ເກົາຫລີໃຕ້ແລະສະຫະລັດໄດ້ເລີ່ມທໍາການຊ້ອມລົບຮ່ວມ
ກັນໃນວັນຈັນວັນນີ້ ທ່າມກາງການຂົ່ມຂູ່ຈະໂຕ້ຕອບຄືນ
ທາງທະຫານຈາກເກົາຫຼີເໜືອ.
ມີພວກທະຫານຈາກເກົາຫລີໃຕ້ປະມານ 2 ແສນຄົນ ແລະ
13 ພັນຄົນຈາກ ສະຫະລັດປະກອບສ່ວນໃນການຊ້ອມລົບ
ຮ່ວມກັນທີ່ໃຫ້ຊື່ວ່າ Key Resolve ແລະ Foal Eagle.
ເກົາຫລີໃຕ້ໄດ້ກ່າວເຖິງການຊ້ອມລົບດັ່ງກ່າວວ່າເປັນການ
ຊ້ອມລົບປະຈໍາປີທີ່ເຄີຍປະຕິບັດມາເປັນປະຈໍາຢູ່ແລ້ວ.
ແຕ່ ພຽງຢາງ ກ່າວວ່າ ການຊ້ອມລົບກັນດັ່ງກ່າວນີ້ເປັນ
ຂໍ້ອ້າງໃນການກຸກຽມເພື່ອຈະຮຸກຮານເກົາຫລີເໜືອແລະ
ໄດ້ເຕືອນວ່າຈະຕອບໂຕ້ດ້ວຍການທໍາສົງຄາມຢ່າງສຸດຂີດ
ຕໍ່ເກົາຫຼີໃຕ້ ຊຶ່ງຈະເຮັດໃຫ້ນະຄອນຫຼວງ Seoul ລຸກຂຶ້ນ ເປັນທະເລໄຟ.
ນອກນີ້ ເກົາຫລີເໜືອໄດ້ຂູ່ທີ່ຈະເປີດສາກຍິງຂ້າມບໍລິເວນ
ຊາຍແດນທີ່ເຄັ່ງຕຶງລະຫວ່າງສອງເກົາຫຼີນັ້ນໄປໂຈມຕີເກົາ
ຫຼີເໜືອໃຕ້ ຖ້າວ່າເກົາຫຼີໃຕ້ຫາກຍັງດໍາເນີນການປ່ອຍໃບປີວ
ໂຄສະນາ ໂດຍໃຊ້ລູກໂປ່ງ helium ນັ້ນ. ລູກໂປ່ງທີ່ຊາວເກົາຫຼີໃຕ້ປ່ອຍໄປຍັງເກົາຫລີ
ເໜືອເມື່ອໄວໆມານີ້ ແມ່ນມີທັງຂໍ້ມູນກ່ຽວກັບການລຸກຮືຂຶ້ນໃນອີຈິບ ຊຶ່ງເປັນຂ່າວທີ່ຖືກຫ້າມ ໃນເກົາຫລີເໜືອນັ້ນ.