ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ວ່າ ການປັບປຸງ ສາຍພົວພັນ ລະຫວ່າງ ເກົາຫລີເໜືອແລະໃຕ້ ອາດຕ້ອງໄດ້ອາໄສ ຈີນ (ວີດິໂອ)


ທ່ານນາງ Park Geun-hye ປະທານາທິບໍດີ ເກົາຫຼີໃຕ້
ທ່ານນາງ Park Geun-hye ປະທານາທິບໍດີ ເກົາຫຼີໃຕ້
ທ່ານນາງ Park Geun-hye ປະທານາທິບໍດີເກົາຫຼີໃຕ້ ມີກໍານົດ ຈະພົບປະກັບປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ໃນອາທິດນີ້ ທີ່ວໍຊິງຕັນ ໃນການເຈລະຈາກັນທີ່ຄາດວ່າ ຈະສຸມ
ໃສ່ໂຄງການນີວເຄຼຍຂອງເກົາຫຼີເໜືອເປັນສ່ວນໃຫຍ່. ແລະເຖິງ
ແມ່ນຜູ້ນໍາທັງສອງ ກໍຈະປຶກສາຫາລືກັນ ເຖິງຄວາມຮ່ວມມືທາງ ທະຫານທີ່ໃກ້ຊິດຂຶ້ນກວ່າເກົ່າກໍຕາມ ແຕ່ບັນດາເຈົ້າໜ້າທີ່ສະຫະ
ລັດ ກໍເຊື່ອວ່າການເຂົ້າໄປພົວພັນຂອງຈີນ ແມ່ນສໍາຄັນຕໍ່ການປັບ ປຸງຄວາມສໍາພັນໃນແຫຼມເກົາຫຼີໃຫ້ດີຂຶ້ນ. Scott Stearn ຜູ້ສື່
ຂ່າວວີໂອເອ ປະຈໍາກະຊວງຕ່າງປະເທດສະຫະລັດ ມີລາຍງານ
ເລຶ່ອງນີ້ເພີ່ມຕື່ມ ຊຶ່ງທອງປານ ຈະນໍາມາສະເໜີທ່ານ.


ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

Improving North-South Korean Relations May Depend on China, US Says
please wait

No media source currently available

0:00 0:02:33 0:00
ລິງໂດຍກົງ

ກອງທັບເກົາຫຼີໃຕ້ຍັງຄົງຢູ່ໃນທ່າຕຽມພ້ອມລະວັງໄພ ຈາກການທີ່​ອາດ​ຈະຖືກໂຈມຕີດ້ວຍ
ລູກສອນໄຟນີປະນາວຸດຈາກເກົາຫຼີເໜືອ. ທ່ານ Kim Min-Seok ໂຄສົກກະຊວງປ້ອງ ກັນ​ປະເທດເກົາຫຼີໃຕ້ ກ່າວຊີ້ແຈງວ່າ:

“ຕາບໃດທີ່ເກົາຫຼີເໜືອບໍ່ຖອນລູກສອນໄຟຂອງຕົນ ທັງໝົດອອກ​ໄປແລ້ວ ກອງທັບຂອງພວກ​ເຮົາກໍຈະຢູ່​ໃນ​ທ່າຮັກສາຄວາມປອດໄພ ໃນລະດັບສູງ ແລະຕິດຕາມເບິ່ງການເຄຶ່ອນໄຫວຂອງເກົາຫຼີເໜືອຢ່າງໃກ້ຊິດ ຢູ່ຕໍ່ໄປ.”

ນາຍພົນ Martin Dempsey ປະທານເສນາທິການຮ່ວມກອງທັບສະຫະລັດເວົ້າວ່າ
ການຂົ່ມຂູ່ຫຼາຍໆບັ້ນ​ຂອງ Kim Jong-Un ຜູ້​ນໍາ​ເກົາຫລີ​ເໜືອ ຕໍ່ເກົາຫຼີໃຕ້ແລະສະຫະ
ລັດ ໄດ້ຍົກລະດັບຄວາມຈໍາ​ເປັນ​ສໍາລັບການຮ່ວມມືທາງ​ທະຫານ ລະຫວ່າງກຸງ​ໂຊ​ລ
ກັບ ​ວໍ​ຊິງ​ຕັນ. ນາຍພົນ Dempsey ເວົ້າວ່າ:

“ຂະ​ນະ​ນີ້ ພວກເຮົາອາດກໍາລັງກ້າວເຂົ້າສູ່ຊ່ວງ​ເວລາຂອງການເກາະຜິດຄິດ
ຮ້າຍຈາກພຽງຢາງ
ທີ່ຍືດເຍື້ອທີ່ສຸດບັ້ນນຶ່ງ ກໍວ່າ​ໄດ້. ຖ້າ​ເຮົາ​ພິຈາລະນາ​ເບິ່ງ​ການຂົ່ມຂູ່ດ້ວຍລູກສອນໄຟ ແລະ ສໍານວນໂວຫານທີ່ຂາດສະຕິຢັ້ງຄິດຂອງ
ກິມ ຈົ່ງ ອຸ່ນ ນັ້ນ​ແລ້ວ ພວກເຮົາກໍ​ແມ່ນບໍ່ມີທາງເລືອກ ນອກຈາກຈະປັບປຸງ
ການປ້ອງກັນຂອງພວກເຮົາ
ໃຫ້ເຂັ້ມແຂງຂຶ້ນໄປ ເທົ່ານັ້ນ.”

ສ່ວນທ່ານ ຈອນ ແຄຣີ ລັດຖະມົນຕີຕ່າງປະເທດສະຫະລັດນັ້ນ ເວົ້າວ່າ ອະນາຄົດຂອງ
ທ່ານ​ນາງ Park Geun-hye ປະທານາທິບໍດີ​ເກົາຫລີ​ໃຕ້ ກັບເກົາຫຼີເໜືອນັ້ນ ອາດຈະ​
ຂຶ້ນ​ຢູ່ ​ກັບຈີນເປັນສ່ວນໃຫຍ່. ທ່ານ ແຄຣີ ເວົ້າວ່າ:

“ທ່ານນາງ ປັກ ຢາກຍື່ນມືໄປຫາເກົາຫຼີເໜືອຢູ່ ​ແຕ່​ກໍ​ແລ​ເຫັນ​ໄດ້ວ່າ ​ແນ່ນອນ ທ່ານນາງບໍ່ສາມາດຈະເຮັດ​ເຊ່ນ​ນັ້ນໄດ້ ​ໃນທ່າມກາງຂັ້ນຕອນແບບນີ້. ຄວາມ
ຫວັງຂອງຂ້າພະເຈົ້າກໍຄືວ່າ ຈີນ
ຈະເຂົ້າມາຮ່ວມເຈລະຈາກັນໃນແນວທາງທີ່ ພວກເຂົາເຈົ້າບໍ່ມີເຄີຍເຮັດມາກ່ອນ ​ແລະ​ຫວັງ​ວ່າ ພວກເຮົາຈະສາມາດປະຕິ
ບັດງານກັບຈີນ
​ໄດ້ ເພື່ອກໍານົດ​ນໍາ​ກັນ​ຄືນ​ໃໝ່​ ກ່ຽວ​ກັບ​ສິ່ງ​ຕ່າງໆທັງ​ໝົດ ​ທີ່
ນອນຢູ່ໃນຜົນປະໂຫຍດຂອງພວກເຮົາ ນັ້ນ.”

ທ່ານ Michael Auslin ນັກວິເຄາະປະຈໍາສະຖາບັນ American Enterprise ເວົ້າວ່າ
ຖ້າຂາດການ​ແຊກ​ແຊງ​ຂອງ​ຈີນແລ້ວ ປະທານາທິບໍດີ ປັກ ກໍ​ແມ່ນ​ມີ​ພື້ນທີ່ໜ້ອຍຫລາຍ
ທີ່​ຈະ​ດໍາ​ເນີນການໃດໆໄດ້. ທ່ານອອສລິນ ເວົ້າວ່າ:

ແລ​ເຫັນ​ໄດ້ຢ່າງຊັດເຈນວ່າ ເລຶ່ອງນີ້ແມ່ນໄດ້ຄອບງໍາລັດຖະບານຂອງ
ທ່ານນາງ
ມາ​ຕັ້ງຕອນເລີ່ມຕົ້ນພຸ້ນແລ້ວ ແລະທ່າ​ທີ​ຂອງ​ເກົາຫລີ​ເໜືອ​ໄດ້ປ່ຽນແປງການຄໍານວນທັງໝົດ ທີ່ທ່ານນາງອາດ​ໄດ້​ຄິດ​ໄວ້ ກ່ຽວກັບ
ການເຂົ້າຫາກັນດ້ານການທູດ
ກ່ຽວ​ກັບການປະຕິຮູບ​ເສດຖະກິດ ກ່ຽວ
ກັບສິ່ງໃດກໍຕາມທີ່ທ່ານນາງຢາກເຮັດ
​ເພາະວ່າທ່ານນາງເຂົ້າມາບໍລິ
ຫານປະເທດໃນມື້ທໍາອິດ
ກໍແມ່ນໄດ້​ປະ​ເຊີນ​ໜ້າ​ໂລດ ກັບລັດຖະບານ
ໃໝ່
ຂອງເກົາຫຼີເໜືອ ທີ່ມີພຶດຕິການຮຸກຮານ ຢືນຢັນອໍານາດ​ຂອງ​ຕົນ
ແລະເອົາແນ່ຫຍັງນໍາ ບໍ່ໄດ້ນັ້ນ.”

ທ່ານ ອອສລິນ ເວົ້າຕໍ່ໄປວ່າ ທັງ​ໝົດນັ້ນແມ່ນສ່ວນນຶ່ງຂອງແຜນການຂອງພຽງຢາງ.

“ສິ່ງທີ່ພວກເກົາຫຼີເໜືອຫວັງກັນແທ້ໆແລ້ວ ກໍຄື ການກົດດັນທັງໝົດນັ້ນ​
ຈະ​ເຮັດ​ໃຫ້​
ທ່ານນາງເວົ້າ​ນອນ​ສອນ​ງ່າ​ຍ ກໍ​ຄື​ຢ້ານ​ກົວ​ພວກ​ເຂົາ. ມາ​ເວົ້າ​
ກັນ​ກົງໆ​ເຖາະ
ຄືພວກເຂົາເຈົ້າບໍ່ຢາກຈະເຈລະຈາຕໍ່ຮອງກັບ ປະທານາ
ທິບໍດີທີ່ເຂັ້ມແຂງ ມີຈິດໃຈອິດສະຫຼະ ຜູ້ທີ່ອາດຈະຕັດ
ສິນໃຈ ຫັນ​ໄປ​ເປັນ
ພັນທະມິດທີ່ໃກ້ຊິດຫຼາຍ ຂຶ້ນກ່ວາ​ເກົ່າກັບສະຫະລັດນັ້ນ.”

ດ້ວຍເຫດນີ້ ລັດຖະມົນຕີຕ່າງປະເທດ ແຄຣີ ຈຶ່ງເວົ້າວ່າ ມັນເປັນການສໍາຄັນທີ່ສຸດ
ທີ່​ຈະ​ຕ້ອງ​ດຶງເອົາຈີນ ເຂົ້າມາພົວພັນໃນເລຶ່ອງນີ້ຫຼາຍຂຶ້ນ. ທ່ານ ແຄຣີ ເວົ້າວ່າ:

“ຖ້າບໍ່ມີຈີນເຂົ້າມາຮ່ວມໃນການເຈລະຈາກັນແລ້ວ ຂ້າພະເຈົ້າກໍເຊື່ອວ່າ
ປະທານ ກິມ ຈົ່ງ ອຸ່ນ
ຈະຄໍານວນ ຄືຄໍານວນຢ່າງແທ້ຈິງວ່າ ຂ້ອຍຈະສາ
ມາດ
​ເຮັດ​ຫຍັງ​ກໍໄດ້ ຖ້າຫາກຈີນຈະບໍ່ຖື​ວ່າ ຂ້ອຍເປັນຜູ້ຮັບຜິດຊອບ.”

ທ່ານອອສລິນ ເວົ້າວ່າ ຍຸທະສາດທີ່ວ່ານັ້ນ ອາດ​ໃຊ້ໄດ້ຜົນກັບປະທານາທິບໍດີເກົາຫຼີໃຕ້.

“ທ່ານນາງ ປັກ ເຂົ້າມາບໍລິຫານປະເທດ ພ້ອມ​ກັບເວົ້າຢ່າງ​ແຂງ​ຂັນວ່າ
ຈະ
ທັບມ້າງວົງຈອນຂອງການຍິນຍອມ​ໃຫ້​ແກ່​ເກົາຫຼີເໜືອ ແລະກໍບໍ່ໄດ້
ຫຍັງຕອບແທນນັ້ນ ແຕ່
ວ່າ ຫຼັງຈາກບໍ່ພໍ​ເທົ່າ​ໃດ​ອາທິດ​ທີ່​ໄດ້ຍິນສໍານວນ
ໂວຫານ
ທີ່​ແຂງ​ກະດ້າງ​ຫລາຍຂຶ້ນນັບ​ມື້​ຂອງ​ເກົາຫລີ​ເໜືອ ​ແລະ​ຄວາມ​ວິ
ຕົກ
ກ່ຽວກັບສິ່ງທີ່ເກົາຫຼີເໜືອ ອາດ​ຈະເຮັດລົງໄປນັ້ນ ທ່ານນາງກໍໄດ້ປ່ຽນ​
ໃຈ ຖອນ​ຄໍາ​ເວົ້າ
ແລະບັດນີ້ຊໍ້າພັດເວົ້າວ່າ ຈະຍື່ນມືໄປຫາເກົາຫຼີເໜືອ.”

ການມາຢ້ຽມຢາມວໍຊິງຕັນຂອງປະທານາທິບໍດີ ປັກ ​ເກິ​ນ​ ​ເຮ ​ໃນ​ຄັ້ງ​ນີ້ ຍັງຈະໂຮມທັງ ການເຈລະຈາກັນ ເລຶ່ອງການຄ້າ ແລະພະລັງງານນີວເຄຼຍ ດ້ານພົນລະເຮືອນນັ້ນນໍາ.
XS
SM
MD
LG