ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ແລະ ເກົາຫຼີໃຕ້ ຝຶກຊ້ອມ ການບຸກໂຈມຕີ ໃນການຊ້ອມຮົບ ຮ່ວມກັນ


ທະຫານ ເກົາຫຼີໃຕ້ ໜ່ວຍປືນໃຫຍ່ ເຂົ້າຮ່ວມໃນການຊ້ອມຮົບ Faol Eagle ຂອງປີກາຍນີ້ຮ່ວມກັບທະຫານ ສະຫະລັດ ຢູ່ໃກ້ໆກັບເຂດປອດທະຫານ DMZ.
ທະຫານ ເກົາຫຼີໃຕ້ ໜ່ວຍປືນໃຫຍ່ ເຂົ້າຮ່ວມໃນການຊ້ອມຮົບ Faol Eagle ຂອງປີກາຍນີ້ຮ່ວມກັບທະຫານ ສະຫະລັດ ຢູ່ໃກ້ໆກັບເຂດປອດທະຫານ DMZ.

ສະຫະລັດ ກັບ ເກົາຫຼີໃຕ້ ຈະລາຍງານການຝຶກຊ້ອມ ກ່ຽວກັບ ການ ໂຈມຕີທາງ ທະຫານເພື່ອທຳລາຍໂຮງງານນິວເຄລຍຂອງ ເກົາຫຼີ ເໜືອໃນເດືອນໜ້ານີ້ ເມື່ອ ພວກເຂົາເຈົ້າເລີ່ມຊ້ອມຮົບຮ່ວມກັນ ເປັນຄັ້ງໃຫຍ່ທີ່ສຸດກວ່າທີ່ເຄີຍປະຕິບັດມາ ໂດຍສອງກອງກຳລັງ ພັນທະມິດ.

ຕິດຕາມມາຈາກການລົດລອງລະເບີດນິວເຄລຍ ແລະ ການຍິງຈະ ຫຼວດໄລຍະໄກ ຂອງ ເກົາຫຼີເໜືອເມື່ອບໍ່ດົນມານີ້, ນະຄອນຫຼວງ ວໍຊິງຕັນ ແລະ ໂຊລ ກໍຈະເພັ່ງ ເລັງໃສ່ບາງສ່ວນໃນການປ້ອງກັນ ການໂຈມຕີ ໂດຍອາວຸດທຳລາຍລ້າງຂະໜານໃຫຍ່ໃນລະຫວ່າງ ການຊ້ອມຮົບຮ່ວມປະຈຳປີຂອງປີນີ້.

ທະຫານເກົາຫຼີໃຕ້ ຍ່າງຜ່ານໂທລະພາບ ສະແດງໃຫ້ເຫັນການອອກ ອາກາດສົດ ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Guen hye ທີ່ສະຖານີລົດໄຟໃຕ້ດິນໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 16 ກຸມພາ 2016.
ທະຫານເກົາຫຼີໃຕ້ ຍ່າງຜ່ານໂທລະພາບ ສະແດງໃຫ້ເຫັນການອອກ ອາກາດສົດ ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Guen hye ທີ່ສະຖານີລົດໄຟໃຕ້ດິນໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 16 ກຸມພາ 2016.

ໃນບາງສະຖານະການແມ່ນໄດ້ຖືກວາງແຜນໄວ້ ໂດຍນັກຍຸດທະ ສາດທາງການ ທະຫານຄື ການປ້ອງກັນທີ່ດີທີ່ສຸດແມ່ນການບຸກ ໂຈມຕີທີ່ດີ, ສິ່ງດຽວທີ່ຈະລົບ ລ້າງທີ່ຕັ້ງຂີປະນາວຸດ, ໂຮງງານນິວ ເຄລຍ ຫຼືເປົ້າໝາຍຍຸດທະສາດທາງການ ທະຫານຂອງ ເກົາຫຼີ ເໜືອ ກ່ອນທີ່ຈະມີການໂຈມຕີເກີດຂຶ້ນ.

ນັກວິເຄາະຄວາມໝັ້ນຄົງ ເອເຊຍ ຕາເວັນອອກສຽງເໜືອ ທີ່ມະຫາ ວິທະຍາໄລ Troy ໃນນະຄອນຫຼວງ ໂຊລ ທ່ານ Daniel Pinkston ກ່າວວ່າ “ການຝຶກຊ້ອມ ປະເພດນີ້, ແມ່ນໄດ້ມີການ ພິຈາລະນາເຖິງປະເພດຂອງໄພຂົ່ມຂູ່, ມັນຈະກາຍ ເປັນສິ່ງທຳ ມະດາແບບໃໝ່ ສຳລັບ ເກົາຫຼີເໜືອ, ຍົກເວັ້ນແຕ່ວ່າພວກເຂົາ ເຈົ້າ ຈະຫຼຸດຜ່ອນໂຄງການນິວເຄລຍຂອງພວກເຂົາເຈົ້າລົງ, ເຊິ່ງ ຂ້າພະເຈົ້າບໍ່ຮູ້ລ່ວງ ໜ້າວ່າມັນຈະເກີດຂຶ້ນໃນເວລາໃດກໍໄດ້ໄວໆນີ້.”

XS
SM
MD
LG