ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ລັດ​ ແລະ ເກົາຫຼີ​ໃຕ້ ຍົກ​ເລີກ ​ການ​ເຈ​ລະ​ຈາ ກ່ຽວ​ກັບ ຄ່າ​ໃຊ້​ຈ່າຍ ການ​ປ້ອງ​ກັນ​ປະ​ເທດ


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະຫະ​ລັດ ທ່ານ ມາກ ເອັ​ສ​ເປີ ແລະ ລັດ​ຖະ​ມົນ​ຕີ​ປ້ອງກັນ​ປະ​ເທດ ເກົາຫຼີ​ໃຕ​້ ທ່ານ ຈອງ ຄີຢັງ ດູ ຈັດ​ກ​ອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເກົາຫຼີ​ໃຕ້. 15 ພະ​ຈິກ, 2019. Jung Yeon-je/Pool…
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະຫະ​ລັດ ທ່ານ ມາກ ເອັ​ສ​ເປີ ແລະ ລັດ​ຖະ​ມົນ​ຕີ​ປ້ອງກັນ​ປະ​ເທດ ເກົາຫຼີ​ໃຕ​້ ທ່ານ ຈອງ ຄີຢັງ ດູ ຈັດ​ກ​ອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເກົາຫຼີ​ໃຕ້. 15 ພະ​ຈິກ, 2019. Jung Yeon-je/Pool…

ບັນ​ດາ​ເຈົ້າ​ໜ້າ​ທີ່ ເກົາຫຼີ​ໃຕ້ ແລະ ສະ​ຫະ​ລັດ ໄດ້​ຍົກ​ເລີກ​ການ​ເຈ​ລະ​ຈາ​ທີ່​ເພັ່ງ​ເລັງ​ໃສ່​ການ​ຊຳ​ລະ​ຄ່າ​ແບກ​ຫາບພາ​ລະ​ສຳ​ລັບລັດ​ຖະ​ບານ ໂຊ​ລ ກ່ຽວ​ກັບ ການ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ໂດຍກອງ​ທັບ​ ສະ​ຫະ​ລັດ.

ມັນ​ໄດ້​ມີ​ການ​ໂຕ້​ຖຽງຢ່າງ​ເປີດ​ເຜີຍ ກ່ຽວ​ກັບ ການ​ຮຽກ​ຮ້ອງ​ຂອງ​ລັດ​ຖະ​ບານ​ທ່ານ ທ​ຣຳ ວ່າ ເກົາຫຼີ​ໃຕ້ ຕ້ອງ​ຈ່າຍ​ເງິນ​ຫ້າ​ພັນ​ລ້ານ​ໂດ​ລາ.

ນັກ​ເຈ​ລະ​ຈາ​ລະ​ດັບ​ສູງ​ ສະ​ຫະ​ລັດ ໄດ້​ກ່າວ​ວ່າ ຂໍ້​ສະ​ເໜີ​ທີ່​ຖືກມອບ​ໃຫ້​ໂດຍ ເກົາຫຼີ​ໃຕ້ ແມ່ນບໍ່​ສອດ​ຄ່ອງ​ກັບ​ການ​ຮຽກ​ຮ້ອງ​ຂອງ ສະ​ຫະ​ລັດ ສຳ​ລັບ​ການ​ແບ່ງ​ປັນ​ພາ​ລະ​ທີ່​ຍຸ​ຕິ​ທຳ.

ທ່ານ ເຈມ​ສ໌ ດີ​ຮາດ ທີ່​ປຶກ​ສາ​ອາ​ວຸ​ໂສ ສຳ​ລັບ​ການ​ເຈ​ລະ​ຈາ ແລະ ຂໍ້​ຕົກ​ລົງ​ດ້ານ​ຄວາມ​ປອດ​ໄພ​ໄດ້​ກ່າວ​ວ່າ “ຜົນ​ທີ່​ອອກ​ມາ, ພວກ​ເຮົາ​ໄດ້​ຕັດ​ເວ​ລາ​ການ​ເຂົ້າ​ຮ່ວມ​ໃນ​ການ​ເຈ​ລະ​ຈາ​ຂອງ​ພວກ​ເຮົາ​ມື້ນີ້, ເພື່ອ​ທີ່​ຈະ​ໃຫ້​ຝ່າຍ ເກົາຫຼີ ມີ​ເວ​ລາທຳ​ການພິ​ຈາ​ລະ​ນາ ແລະ ຂ້າ​ພະ​ເຈົ້າ​ຫວັງ​ວ່າຈະ​ໄດ້​ດຳ​ເນີນ​ການ​ກັບ​ຂໍ້​ສະ​ເໜີ​ໃໝ່​ທີ່​ຈະ​ສາ​ມາດ​ເຮັດ​ໃຫ້​ທັງ​ສອງ​ຝ່າຍ ເຮັດວຽກ​ໃນ​ຂໍ້​ຕົກ​ລົງ​ທີ່​ສາ​ມາດຍອມ​ຮັບ​ໄດ້​ໂດຍ​ທັງ​ສອງ​ຝ່າຍ ເຊິ່ງ​ເປັນ​ກົດ​ເກນ​ທີ່​ສຳ​ຄັນ​ຢູ່​ເບື້ອ​ງຫຼັງ​ການ​ເປັນ​ພັນ​ທະ​ມິດ​ທີ່​ຍິ່ງ​ໃຫຍ່​ຂອງ​ພວກ​ເຮົາ.”

ນັກ​ເຈ​ລະ​ຈາ​ຂອງ​ລັດ​ຖະ​ບານ ໂຊ​ລ ​ທ່ານ ຈອງ ອຶນ ໂບ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ ການ​ເຈ​ລະ​ຈາ​ຮອບຫຼ້າ​ສຸດ​ໄດ້​ພັງ​ລົງ​ຍ້ອນ “ຊ່ອງ​ຫວ່າງທີ່​ຫຼວງຫຼາຍ” ລະ​ຫວ່າງ ສະ​ຖາ​ນະ​ພາບ​ຂອງ​ທັງ​ສອງ​ຝ່າຍ, ມັນ​ບໍ່​ໄດ້​ມີ​ການ​ເວົ້າ​ເຖິງ​ການຫຼຸດ ຫຼື ຖອນ​ກຳ​ລັງ ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG