ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມີການຍົກ ຄຳຖາມຂຶ້ນມາ ກ່ຽວກັບ ການກ້າວກ່າຍ ເສັ້ນແດງ ຂອງ ເກົາຫຼີເໜືອ ທ່າມກາງ ການຊ້ອມຮົບຄັ້ງໃຫຍ່


ເຮືອບິນຮົບ ສະຫະລັດ ແລະ ເກົາຫຼີໃຕ້ ບິນຂ້າມປະເທດ ເກົາຫຼີໃຕ້ ໃນລະຫວ່າງການຊ້ອມຮົບທີ່ເພັ່ງເລັງໃສ່ການຕອບໂຕ້ ການທົດ
ລອງລະເບີດນິວເຄລຍຂອງ ເກົາຫຼີເໜືອ.
ເຮືອບິນຮົບ ສະຫະລັດ ແລະ ເກົາຫຼີໃຕ້ ບິນຂ້າມປະເທດ ເກົາຫຼີໃຕ້ ໃນລະຫວ່າງການຊ້ອມຮົບທີ່ເພັ່ງເລັງໃສ່ການຕອບໂຕ້ ການທົດ ລອງລະເບີດນິວເຄລຍຂອງ ເກົາຫຼີເໜືອ.

ໃນຂະນະທີ່ກອງກຳລັງ ສະຫະລັດ ແລະ ເກົາຫຼີໃຕ້ ໄດ້ເປີດການຊ້ອມຮົບຮ່ວມກັນ ຄັ້ງ
ທີ່ໃຫຍ່ທີ່ສຸດກວ່າທີ່ເຄີຍມີມາຂອງເຂົາເຈົ້າ ໃນວັນຈັນມື້ນີ້, ກໍໄດ້ມີຄຳຖາມຖືກຍົກຂຶ້ນ
ມາວ່າ ການທົດລອງລູກສອນໄຟຂອງ ເກົາຫຼີເໜືອ ໄດ້ສະແດງໃຫ້ເຫັນວ່າ ເຂົາເຈົ້າ
ໄດ້ກ້າວກ່າຍສິ່ງທີ່ລັດຖະ ບານ ໂຊລ ລົງຄວາມເຫັນວ່າ “ເສັ້ນແດງ” ແລ້ວຫຼືບໍ່ ໃນການ
ມີລູກສອນໄຟຂີປະນາວຸດຕິດຫົວລະເບີດນິວເຄລຍ ແລະ ສິ່ງທີ່ສາມາດແກ້ໄຂໄດ້
ກ່ຽວກັບມັນ.

ການຊ້ອມຮົບຫ້າວັນປະຈຳປີຊື່ວ່າ ວິຈິແລັນ ເອສ (Vigilant ACE) ໃນປີນີ້ ປະກອບມີ
ເຮືອບິນຮົບ 230 ລຳ ແລະ ເຈົ້າໜ້າທີ່ກອງທັບ ສະຫະລັດ 12,000 ຄົນ ຮ່ວມກັບກອງ
ກຳລັງ ເກົາຫຼີໃຕ້.

ໃນຂະນະທີ່ການຊ້ອມຮົບຂະໜາດໃຫຍ່ເຊັ່ນນັ້ນ ແມ່ນກິດຈະວັດປະຈຳວັນ ແລະ ໄດ້
ວາງແຜນລ່ວງໜ້າຢ່າງດີນັ້ນ, ການຝຶກຊ້ອມໄດ້ເລີ່ມຂຶ້ນບໍ່ເຖິງນຶ່ງສັບປະດາ ຫຼັງຈາກ
ລັດຖະບານ ພຽງຢາງ ໄກ້ຈະຍິງລູກສອນໄຟຂີປະນາວຸດຂ້າມທະວີບທີ່ມີຄວາມກ້າວ
ໜ້າທີ່ສຸດຂອງເຂົາເຈົ້າ ຢ່າງປະ ສົບຄວາມສຳເລັດ ແລະ ໄດ້ປະກາດຕົນເອງວ່າເປັນ
ມະຫາອຳນາດອາວຸດນິວເຄລຍ, ເປັນສະພາບທີ່ ສະຫະລັດ ເອີ້ນວ່າຍອມຮັບບໍ່ໄດ້ນັ້ນ.

ກອງທັບອາກາດຂອງ ເກົາຫຼີໃຕ້ ກ່າວວ່າ ການຝຶກຊ້ອມຈະລວມມີການຈຳລອງການ
ໂຈມຕີໃສ່ເປົ້າໝາຍນິວເຄລຍ ແລະ ລູກສອນໄຟຈຳລອງຂອງ ເກົາຫຼີເໜືອ ນຳ.

ການທົດລອງລູກສອນໄຟຂີປະນາວຸດ ວາຊອງ-15 (Hwasong-15) ຂອງ ເກົາຫຼີເໜືອ
ໃນສັບປະດາທີ່ຜ່ານມາ ໄດ້ສະແດງໃຫ້ເຫັນໂຄງການລູກສອນໄຟຂີປະນາວຸດຂ້າມທະ
ວີບຂອງຜູ້ປົກຄອງປະເທດທ່ານ ຄິມ ຈອງ ອຶນ ວ່າ ກ້າວໜ້າກວ່າທີ່ຄິດໄວ້ກ່ອນໜ້ານີ້
ແລະ ມີຄວາມສາມາດທີ່ຈະຍິງເຖິງແຜ່ນດິນໃຫຍ່ ສະຫະລັດ ແລ້ວ.

ພຽງຢາງ ໄດ້ອ້າງວ່າ ລູກສອນໄຟມີລະເບີດນິວເຄລຍກຽມພ້ອມ,​ ເປັນຫົວຂໍ້ການໂຕ້
ຖຽງຂອງບັນດາຜູ້ຊ່ຽວຊານຫຼາຍຄົນ, ເຊິ່ງສ່ວນໃຫຍ່ໂຕ້ຖຽງວ່າມັນຍັງອີກຫຼາຍເດືອນ
ຫຼື ແມ່ນກະທັ້ງຫຼາຍປີ ຫ່າງໄກຈາກຄວາມສົມບູນແບບ. ແຕ່ ເກົາຫຼີໃຕ້ ບໍ່ເຊື່ອຄຳເວົ້າ
ດັ່ງກ່າວ.

ໂຄສົກກະຊວງຄວາມເປັນນຶ່ງດຽວກັນຂອງ ເກົາຫຼີໃຕ້ ທ່ານ ແບັກ ແຕ-ຮຸນ ໄດ້ກ່າວໃນ
ກອງປະຊຸມລາຍງານໃນວັນຈັນມື້ນີ້ວ່າ “ລັດຖະບານບໍ່ຍອມຮັບການອ້າງອີງພຽງ “ຝ່າຍ
ດຽວ” ຂອງ ເກົາຫຼີເໜືອ ວ່າ ໄດ້ສຳເລັດໂຄງການນິວເຄລຍຂອງເຂົາເຈົ້າ. ພວກເຮົາ
ໄດ້ສ້າງຄວາມພະຍາຍາມທີ່ຈະແກ້ໄຂບັນຫານິວເຄລຍຂອງ ເກົາຫຼີເໜືອ ຢ່າງສະຫງົບ
ພ້ອມກັບປະຊາຄົມນານາຊາດ” ນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG