ສະຫະລັດ ແລະເກົາຫຼີໃຕ້ ຄາດໝາຍວ່າ ທັງສອງປະເທດ ຈະປະກາດຫລຸດ ການຊ້ອມ
ລົບຮ່ວມຂະໜາດໃຫຍ່ ທີ່ເຄີຍປະຕິບັດກັນມາ ໃນແຕ່ລະປີນັ້ນ ລົງ.
ລາຍງານຂອງສື່ມວນຊົນ ໄດ້ອ້າງເຖິງຄຳເວົ້າຂອງເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ຂອງສະຫະລັດ ທ່ານນຶ່ງ ຜູ້ທີ່ປະສົງບໍ່ອອກຊື່ ວ່າ ຄາດກັນວ່າ ການປະກາດ ຢ່າງເປັນ
ທາງການ ຈະມີຂຶ້ນໃນບໍ່ເທົ່າໃດວັນ ຈະມາເຖິງນີ້. ໂຄສົກທຳນຽບຫ້າແຈ ໄດ້ປະຕິເສດ
ທີ່ຈະໃຫ້ການຢືນຢັນ ຕໍ່ລາຍງານຂ່າວ ເມື່ອວີໂອເອໄດ້ຕິດຕໍ່ຫາ.
ການຫລຸດການຊ້ອມລົບລົງ ອາດເຫັນໄດ້ວ່າ ເປັນການສະແດງອອກເຖິງເຈດຕະນາດີ
ເພື່ອໃຫ້ການເຈລະຈາ ໃນດ້ານນິວເຄລຍກັບເກົາຫຼີເໜືອນັ້ນ ດຳເນີນຕໍ່ໄປ ຫຼັງຈາກທີ່
ກອງປະຊຸມສຸດຍອດຢູ່ ນະຄອນຮາໂນ່ຍ ໄດ້ລົ້ມແຫຼວ ແລະເພື່ອແກ້ໄຂຄວາມເປັນຫ່ວງ
ຂອງປະທານາທິບໍດີ ດໍໂນລ ທຣຳ ກ່ຽວກັບຄ່າໃຊ້ຈ່າຍທີ່ສູງ ສຳລັບການຊ້ອມລົບຂອງ ກອງກຳລັງຈຳນວນຫຼວງຫຼາຍນີ້.
ການຊ້ອມລົບຮ່ວມປະຈຳປີ ທີ່ຮູ້ຈັກກັນໃນຊື່ Foal Eagle ແລະ Key Resolve ຊຶ່ງ
ຕາມປົກກະຕິແລ້ວ ຈະມີຂຶ້ນໃນຍາມລະດູບານໃໝ່ ນັ້ນ ແມ່ນໄດ້ຖືກໂຈະໄວ້ ເປັນຄັ້ງ
ທຳອິດ ໃນປີ 2018 ເພື່ອເອື້ອອຳນວຍໃຫ້ເກົາຫຼີເໜືອ ໄດ້ເຂົ້າຮ່ວມຢ່າງສັນຕິ ໃນການ
ແຂ່ງຂັນກິລາໂອລິມປິກ ລະດູໜາວ ທີ່ເມືອງ ພີອອງຈາງ (PyeongChang) ທີ່ໄດ້ຖືກ
ຈັດຂຶ້ນ ຢູ່ໃນເກົາຫຼີໃຕ້.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຍົກເລີກການຊ້ອມລົບດັ່ງກ່າວ ຢ່າງບໍ່ມີກຳນົດ ຫຼັງຈາກ
ທີ່ໄດ້ພົບປະກັບຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ເມື່ອເດືອນມິຖຸນາ ປີກາຍນີ້ ໃນ
ສິງກະໂປ ບ່ອນທີ່ຜູ້ນຳທັງສອງ ໄດ້ຕົກລົງທີ່ຈະທຳງານຮ່ວມກັນ ໄປສູ່ການປົດອາວຸດ
ນິວເຄລຍ ໃນແຫຼມເກົາຫຼີ.
ເປັນເວລາດົນນານ ທີ່ປະທານາທິບໍດີທຣຳ ໄດ້ຕຳໜິ ຄ່າໃຊ້ຈ່າຍສຳລັບການ ຊ້ອມລົບ
ທັງຫຼາຍເຫຼົ່ານີ້ ຊຶ່ງໄດ້ນຳເອົາພວກທະຫານຫຼາຍພັນຄົນ ເຮືອບິນລົບອາຍພົ່ນ ກຳປັ່ນລົບ
ແລະອຸປະກອນດ້ານການທະຫານຕ່າງໆ ຈາກຖານທັບ ສະຫະລັດ ໃນທົ່ວໂລກໄປຮ່ວມ.
ທ່ານປະທານາທິບໍດີ ໄດ້ຖືກຖາມ ກ່ຽວກັບອະນາຄົດຂອງການຊ້ອມລົບ ຢູ່ທີ່ກອງປະຊຸມ
ສຸດຍອດ ໃນນະຄອນຮາໂນ່ຍ ບ່ອນທີ່ທ່ານທຣຳ ແລະ ທ່ານກິມ ຕົກລົງກັນບໍ່ໄດ້ ໃນ
ມາດຕະການທີ່ສະເພາະເຈາະຈົງ ເພື່ອລຸດຜ່ອນຄວາມອາດສາມາດ ໃນດ້ານນິວເຄລຍ
ຂອງເກົາຫຼີເໜືອ ຫຼື ເພື່ອຜ່ອນຄາຍມາດຕະການລົງໂທດຕໍ່ພຽງຢາງ ທີ່ໄດ້ເຮັດໃຫ້
ເສດຖະກິດຊຸດໂຊມລົງນັ້ນ.
ປະທານາທິບໍດີ ທຣຳ ກ່າວວ່າ “ເຈົ້າຮູ້ ການຊ້ອມລົບດ້ານທະຫານທັງຫຼາຍ ຂ້າພະເຈົ້າ
ໄດ້ຍົກເລີກໄປດົນແລ້ວ ເພາະວ່າ ມັນເປັນຄ່າໃຊ້ຈ່າຍ 100 ລ້ານໂດລາ ຂອງພວກ
ເຮົາ ທຸກໆເທື່ອທີ່ພວກເຮົາໄດ້ເຮັດມັນ. ພວກເຮົານຳເອົາເຮືອບິນຖິ້ມລະເບີດ ຂະ
ໜາດໃຫຍ່ເຫຼົ່ານີ້ ບິນມາຈາກ ເກາະກວາມ ແລະ ໃນເວລາ ທີ່ຂ້າພະເຈົ້າ ໄດ້ເລີ້ມເຮັດ
ນາຍພົນຜູ້ນຶ່ງ ໄດ້ກ່າວວ່າ ‘ໂອ ແມ່ນແລ້ວ’ ພວກເຮົາບິນມາຈາກເກາະກວາມ ມັນກໍ
ຢູ່ໃກ້ຄຽງ. ຢູ່ໃກ້ໆນີ້ແຫລະ ເຈັດຊົ່ວໂມງເທົ່ານັ້ນ ແລະ ຕໍ່ຈາກນັ້ນ ພວກເຮືອບິນດັ່ງ
ກ່າວ ບິນມາ ແລະ ຖິ້ມລູກລະເບີດ ແລະກໍບິນກັບໄປ.”