ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫຼີໃຕ້ ແລະສະຫະລັດ ຈະຝຶກຊ້ອມຮ່ວມກັນ


ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ທ່ານ Leon Panetta (ຊ້າຍ) ແລະລັດຖະມົນຕີປ້ອງກັນ ປະເທດເກົາຫຼີໃຕ້ ທ່ານ Kim Kwan-jin ໃນລະຫວ່າງກອງປະຊຸມຖະແຫຼງຂ່າວຮ່ວມກັນທີ່ກຸງໂຊລ (28 ຕຸລາ 2011)
ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ທ່ານ Leon Panetta (ຊ້າຍ) ແລະລັດຖະມົນຕີປ້ອງກັນ ປະເທດເກົາຫຼີໃຕ້ ທ່ານ Kim Kwan-jin ໃນລະຫວ່າງກອງປະຊຸມຖະແຫຼງຂ່າວຮ່ວມກັນທີ່ກຸງໂຊລ (28 ຕຸລາ 2011)

ເຈົ້າໜ້າທີ່ທະຫານຂອງເກົາຫຼີໃຕ້ ກ່າວໃນວັນສຸກມື້ນີ້ວ່າ ຕົນຈະທຳການຊ້ອມລົບ ຮ່ວມກັບ
ສະຫະລັດໃນອາທິດໜ້າເພື່ອຝຶກຊ້ອມຄວາມສາມາດຂອງປະເທດພັນທະມິດທັງສອງໃນການ ຮັບມືກັບການຂົ່ມຂູ່ທາງດ້ານນິວເຄລຍຈາກເກົາຫຼີເໜືອ.

ກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ກ່າວວ່າ ການຊ້ອມລົບທີ່ມີຊື່ວ່າ Tabletop ຫຼືໜ້າ
ໂຕະຈະມີຂຶ້ນໃນມື້ວັນອັງຄານແລະວັນພຸດຈະມານີ້ແລະການຊ້ອມລົບດັ່ງກ່າວແມ່ນເປັນການ ຝຶກຊ້ອມກ່ຽວກັບການປະສານງານ ທີ່ຈະຊ່ອຍທົດສອບເບິ່ງຄວາມສາມາດຂອງການຈັດຕັ້ງ
ແລະການຮັບມືກັບເຫດການ ທີ່ເກີດຂຶ້ນພ້ອມໆກັນ. ຕາມປົກກະຕິແລ້ວ ຈະບໍ່ມີການເຄື່ອນ
ໄຫວນຳໃຊ້ອຸບປະກອນຫຼືກຳລັງທະຫານແຕ່ປະການໃດ.

ກະຊວງປ້ອງກັນປະເທດເກົາຫຼີໃຕ້ກ່າວຕື່ມວ່າ ການຊ້ອມລົບທີ່ວ່ານີ້ ແມ່ນເປັນຜົນທີ່ຕິດຕາມ
ມາຈາກການພົບປະລະຫວ່າງລັດຖະມົນຕີປ້ອງກັນປະເທດສະຫະລັດທ່ານ Leon Panetta ແລະລັດຖະມົນຕີປ້ອງກັນປະເທດເກົາຫຼີໃຕ້ທ່ານ Kim Kwan-jin ໃນອາທິດແລ້ວ.

XS
SM
MD
LG