ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດ ສຫລ ແລະ ເກົາຫຼີໃຕ້ ເລີ້ມຫາລີກັນ ເພື່ອຫາທາງຟື້ນຟູ ການເຈລະຈາ ກັບເກົາຫຼີເໜືອ


ທູດພິເສດສະຫະລັດ ຮັບຜິດຊອບເລື້ອງເກົາຫຼີເໜືອ ທ່ານຊັງ ກິມ (ຊ້າຍ) ແລະທູດພິເສດເກົາຫຼິໃຕ້ ຮັບຜິດຊອບເລື້ອງສັນຕິພາບ ໃນແຫຼມເກົາຫຼີ ທ່ານໂຣ ກຽວ-ດຸກ ພົບປະກັນມທີ່ໂຮງແຮມ ໃນນະຄອນໂຊລ ເມື່ອວັນທີ 21 ມິຖຸນາ 2021.
ທູດພິເສດສະຫະລັດ ຮັບຜິດຊອບເລື້ອງເກົາຫຼີເໜືອ ທ່ານຊັງ ກິມ (ຊ້າຍ) ແລະທູດພິເສດເກົາຫຼິໃຕ້ ຮັບຜິດຊອບເລື້ອງສັນຕິພາບ ໃນແຫຼມເກົາຫຼີ ທ່ານໂຣ ກຽວ-ດຸກ ພົບປະກັນມທີ່ໂຮງແຮມ ໃນນະຄອນໂຊລ ເມື່ອວັນທີ 21 ມິຖຸນາ 2021.

ທູດພິເສດສະຫະລັດ ຮັບຜິດຊອບໃນເລື້ອງເກົາຫຼີເໜືອ ມີໝາຍກໍານົດທີ່ຈະພົບປະກັບຄູ່ຕຳແໜ່ງ ຝ່າຍເກົາຫຼີໃຕ້ ໃນວັນຈັນມື້ນີ້ ໃນຂະນະທີ່ປະເທດພັນທະມິດ ທັງສອງ ພວມຊອກຫາຊ່ອງທາງເພື່ອຊັກຊວນໃຫ້ພຽງຢາງກັບຄືນເຂົ້າຮ່ວມການເຈລະຈາ ກ່ຽວກັບໂຄງການອາວຸດນິວເຄລຍ ແລະລູກສອນໄຟຂີປະນາວຸດ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.

ທ່ານຊັງ ກິມ (Sung Kim) ໄດ້ເດີນທາງໄປເຖິງນະຄອນຫຼວງໂຊລໃນວັນເສົາ ທີ່ຜ່ານມາ
ເພື່ອຢ້ຽມຢາມເປັນເວລາສີ່ມື້. ທ່ານໄດ້ພົບປະກັບລັດຖະມົນຕີຕ່າງປະເທດ ຈຸງ ເອືອຍ-ຢົງ
(Chung Eui-yong) ທີ່ບ້ານພັກຂອງລັດຖະມົນຕີໃນ ວັນອາທິດວານນີ້ ບ່ອນທີ່ພວກທ່ານ
ໄດ້ສົນທະນາກ່ຽວກັບຊ່ອງທາງເພື່ອເລັ່ງລັດ ໃນການຟື້ນຟູຂັ້ນຕອນສັນຕິພາບຢູ່ໃນແຫຼມ
ເກົາຫຼີ ນັ້ນຄືຄຳເວົ້າ ຂອງເຈົ້າໜ້າທີ່ ກະຊວງຕ່າງປະເທດທ່ານນຶ່ງໄດ້ກ່າວໄວ້.

ໃນວັນຈັນມື້ນີ້ ທ່ານກິມ ຈະພົບປະກັບຄູ່ຕຳແໜ່ງຝ່າຍເກົາຫຼີໃຕ້ ທ່ານໂຣ ກຽວ-ດຸກ (Noh
Kyu-duk) ແລະໃນວັນອັງຄານຈະພົບປະກັບ ຮອງລັດຖະມົນຕີກະ ຊວງຕ່າງປະເທດຣັດ
ເຊຍ ແລະທ່ານອີກໍ ມໍກູລອຟ (Ignor Morgulov) ໃນ ນະຄອນຫຼວງໂຊລ

ການຢ້ຽມຢາມດັ່ງກ່າວ ມີຂຶ້ນທ່າມກາງຄວາມອົບອຸ່ນເປັນເວລາສັ້ນໆ ໃນຄວາມ ສຳພັນລະ
ຫວ່າງສອງເກົາຫຼີໃນເດືອນກໍລະກົດ ທີ່ເປີດຊ່ອງທາງໃຫ້ແກ່ການປະເຊີນໜ້າ ຍ້ອນມີການ
ຊ້ອມລົບທາງທະຫານ ລະຫວ່າງສະຫະລັດ ກັບເກົາຫຼີໃຕ້ ທີ່ເກົາຫຼີເໜືອໄດ້ເຕືອນວ່າ ອາດ
ຈະກໍ່ໃຫ້ເກີດວິກິດການດ້ານຄວາມປອດໄພ.

ການຊ້ອມລົບເປັນເວລາເກົ້າມື້ ໄດ້ເລີ້ມໃນວັນທີ 16 ສິງຫາ ຊຶ່ງຍັງມີຄວາມມິດງຽບຢູ່ຈາກສື່
ມວນຊົນຂອງທາງການເກົາຫຼີເໜືອ ເຖິງແມ່ນມີຄວາມຢ້ານກົວວ່າ ປະເທດດັ່ງກ່າວອາດຈະ
ທຳການທົດລອງລູກສອນໄຟ ຫຼືເອົາບາດກ້າວຢ່າງອື່ນ ເພື່ອສະແດງໃຫ້ເຫັນເຖິງການຄັດ
ຄ້ານຂອງຕົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG