ກອງທັບເຮືອຂອງເກົາຫລີໃຕ້ ແລະສະຫະລັດ ໄດ້ເປີດສາກທໍາ
ການ ຊ້ອມລົບຮ່ວມກັນ ຢູ່ນອກຝັ່ງທະເລຂອງແຫລມເກົາຫລີ
ເພື່ອທົດສອບ ຄວາມຕຽມພ້ອມສໍາລັບການສູ້ລົບ ຂອງພັນທະ
ມິດທັງສອງ.
ບັນດາເຈົ້າໜ້າທີ່ກ່າວວ່າ ການຊ້ອມລົບເປັນເວລາສາມວັນໄດ້ເລີ້ມຂຶ້ນ ໃນວັນຈັນມື້ນີ້ ຢູ່ໃນເຂດທະເລຕາເວັນອອກ ໃກ້ກັບເມືອງ Pohang. ການຊ້ອມລົບຮ່ວມນີ້ ແມ່ນພົວພັນກັບການເຝິກແອບໃຊ້ເຮືອດໍານໍ້າ ການຊອກຫາແລະຕິດຕາມເຮືອດໍານໍ້າ ການເຝິກຊ້ອມຍິງປືນແທ້ຕໍ່ຕ້ານ ເຮືອບິນແລະກໍາປັ່ນ ແລະເຝິກຊ້ອມຍິງສະກັດກັ້ນລູກສອນໄຟ.
ກອງທັບເຮືອເກົາຫລີໃຕ້ ໄດ້ສົ່ງກໍາປັ່ນ 10 ລໍາ ເຂົ້າຮ່ວມເຝິກແອບ ໃນຂະນະທີ່ ກອງທັບເຮືອສະຫະລັດ ມີເຮືອດໍານໍ້ານິວເຄລຍ USS San Francisco ແລະເຮືອພິຄາດຕິດລູກສອນໄຟຂີປະນາວຸດ USS Shiloh ປະກອບສ່ວນ.
ການຊ້ອມລົບມີຂື້ນ ໃນຂະນະທີ່ເກົາຫລີເໜືອໄດ້ກ່າວຄໍາຂູ່ອອກມາ ໃນແຕ່ລະມື້ ທີ່ຈະທໍາ ການທົດລອງນິວເຄລຍ ເພື່ອຕອບໂຕ້ຕໍ່ການເສີມຂະຫຍາຍ ການລົງໂທດຂອງສະຫະປະ
ຊາຊາດ ທີ່ໄດ້ປະກາດໃຊ້ ຫລັງຈາກເກົາຫລີເໜືອ ໄດ້ທົດລອງຍິງລູກສອນໄຟລະຍະຍາວ
ໃນເດືອນທັນວາ.