ເຈົ້າໜ້າທີ່ຂັ້ນສູງໃນນະຄອນຫຼວງໂຊລຂອງເກົາຫລີໃຕ້ ໄດ້ກ່າວ
ໃນວັນຈັນວານນີ້ວ່າ ບັນດາ ຜູ້ແທນຈາກສະຫະລັດ ເກົາຫຼີໃຕ້
ແລະ ຍີ່ປຸ່ນ ຈະພົບປະກັນ ທີ່ວໍຊີງຕັນ ນະຄອນຫຼວງສະຫະລັດ
ໃນສັບປະດານີ້ ເພື່ອປຶກສາຫາລືກັນກ່ຽວກັບບັນຫາໂຄງການ
ນິວເຄລຍຂອງເກົາຫຼີເໜືອ.
ຄາດກັນວ່າ ບັນດາຜູ້ຕາງໜ້າເຫລົ່ານີ້ຈະແບ່ງປັນຂໍ້ມູນການຊັ່ງຊາ
ຂອງພວກເພິ່ນ ກ່ຽວກັບສະຖານະການໃນແຫຼມເກົາຫຼີ ແລະປຶກສາ
ຫາລືເພື່ອຟື້ນຟູຄວາມພະຍາຍາມ ທີ່ຈະແກ້ໄຂບັນຫາ ທີ່ຕົກຢູ່ໃນ
ສະພາບບໍ່ໄປບໍ່ມາ ກ່ຽວກັບການຊອກສະແຫວງຫາອາວຸດນິວ
ເຄລຍ ຂອງເກົາຫຼີເໜືອອິງຕາມເຈົ້າໜ້າທີ່ ຜູ້ບໍ່ປະສົງອອກຊື່ ນັ້ນ.
ເຈົ້າໜ້າທີ່ໄດ້ກ່າວວ່າ ຜູ້ຕາງໜ້າເຫລົ່ານີ້ ແມ່ນເບິ່ງຄືວ່າ ຈະໃຫ້ການຄ້ຳປະກັນຄືນໃໝ່ຕໍ່
ຄວາມໝັ້ນໝາຍທີ່ຈະເຮັດໃຫ້ແຫລມເກົາຫລີເປັນເຂດປອດນິວເຄລຍ ເພື່ອເປັນການຕອບໂຕ້ຕໍ່ຄວາມພະຍາຍາມຂອງເກົາຫຼີເໜືອ ທີ່ຢາກຮື້ຟື້ນໃຫ້ມີສົນທິສັນຍາສັນຕິພາບນັ້ນ.
ໃນຫວ່າງໝໍ່ໆມານີ້ ພຽງຢາງ ຮຽກຮ້ອງໃຫ້ມີການຕົກລົງສັນຕິພາບລະຫວ່າງວໍຊີງຕັນ ກັບປະເທດຄອມມຸຍນິສ ນີ້. ແຕ່ວໍຊີງຕັນ ໄດ້ປະຕິເສດ ແນວຄິດທີ່ວ່ານີ້ ໂດຍຢືນຢັດວ່າ ພຽງຢາງຈະຕ້ອງປອດອາວຸດນິວເຄລຍ ກ່ອນທີ່ຈະມີການພິຈາລະນາກ່ຽວກັບສົນທິສັນຍາສັນຕິພາບໃດໆກໍຕາມ.
ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ທ່ານ Sung Kim ຜູ້ຕາງໜ້າພິເສດຂອງ ສະຫະລັດ ກ່ຽວກັບນະໂຍບາຍເກົາຫຼີເໜືອ ຜູ້ແທນພິເສດຂອງເກົາຫຼີໃຕ້ ຮັບຜິດຊອບກ່ຽວກັບເລື້ອງສັນຕິ ແລະຄວາມປອດໄພໃນແຫຼມເກົາຫຼີ ທ່ານ Hwang Joon-kook ແລະທ່ານ Kimihiro Ishikane ຜູ້ອຳນວຍການໃຫຍ່ຂອງຍີ່ປຸ່ນ ດ້ານສາຍພົວພັນພາກພື້ນເອເຊຍ ແລະປາຊີຟິກ ຈະພົບປະແລະສົນທະນາໂອ້ລົມກັນ ໃນວັນພະຫັດທີ່ຈະມາເຖິງນີ້.
ການພົບປະກັນສາມຝ່າຍ ຂອງບັນດາທູດພິເສດ ແມ່ນເທື່ອທຳອິດໃນຮອບ 7 ເດືອນ ຊຶ່ງມີຂຶ້ນທ່າມກາງ ສາຍພົວພັນພາຍລະຫວ່າງສອງເກົາຫຼີ ພວມດີຂຶ້ນແດ່ແລ້ວ. ສັບປະດາແລ້ວນີ້ ທັງສອງເກົາຫຼີ ໄດ້ຕົກລົງໃຫ້ມີການສົນທະນາກັນຂັ້ນສູງ ໃນສັບປະດາໜ້າ ໃນອັນທີ່ປາກົດວ່າ ເປັນຄວາມກ້າວໜ້າໃນສາຍພົວພັນລະຫວ່າງສອງເກົາຫຼີ.