ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອ​ບິນ​ຖິ້ມ​ລະ​ເບີດ B-52 ບິນ​ຜ່ານ ທະ​ເລ​ຈີນ​ໃຕ້ ຊຶ່ງເປັນທີ່​ພໍ​ໃຈ ຂອງ ບັນ​ດາ​ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ທີ່​ທີ​ຄວາມ​ຈຳ​ເປັນ​ຕໍ່​ຈີນ


ເຮືອ​ບິນ​ຖິ້ມ​ລະ​ເບີດ B-52 ຂອງກອງ​ທັບ​ອາ​ກາດ (USAF) ແອນດ​ຣູ ທີ່ ເກາະ​ກວມ ​ກຳລັງ ທຳ​ການ​ບິນ​ສະ​ແດງ ​ທີ່​ສິງ​ກະ​ໂປ, 14 ກັນ​ຍ​າ 2012.
ເຮືອ​ບິນ​ຖິ້ມ​ລະ​ເບີດ B-52 ຂອງກອງ​ທັບ​ອາ​ກາດ (USAF) ແອນດ​ຣູ ທີ່ ເກາະ​ກວມ ​ກຳລັງ ທຳ​ການ​ບິນ​ສະ​ແດງ ​ທີ່​ສິງ​ກະ​ໂປ, 14 ກັນ​ຍ​າ 2012.

ການ​ສົ່ງເຮືອ​ບິນ​ຖິ້ມລະ​ເບີດ ​ຂອງ​ສະ​ຫະ​ລັດ ຫວ່າງ​ມໍ່ໆ​ມາ​ນີ້ ​ໃຫ້​ບິນ​ຜ່​ານ​ທະ​ເລ​ຈີນທີ່​ມີ
​ການ​ຂັດ​ແຍ້ງ​ກັນ​ນັ້ນ​ອາດ​ເສີມ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ຮັກ​ສາຄວາມ​ປອດ ​ໄພ ໃຫ້​ແກ່
​ບັນ​ດາ​ປະ​ເທດ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ທີ່​ອ້າງ​ເອົາ​ກຳ​ມະ​ສິດ​ໃນ​ເຂດ​ນ້ຳ​
ແດນດິນ​ດັ່ງ​ກ່າວ ໃນຂະ​ນະ​ທີ່​ເຮືອ​ບິນ​ ຂອງ​ສະ​ຫະ​ລັດ ໄດ້ຊ່ວຍ ກວດ​ສອບເບິ່ງ​ ການ
ຂະ​ຫຍາຍເຂດ​ແດນ​ທາງ​ທະ​ເລ ໂດຍ​ຝ່າຍ​ຈີນ ທີ່​ເປັນປະ​ເທດ​ທີ່​ອ້າງ​ເອົາ​ກຳ​ມະ​ສິດ​
ຫຼາຍກວ່າ​ໝູ່ນັ້ນ.

ພວກ​ນັ້ນ​ວິ​ເຄາະເຊື່ອ​ວ່າ ​ການ​ສົ່ງເຮືອ​ບິນ​ຖິ້ມ​ລະ​ເບີດ B-52 ​ໃຫ້​ບິນ​ຜ່ານ​ເປັນບາງ​ຄັ້ງ
​ບາງ​ຄາວ ​ຮວມ​ທັງ 2 ຄັ້ງ ໃນ​ເດືອນ​ແລ້​ວ​ນີ້, ຈະ​ເຮັດ​ໃຫ້ ບ​ຣູໄນ, ມາ​ເລ​ເຊຍ ຟິ​ລິບ​ປີນ
ແລະ​ຫວຽດ​ນາມ ໄດ້​ຮັບ​ການ​ປົກປ້ອງ​ຕື່ມ​ອີກຊັ້ນ​ນຶ່ງຈາກ​ປັກ​ກິ່ງ, ຊຶ່ງ​ໄດ້​ກົດ​ດັນ​ຕໍ່​ການ
​ອ້າງເອົາ​ກຳ​ມະ​ສິດ​ທາງ​ທະ​ເ​ລ ໃນ​ທະ​ເລ​ຈີນ​ໃຕ້​ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ຊັບ​ພະ​ຍາ​ກອນ
ທຳ​ມະ​ຊາດ​ນັ້ນ.

ເຮືອ​ບິນ​ຖິ້ມ​ລະ​ເບີດ B-52 ບິນ​ຜ່ານ ກອງ​ທັບ​ໂອ​ຊານ ທີ່​ພຽງ​ຢົງ​ເຕັກ, ເກົາ​ຫຼີ​ໃຕ້, 10 ມັງ​ກອນ 2016.
ເຮືອ​ບິນ​ຖິ້ມ​ລະ​ເບີດ B-52 ບິນ​ຜ່ານ ກອງ​ທັບ​ໂອ​ຊານ ທີ່​ພຽງ​ຢົງ​ເຕັກ, ເກົາ​ຫຼີ​ໃຕ້, 10 ມັງ​ກອນ 2016.

​ເຮືອ​ບິນ​ຖິ້ມ​ລະ​ເບີດ ໄດ້ “ປະ​ຕິ​ບັດ​ງານ” ບິນ​ຜ່ານທະ​ເລ​ຈີນ​ໃຕ້ ແລະ​ມະ​ຫາ​ສະ​ໝຸດ
​ອິນ​ເດຍ ໃນວັນ​ທີ 23 ແລະ 25 ກັນ​ຍາ​ຜ່ານ​ມາ​ນີ້, ​ອີງ​ຕາມ ກອງ​ບັນ​ຊາການ​ກຳ​ລັງ
ສະ​ຫະ​ລັດໃນ​ເຂດ​ປາ​ຊິ​ຟິກ ທີ່ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ໃນ​ສັບ​ປະ​ດາ​ແລ້ວ​ນີ້
ເຮືອ​ບິນ​ຖິ້ມ​ລະ​ເບີດ B-52 ​ໄດ້​ບິນ​ຂຶ້ນ​ຈາກ​ເກາະ​ກວມ “​ໃນ ການບິນ​ຝຶກ​ຊ້ອມຕາມ
ປົກ​ກະ​ຕິ​”
ອີ​ງຕາມຖະ​ແຫຼງ​ການທີ່​ໄດ້​ກ່າວ​ໄວ້.

“ບັນ​ດາ​ປະ​ເທດ​ທີ່​ອ້າງ​ເອົາ​ກຳ​ມະ​ສິດ​ໃນ​ເຂດ​ຕາ​ເວັນ​ອອກ​ສຽງ​ໃຕ້ ຄວນ​ຈະ​ຮູ້​ສຶກ​ວ່າ
ໄດ້​ຮັບ​ການສະ​ໜັບ​ສະ​ໜຸນແລະ​ດົນ​ບັນ​ດານ​ໃຈ ໂດຍການບິນ​ຜ່ານ ທີ່​ສະ​ແດງ​ໃຫ້​
ເຫັນ ຊຶ່ງ​ການອຸ​ທິດຕົນ​ແລະ​ຄວາມ​ກະ​ຕື​ລື​ລົ້ນຂອງ​ສະ​ຫະ​ລັດ ​ເພື່ອ​ຕ້ານຢັນ​ກັບ​ການ
​ປະ​ພຶດ​ຂອງ​ຈີນ​ຢູ່​ໃນ​ຂົງ​ເຂດ,”
ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານຢັນ ຊັນ ເຈົ້າ​ໜ້າ​ທີ່​ອາວຸໂສ
ຂອງ​ໂຄງ​ການເອ​ເຊຍຕາ​ເວັນ​ອອກ ຂອງ​ສະ​ຖາ​ບັນ​ສ​ຕິມ​ຊັນ ທີ່​ ວໍ​ຊີງ​ຕັນ.

ກອງ​ທັບຈີນ ໄດ້​ປະ​ທ້ວງ ຕໍ່​ການ​ເຄື່ອນ​ໄຫວດັ່ງ​ກ່າວ​ໃນ​ສັບ​ປະ​ດາ​ແລ້ວ​ນີ້ ໂດຍ​ຖື​ວ່າ
“ເປັນ​ການ​ເກາະ​ຜິດ” ແລະ​ຮຽກ​ຮ້ອງ​ໃຫ້ມີການ​ເອົາ​ບາດ​ກ້າວ​ທີ່​ຈະ​ຕາມ​ມາ.

ອ່ານ​ຂ່າວ​ນີ້ ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG