ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະ ເກົາຫຼີໃຕ້ ເລີ່ມການຊ້ອມຮົບ ປະຈຳປີີ ຮ່ວມກັນ


ທະຫານ ເກົາຫຼີໃຕ້ ເຂົ້າຮ່ວມໃນການຝຶກຊ້ອມ ຕໍ່ຕ້ານການ
ກໍ່ການຮ້າຍໃນນະຄອນຫຼວງ ໂຊລ. 18 ສິງຫາ, 2014.
ທະຫານ ເກົາຫຼີໃຕ້ ເຂົ້າຮ່ວມໃນການຝຶກຊ້ອມ ຕໍ່ຕ້ານການ ກໍ່ການຮ້າຍໃນນະຄອນຫຼວງ ໂຊລ. 18 ສິງຫາ, 2014.

ເກົາຫຼີໃຕ້ ແລະ ສະຫະລັດ ໄດ້ເລີ່ມຝຶກຊ້ອມຮົບປະຈຳປີ ຮ່ວມກັນພາຍໃຕ້ ການຂົ່ມຂູ່ວ່າ ຈະແກ້ແຄ້ນທາງທະຫານໂດຍ ເກົາຫຼີເໜືອ.

ກອງກຳລັງ ສະຫະລັດ ປະມານ 25,000 ຄົນ ແລະ ທະຫານ ເກົາຫຼີໃຕ້ 50,000 ຄົນໄດ້ ເຂົ້າ ຮ່ວມໃນການປະຕິບັດການຝຶກຊ້ອມ ທີິ່ມີຊື່ ວ່າ Ulchi Freedom, ເຊິ່ງສ່ວນໃຫຍ່ ແມ່ນການ ຈຳລອງ. ການຝຶກ ຊ້ອມປະຈຳປີໄດ້ເຮັດໃຫ້ ພຽງຢາງ ມີຄວາມບໍ່ພໍໃຈເປັນ ປະຈຳ, ເຊິ່ງກ່າວ ວ່າ ພວກເຂົາເຫັນການຝຶກດ້ານການທະຫານດັ່ງກັບເປັນການຊ້ອມ ຮົບເພື່ອຮຸກຮານ ເກົາ ຫຼີເໜືອ ຢ່າງເຕັມທີ່, ແມ່ນກະທັ້ງ ທີ່ມີການອອກມາຢືນຢັນໂດຍ ໂຊລ ແລະ ວໍຊິງຕັນ ວ່າການ ຝຶກດ້ານ ການທະຫານນີ້ແມ່ນເພື່ອການປ້ອງກັນຕົວ ເທົ່ານັ້ນ.

ຖະແຫຼງການສະບັບໜຶ່ງໄດ້ຖືກເປີດເຜີຍອອກມາໃນວັນຈັນມື້ນີ້ ໂດຍ ກອງທັບຂອງ ເກົາຫຼີ ເໜືອ ທີ່ກ່າວວ່າ ໜ່ວຍໂຈມຕີຈຸດທຳອິດຂອງ ພວກເຂົາເຈົ້າ ແມ່ນພ້ອມແລ້ວ ທີ່ຈະປ່ຽນ ສະ ຫະລັດ ແລະ ນະຄອນຫຼວງ ວໍຊິງຕັນ “ໃຫ້ເປັນກອງຂີ້ເຖົ່າ ຜ່ານການ ໂຈມຕີດ້ວຍນິວເຄລຍ ຊຶ່ງ ມີປະສິດທິພາບຕາມຮູບແບບຂອງ ເກົາຫຼີ,” ຖ້າຫາກວ່າ ອຳນາດອະທິ ປະໄຕຂອງ ເກົາຫຼີ ເໜືອ ຕົກຢູ່ພາຍໃຕ້ໄພຂົ່ມຂູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG