ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະ​ຫະ​ລັດ ເກົາ​ຫຼີ​ໃຕ້ ແລະ ​ຍີ່​ປຸ່ນ ຊ້ອມ​ລົບ​ຮ່ວມ ທ່າມ​ກາງ​ການ​ຂົ່ມ​ຂູ່​ຂອງ​ເກົາ​ຫຼີ​ເໜືອ

ສະ​ມາ​ຊິກ​ຂອງ​ກຳ​ລັງ​ປ້ອງ​ກັນ​ໂຕ​ຂອງ​ຍີ່​ປຸ່ນ ເຂົ້າ​ຮ່ວມ​ການ​ຊ້ອມ​ລົບ​ທາງ​ທະ​ເລ 3 ຝ່າຍ ກັບ​ກອງ​ທັບ​ເຮືອ​ສະ​ຫະ​ລັດ ແລະ​ກອງ​ທັບ​ເຮືອ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ ໃນ​ຮູບ​ພາບ​ທີ່​ຖ່າຍ​ ແລະ​ນຳ​ອອກ​ເຜີຍ​ແຜ່ ​ໂດຍກອງ​ກຳ​ລັງ​ປ້ອງ​ກັນ​ໂຕ​​ຍີ່​ປຸ່ນ ເມື່ອ​ວັນ​ທີ 22 ກຸມ​ພາ 2023.

ກຳ​ປັ່ນ​ລົບ​ຂອງ​ສະ​ຫະ​ລັດ ເກົາ​ຫຼີ​ໃຕ້ ແລະ​ຍີ່​ປຸ່ນ ໄດ້​ເຂົ້າ​ຮ່ວມ​ ການ​ຊ້ອມ​ລົບ​ຕໍ່​ຕ້ານ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຢູ່​ໃນ​ເຂດ​ນ່ານ​ນ້ຳ​ນອກ​ແຄມ​ຝັ່ງ​ທະ​ເລ​ກ້ຳ​ຕາ​ເວັນ​ອອກ​ຂອງ​ແຫຼມ​ເກົາ​ຫຼີ ຊຶ່ງ​ເປັນ​ການ​ຮ່ວມ​ມື​ໃນການ​ສະ​ແດງ​ກຳ​ລັງ​ສາມ​ຝ່າຍ​ທີ່​ບໍ່​ຄ່ອຍ​ເຫັນກັນ ແຕ່​ກໍ​ມີ​ຂຶ້ນ​ເລື້ອຍໆ​ໃນ​ຂະ​ນະ​ທີ່​ເກົາ​ຫຼີ​ເໜືອ​ເອົາ​ທ່າ​ທີ​ແບບ​ຮຸກ​ຮານ​ຕື່ມ​ຂຶ້ນ.

ກຳ​ປັ່ນ​ລົບ​ USS Berry ຊຶ່ງ​ເປັນ​ເຮືອ​ພິ​ຄາດ​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ ຊັ້ນ​ອາ​ເລ​ເບີກ ກໍ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ຊ້ອມ​ລົບ​ຄັ້ງ​ນີ້ ພ້ອມ​ກັບ​ເຮືອ​ພິ​ຄາດ​ລຳ​ນຶ່ງ​ຈາ​ກກອງ​ກຳ​ລັງ​ປ້ອງ​ກັນ​ໂຕ​ທາງ​ທະ​ເລ​ຂອງ​ຍີ່​ປຸ່ນ ແລະ​ອີກ​ລຳ​ນຶ່ງ​ຈາກກອງ​ທັບ​ເຮືອ​ຂອງ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ ຊຶ່ງ​ທັງ​ສາມ​ປະ​ເທດ​ຕ່າງ​ກໍ​ໄດ້​ປະ​ກາດ​ຢູ່​ໃນ​ຖະ​ແຫຼງ​ການ​ທີ່​ມີ​ຂຶ້ນ​ຕ່າງ​ຫາກ​ຂອງ​ໃຜ​ລາວ.

ກຳ​ປັ່ນ JS Atago (DDG-177) ຈາກ​ກຳ​ລັງ​ປ້ອງ​ກັນ​ໂຕ​ທາງ​ທະ​ເລ​ຂອງ​ຍີ່​ປຸ່ນ, ​ກຳ​ປັ່ນ​ລົບ​ຂອງກອງ​ທັບ​ເຮືອ​ສະ​ຫະ​ລັດ USS Barry (DDG 52) ​ແລະ​ກຳ​ປັ່ນ​ລົບ​ຈາກກອງ​ທັບ​ເຮືອ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ ເຂົ້າ​ຮ່ວມ​ການ​ຊ້ອມ​ລົບ​ຢູ່​ທະ​ເລ​ຍີ່​ປຸ່ນ ຫຼື​ທະ​ເລ​ຕາ​ເວັນ​ອອກ​ຂອງ​ເກົາ​ຫຼີ ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ກຳ​ລັງ​ປ້ອງ​ກັນ​ໂຕ​ຂອງ​ຍີ່​ປຸ່ນ ເມື່ອ​ວັນ​ທີ 22 ກຸມ​ພາ 2023.

ຖະ​ແຫຼງ​ການ​ເຫຼົ່າ​ນີ້​ບໍ່​ໄດ້​ກ່າວຢ່າງ​ສະ​ເພາະ​ເຈາະ​ຈົງເຖິງ​ເກົາ​ຫຼີ​ເໜືອ ຊຶ່ງ​ໄດ້​ທຳ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ ແລະ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດໄລ​ຍະ​ໃກ້ 2 ລູກ ໃນ​ມື້​ວັນ​ຈັນ​ຜ່ານ​ມານີ້.

ກອງ​ບັນ​ຊາ​ການ​ກຳ​ລັງ​ສ​ະ​ຫະ​ລັດ​ໃນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ​ກ່າວ​ວ່າ ການ​ຊ້ອມ​ລົບ “ແມ່ນ​ເພື່ອ​ເສີມ​ຂະ​ຫຍາຍຄວາມ​ສາ​ມາດ​ໃນ​ການ​ແລກ​ປ່ຽນ​ຂໍ້​ມູນ​ທາງ​ທະ​ຫານ​ລະ​ຫວ່າງກອງ​ກຳ​ລັງ​ຮ່ວມ​ຂອງ​ພວກ​ເຮົາ ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຂັ້ມ​ແຂງ​ຂອງ​ຄວາມ​ສຳ​ພັນ 3 ຝ່າຍ ​ກັບ​ປະ​ເທດ​ພັນ​ທະ​ມິດ​ຍີ່​ປຸ່ນ ແລະ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ​ຂອງ​ເຮົາ.”

ຖະ​ແຫຼງ​ການ​ຂອງ​ສະ​ຫະ​ລັດ ກ່າວ​ຕື່ມ​ວ່າ “ການ​ຮ່ວມ​ມື​ຂອງ​ສາມ​ຝ່າຍນີ້​ແມ່ນ​ໄດ້​ສະ​ທ້ອນ​ໃຫ້​ເຫັນ ​ເຖິງ​ການ​ມີ​ຫຼັກ​ຄຸນ​ຄ່າ​ຮ່ວມ ແລະ​ການ​ຕັດ​ສິນ​ໃຈຂອງ​ພວກ​ເຮົາ​ເພື່ອ​ຕໍ່​ຕ້ານ​ພວກ​ທີ່​ທ້າ​ທາຍ​ຕໍ່​ການ​ມີ​ສະ​ຖຽນ​ລະ​ພາບ​ຢູ່​ໃນ​ຂົງ​ເຂດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG