ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ, ເກົາຫຼີໃຕ້ ປ້ອງກັນການຊ້ອມລົບຮ່ວມກັນ ຕໍ່ການວິພາກວິຈາກຂອງຣັດເຊຍ ທີ່ສະແດງເຖິງການສະໜັບສະໜູນ ເກົາຫຼີເໜືອ


ແຟ້ມພາບ _ ພວກເຮືອບິນໂດຣນ ຂອງກອງທັບເກົາຫຼີໃຕ້ ບິນເປັນແຖວ ໃນລະຫວ່າງ ການຊ້ອມລົບຮ່ວມກັນກັບ ເກົາຫຼີໃຕ້ ແລະສະຫະລັດ ຢູ່ສະໜາມຍິງປືນ ເຊິງຈິນ Seungjin Fire Training Field ໃນເມືອງໂປຈອງ ຂອງເກົາຫຼີໃຕ້, ເມື່ອວັນທີ 25 ພຶດສະພາ 2023.
ແຟ້ມພາບ _ ພວກເຮືອບິນໂດຣນ ຂອງກອງທັບເກົາຫຼີໃຕ້ ບິນເປັນແຖວ ໃນລະຫວ່າງ ການຊ້ອມລົບຮ່ວມກັນກັບ ເກົາຫຼີໃຕ້ ແລະສະຫະລັດ ຢູ່ສະໜາມຍິງປືນ ເຊິງຈິນ Seungjin Fire Training Field ໃນເມືອງໂປຈອງ ຂອງເກົາຫຼີໃຕ້, ເມື່ອວັນທີ 25 ພຶດສະພາ 2023.

ທັງ ວໍຊິງຕັນແລະໂຊລ ໄດ້ປ້ອງກັນການຊ້ອມລົບຮ່ວມກັນຂອງພວກເຂົາວ່າ ເປັນສິ່ງທີ່ສຳຄັນຍິ່ງ ສຳລັບການຮັກສາຄວາມໝັ້ນຄົງໃນເຂດເອເຊຍຕາເວັນອອກ ເຊິ່ງເປັນການຕອບໂຕ້ຕໍ່ການວິພາກວິຈານຂອງຣັດເຊຍ ກ່ຽວກັບການຊ້ອມລົບນັ້ນ ເພື່ອສະໜັບສະໜູນເກົາຫຼີເໜືອ.

“ການຊ້ອມລົບທາງທະຫານຮ່ວມກັນສອງຝ່າຍ ແລະສາມຝ່າຍ ກັບເກົາຫຼີໃຕ້ ຫຼື ROK ແລະ ຍີ່ປຸ່ນ ຂອງພວກເຮົາທີ່ມີມາຍາວນານນັ້ນ ແມ່ນມີຈຸດປະສົງເພື່ອຮັກສາຄວາມພ້ອມຂອງກອງກຳລັງ ແລະປົກປັກຮັກສາຄວາມໝັ້ນຄົງ ໃນພາກພື້ນ” ໂຄສົກກະຊວງການຕ່າງປະເທດ ໄດ້ກ່າວ ໂດຍໃຊ້ຊື່ຫຍໍ້ ROK ທີ່ເປັນທາງການຂອງເກົາຫຼີໃຕ້.

ທ່ານໂຄສົກຜູ້ທີ່ຂໍບໍ່ອອກຊື່ ໄດ້ກ່າວຕໍ່ວີໂອເອ ພະແນກພາສາເກົາຫຼີ ໃນວັນພະຫັດທີ່ຜ່ານມານີ້ ວ່າ “ພວກເຮົາຍັງປະຕິເສດຕໍ່ ຄຳອ້າງຕ່າງໆທີ່ບໍ່ຈິງໃຈ ທີ່ວ່າ ການຍິງລູກສອນໄຟຂອງ DPRK ເປັນພຽງການຕອບໂຕ້ຕໍ່ການຊ້ອມລົບຮ່ວມກັນທາງທະຫານ ສອງຝ່າຍ ແລະສາມຝ່າຍຂອງພວກເຮົານັ້ນ.”

ສາທາລະນະລັດ ປະຊາຊົນເກົາຫຼີ ຫຼື DPRK ແມ່ນຊື່ທີ່ເປັນທາງການຂອງເກົາຫຼີເໜືອ.

ໃນວັນອັງຄານວານນີ້ ກະຊວງການຕ່າງປະເທດຂອງສະຫະລັດ ໄດ້ກ່າວຕໍ່ວີໂອເອ ພະແນກພາສາເກົາຫຼີ ວ່າ ຕົນປະນາມການສົ່ງດາວທຽມສອດແນມຂອງເກົາຫຼີເໜືອ. ດາວທຽວດັ່ງກ່າວ ທີ່ໄດ້ຖືກສົ່ງຂຶ້ນບໍ່ດົນ ລຸນຫຼັງກອງປະຊຸມສຸດຍອດສາມຝ່າຍ ໄດ້ສິ້ນສຸດລົງ ຢູ່ໃນນະຄອນຫຼວງໂຊລ ເມື່ອວັນຈັນຜ່ານມານີ້ ລະຫວ່າງ ໂຊລ, ໂຕກຽວ ແລະປັກກິ່ງ ນັ້ນ, ກໍໄດ້ລະເບີດຂຶ້ນໃນກາງອາກາດ ປະມານສອງນາທີ ຫຼັງຈາກທີ່ມັນໄດ້ຖືກຍິງຂຶ້ນ.

Washington and Seoul defended their joint military drills as crucial for maintaining security in East Asia, pushing back against Russia's criticism of the exercises in support of North Korea.

"Our longstanding bilateral and trilateral military exercises with the ROK and Japan are intended to maintain force readiness and preserve regional security," said a State Department spokesperson, using South Korea's official name, the Republic of Korea (ROK).

"We also reject disingenuous claims that the DPRK's missile launches are merely a response to our bilateral and trilateral military exercises," the spokesperson, who requested anonymity, told VOA's Korean Service on Thursday.

The Democratic People's Republic of Korea (DPRK) is North Korea's official name.

On Tuesday, the U.S. State Department told VOA's Korean Service that it condemns North Korea's launch of a spy satellite. The satellite, launched shortly after a trilateral summit ended in Seoul on Monday among Seoul, Tokyo and Beijing, exploded in midair about two minutes after its launch.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG