະຫານຮ່ວມກັນ ທີ່ເອີ້ນວ່າ Foal Eagle ແລະ Key Resolve
ຂອງປີນີ້ ແມ່ນຄ້າຍຄືກັນໃນຂະໜາດຂອງການເຝິກຊ້ອມທີ່ຜ່ານມາ ໂດຍມີທະຫານ
ຂອງສະຫະລັດ ຫຼາຍກວ່າ 23,000 ຄົນ ແລະ ກຳລັງເກົາຫຼີໃຕ້ 300,000 ຄົນ ທີ່ທຳ
ການພົວພັນໃນການຊ້ອມລົບຮ່ວມກັນ ແລະ ຕອບຮັບກັບ ການໂຈມຕີຈາກເກົາຫຼີເໜືອ
ທີ່ຖືກຈຳລອງຂຶ້ນມາໂດຍຄອມພິວເຕີ.
ແຕ່ການເລີ້ມຕົ້ນຂອງການຊ້ອມລົບ ໄດ້ຖືກເລື່ອນອອກໄປ ໃນປີປີ ຍ້ອນການຮ້ອງຂໍ
ຂອງເກົາຫຼີໃຕ້ ເພື່ອທີ່ຈະກຳນົດ ໃຫ້ມີທ່າທີທີ່ສັນຕິ ສຳລັບ ການແຂ່ງຂັນກິລາໂອລິມປິກ
ພຽງຈາງ ໃນເກົາຫຼີໃຕ້ ແລະເພື່ອຈະອຳນວຍໃຫ້ເກົາຫຼີເໜືອ ເຂົ້າຮ່ວມໃນການແຂ່ງຂັນ
ນຳດ້ວຍ.