ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ແລະເກົາຫຼີໃຕ້ ທຳການຊ້ອມ​ລົບ ຂະ​ໜາດ​ໃຫຍ່ຫລັງ​ຈາກ​ເກົາ​ຫຼີ​ເໜືອຍິງ ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ 8 ລູກ​


ເຮືອ​ບິນ​ລົບ​ອາຍ​ພົ່ນ​ຂອງ ສ​ຫລ ແລະ​ເກົາ​ຫລີ​ໃຕ້ບິນ​​ຄຽງ​ຂ້າງ​ກັນ​​ຂະ​ນະ​ທີ່​ຊ້ອ​ມ​ລົບຮ່ວມ​ກັນ​, ​ວັນ​ທີ 7 ມິ​ຖຸ​ນາ, 2022. ເກົາຫຼີ​ໃຕ້ ແລະ ສ​ຫລ ​ເອົາ​ເຮືອ​ບິນ​ລົບ 20 ລຳ​ມາ​ບິນ​ຢູ້​ເທິງ​ເຂດ​ໜ່ານ​ຟ້າ​ເທິງທະ​ເລ​ຂອງເກົາຫຼີ​ໃຕ້ (ພາບ​ຈາກ South Korea Defense Ministry ຜ່ານອົງ​ການ​ຂ່າວ AP)
ເຮືອ​ບິນ​ລົບ​ອາຍ​ພົ່ນ​ຂອງ ສ​ຫລ ແລະ​ເກົາ​ຫລີ​ໃຕ້ບິນ​​ຄຽງ​ຂ້າງ​ກັນ​​ຂະ​ນະ​ທີ່​ຊ້ອ​ມ​ລົບຮ່ວມ​ກັນ​, ​ວັນ​ທີ 7 ມິ​ຖຸ​ນາ, 2022. ເກົາຫຼີ​ໃຕ້ ແລະ ສ​ຫລ ​ເອົາ​ເຮືອ​ບິນ​ລົບ 20 ລຳ​ມາ​ບິນ​ຢູ້​ເທິງ​ເຂດ​ໜ່ານ​ຟ້າ​ເທິງທະ​ເລ​ຂອງເກົາຫຼີ​ໃຕ້ (ພາບ​ຈາກ South Korea Defense Ministry ຜ່ານອົງ​ການ​ຂ່າວ AP)

ເກົາຫຼີໃຕ້ ແລະ ສະຫະລັດ ໄດ້ທຳການສະ​ແດງກຳລັງທາງອາກາດ ທີ່ມີ ເຮືອບິນລົບ 20 ລຳ ເຂົ້າຮ່ວມໃນວັນອັງຄານມື້ນີ້ ເຊິ່ງເປັນການສະແດງ ກຳລັງການທະຫານຄັ້ງຫລ້າສຸດຂອງພັນທະມິດ ທ່າມກາງການ​ສົ່ງສັນຍານວ່າ ເກົາຫຼີເໜືອ ອາດຈະທຳການທົດລອງນິວເຄລຍໃນໄວໆນີ້.

​ການ​ຊ້ອມລົບ​ດັ່ງກ່າວ​ທີ່​ຈັດ​ຂຶ້ນ​ຢູ່ນອກ​ຊາຍ​ຝັ່ງທະ​ເລ​ທາງ​ຕາ​ເວັນ​ຕົກ​ຂອງ​ເກົາຫຼີ​ໃຕ້ ​ແມ່ນ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ 8 ລູກ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ວັນ​ອາທິດ​ວານ​ນີ້, ອີງ​ຕາມ​ຖະ​ແຫຼ​ງການ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້.

ຮູບ​ພາບ​ທີ່​ກອງທັບ​ເກົາຫຼີ​ໃຕ້​ນຳ​ອອກ​ເຜີຍ​ແຜ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຮືອບິນ​ລຳ​ນີ້​ໄດ້ບິນ​ເປັນ​ຮູບ​ສາມ​ຫລ່ຽມໃກ້ໆກັນ. ການຊ້ອມລົບດັ່ງກ່າວໄດ້ມີເຮືອບິນລົບ ຂອງເກົາຫຼີໃຕ້ 16 ລຳ ລວມທັງເຮືອ​ບິນ F-35A, F-15K ແລະ KF-16 ແລະເຮືອບິນ​ລົບ F-16 4 ລຳ ຈາກກອງທັບອາກາດສະຫະລັດ, ອີງຕາມ ໂຊລ.

ກອງທັບ​ເກົາຫຼີ​ໃຕ້​ກ່າວ​ວ່າ “ສາ​ທາ​ລະ​ນະ​ລັດເກົາ​ຫລີ ແລະ​ສະ​ຫະ​ລັດສະ​ແດງ​ໃຫ້​ເຫັນ​ຄວາມສາ​ມາດ​ອັນ​ແຂງ​ແກ່ນ ແລະຄວາມ​ຍິນ​ດີ​ທີ່​ຈະ​ທຳ​ການໂຈ​ມຕີຕ້ານ​ການ​ເກາະ​ຜິດ​ຂອງ​ເກົາ​ຫລີ​ເໜືອຢ່າງວ່ອງ​ໄວ ແລະ​ຊັດ​ເຈນ.” ກອງ​ທັບ​ນີ້​ກ່າວ​ອີກວ່າ ທັງສອງ​ປະ​ເທດ​ພວມ​ເຝົ້າ​ເບິ່ງ​ການ​ກໍ່ເກາະ​ຜິດເພີ້ມ​ອີກ​ຈາກ​ເກົາ​ຫຼີ​ເໜືອ.

ເກົາຫຼີ​ເໜືອ​ໃນ​ວັນ​ອາ​ທິດ​ວານນີ້ ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ສັ້ນ 8 ລູກ ​ລົງ​ທະ​ເລໃນ​ໄລ​ຍະ 35 ນາ​ທີ, ອີງ​ຕາມ​ການກອງ​ທັບ​ເກົາ​ຫຼີ​ໃຕ້. ມັນເປັນການຍິງລູກສອນໄຟຮອບທີ 18 ຂອງເກົາຫຼີເໜືອໃນປີນີ້.

​ໃນ​ວັນ​ຈັນ​ມື້​ນີ້ ສະຫະລັດ​ແລະ​ເກົາຫລີ​ໃຕ້​ໄດ້​ຕອບ​ໂຕ້ຄືນ​ໂດຍ​ໄດ້​ຍິງ​ລູກ​ສອນ​ໄຟ 8 ລູກ​ລົງ​ສູ່​ມະຫາ​ສະໝຸດ.

ເກົາຫຼີໃຕ້ ແລະສະຫະລັດ ໄດ້ເພີ່ມທະວີການສະແດງ ອຳນາດທາງທະຫານ ໃຫ້ສາທາລະນະຮູ້​ໃນ​ການຕອບໂຕ້ຕໍ່ການທົດລອງລູກສອນໄຟຂີປະນາວຸດຂອງ ເກົາຫຼີເໜືອທີ່ຮຸນແຮງຂຶ້ນ.

ທ່ານຢຸນ ຊຸກ ຢອ​ລ (Yoon Suk Yeol) ປະທານາ​ທິ​ບໍ​ດີ​ທີ່​ມີ​ຫົວ​ອະນຸລັກ​ນິຍົມ​ຄົນ​ໃໝ່​ຂອງ​ເກົາຫຼີ​ໃຕ້​ໄດ້​ປະຕິຍານ​ວ່າ ​ຈະ​ຕອບ​ໂຕ້​ຢ່າງ​ວ່ອງ​ໄວ ​ແລະ​ໜັກ​ແໜ້ນ​ຕໍ່​ສິ່ງ​ທີ່​ທ່ານ​ພັນ​ລະ​ນາ​ວ່າເປັນ​ການ​ຍຸຍົງ​ຂອງ​ເກົາຫຼີ​ເໜືອ.

ໃນລະຫວ່າງກອງປະຊຸມສຸດຍອດໃນເດືອນແລ້ວນີ້, ທ່ານຢຸນ ແລະປະທານາທິບໍດີ ສະຫະລັດທ່ານໂຈ ໄບ​ເດັນ ໄດ້ປຶກສາຫາລືກັນກ່ຽວກັບການຊ້ອມລົບຮ່ວມທາງທະຫານທີ່ໃຫຍ່ກວ່າເກົ່າ, ເຊິ່ງໄດ້ຖືກຫລຸດຂະໜາດລົງ ພາຍໃຕ້ລັດ ຖະບານເກົາຫຼີໃຕ້ຊຸດກ່ອນໜ້ານີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG