ນັກການທູດຂັ້ນສູງອັນດັບສອງ ຈາກສະຫະລັດແລະເກົາຫຼີໃຕ້
ໄດ້ພົບປະກັນທີ່ນະຄອນຫຼວງໂຊລ ໃນວັນຈັນມື້ນີ້ ເພື່ອໂອ້ລົມ
ສົນທະນາກັນເລື້ອງຕ່າງໆລະຫວ່າງສອງຝ່າຍ ແລະເລື້ອງໂຄງ
ການນີວເຄລຍ ແລະລູກສອນໄຟຂອງເກົາຫຼີເໜືອ.
ທ່ານ Tony Blinken ຮອງລັດຖະມົນຕີການຕ່າງປະເທດສະຫະ
ລັດ ກຳລັງຢ້ຽມຢາມນະຄອນຫຼວງໂຊລ ເປັນເວລາ 3 ມື້ ຊຶ່ງເປັນ
ບ່ອນຢຸດແວ່ແຫ່ງທຳອິດຂອງທ່ານ ໃນການເຄື່ອນໄຫວຢ້ຽມຢາມ
ເອເຊຍ ຊຶ່ງຈະພາທ່ານໄປຍັງປະເທດຈີນ ແລະຍີ່ປຸ່ນ ນຳ.
ຫຼັງຈາກພົບປະກັນໃນວັນຈັນມື້ນີ້ ກັບທ່ານ Cho Tai-yong ຮອງ
ລັດຖະມົນຕີຕ່າງປະເທດເກົາຫຼີໃຕ້ ທ່ານ Blinken ກ່າວວ່າ ມັນສຳຄັນທີ່ຈະຕ້ອງຮັກສາການລົງໂທດຕ່າງໆຕໍ່ເກົາຫຼີເໜືອນັ້ນໄວ້ ຈົນກວ່າເວລາໃດພຽງຢ້າງສະແດງໃຫ້ເຫັນວ່າ ຕົນເອົາຈິງເອົາຈັງກ່ຽວກັບການຢາກຮື້ຟື້ນການເຈລະຈາ 6 ພັກຝ່າຍ ເລື້ອງການປອດນີວ
ເຄລຍຂອງຕົນນັ້ນຄືນ.
ທ່ານ Tony Blinken ກ່າວຕື່ມວ່າ “ຄວາມກົດດັນທີ່ປະຊາຄົມນາໆຊາດໄດ້ໃຊ້ມາ
ຕໍ່ເກົາຫຼີເໜືອນັ້ນ ໄດ້ສະແດງໃຫ້ເຫັນຜົນ ໃນຄວາມບໍ່ ສາມາດຂອງເກົາຫຼີເໜືອ
ທີ່ຈະຊອກຫາວັດຖຸ ຫຼືເຄື່ອງປະກອບສຳລັບ ຜະລິດອາວຸດແລະໂຄງການລູກສອນໄຟນັ້ນ ເພື່ອກົດດັນໃຫ້ເກົາຫຼີ ເໜືອ ຫັນໄປທິດທາງອື່ນ. ແຕ່ໃນບັ້ນປາຍ ອັນນີ້
ແມ່ນຄຳຕັດສິນໃຈຂອງເກົາຫຼີເໜືອທີ່ຈະເຮັດເອງ. ເກົາຫຼີເໜືອຈະຕ້ອງຕັດສິນ
ໃຈ ວ່າຕົນມີຄວາມຈິງໃຈແທ້ຫຼືບໍ ກ່ຽວກັບການກັບຄືນສູ່ການເຈລະຈາເພື່ອເຮັດ
ໃຫ້ແຫຼມເກົາຫຼີເປັນເຂດປອດອາວຸດນີວເຄລຍ ແລະດຳເນີນການເຈລະຈາທີ່ໜ້າ
ເຊື່ອຖືໄດ້ ແລະທຳການໂອ້ລົມກັນຢ່າງແທ້ຈິງນັ້ນ. ພວກເຮົາຍັງເປີດໂອກາດໄວ້
ຢູ່ກ່ຽວກັບເລື້ອງນີ້ ຊຶ່ງເປັນເລື້ອງທີ່ພວກເຮົາຈະຍິນດີຮັບຕ້ອນ ແຕ່ມັນສຳຄັນທີ່ຈະ
ທຳຄວາມກົດດັນຕໍ່ໄປ ແລະຮັກສາຄວາມ ເປັນເອກະພາບກັນໃນປະຊາຄົມນາໆ
ຊາດນັ້ນໄວ້ ຈົນກ່ວາວ່າເກົາຫຼີເໜືອສະແດງໃຫ້ເຫັນວ່າ ຕົນມີຄວາມຈິງໃຈແທ້.”