ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຍຸດ​ທະ​ສາດ ​ຂອງ​ ສຫລ ​ໃນ​ເອ​ເຊຍ​ໃຕ້ ບໍ່​ໄດ້​ປ່ຽນ ​ພື້ນຖານ ​ການ​ທ້າ​ທາຍ ​ໃນ ​ອັຟກາ​ນິສຖານ

ກອງ​ກຳລັງອັຟກາ​ນິສຖານ ກວດ​ດກາ​ເຖິງ​ສະຖານ​ທີ່​ຖືກ​ໂຈມ​ຕີ ​ໂດຍ​ກຸ່ມ​ລັດ​ອິສລາມ ທີ່​ອົງ​ການ​ການກຸສົນ​ ຂອງ​ອັງກິດ​ ເພື່ອ​ຊ່ອຍ​ເຫຼືອພວກ​ເດັກນ້ອຍ ​ໃນ ​ເມືອງ​ຈາ​ລາໆ​ບັດ (Jalalabad), 25 ມັງກອນ 2018.
ກອງ​ກຳລັງອັຟກາ​ນິສຖານ ກວດ​ດກາ​ເຖິງ​ສະຖານ​ທີ່​ຖືກ​ໂຈມ​ຕີ ​ໂດຍ​ກຸ່ມ​ລັດ​ອິສລາມ ທີ່​ອົງ​ການ​ການກຸສົນ​ ຂອງ​ອັງກິດ​ ເພື່ອ​ຊ່ອຍ​ເຫຼືອພວກ​ເດັກນ້ອຍ ​ໃນ ​ເມືອງ​ຈາ​ລາໆ​ບັດ (Jalalabad), 25 ມັງກອນ 2018.

​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ ​ແລະ​ປະເທດຕາ​ເວັນ​ຕົກ ກ່າວ​ວ່າ ຈຳ​ນວນ​ທີ່​ແນ່​ນອນ​ນັ້ນ ​ແມ່ນ​ເກັບ​ກຳ​ໄດ້​ຍາກ ບໍ່​ຄື​ ແຕ່​ກ່ອນ ພວກ​ນັກ​ລົບ​ແມ່ນ​ບໍ່​ພຽງ​ແຕ່ ​ເພັ່ງ​ເລັ່ງ​ໃສ່​ການ​ເຂົ້າ​ຮ່ວ ມກຸ່ມລັດ​ອິສລາມ ເທົ່າ​ນັ້ນ.

ຄວາມ​ພະຍາຍາມ​ທີ່​ຈະ​ເສີມຄວາມເຂັ້ມແຂງໃຫ້ແກ່​ກຳລັງ​ອັຟກາ​ນິສຖານ ​ພ້ອມກັບ​
ການ​ເພີ່​ມ ​ການ​ນຳ​ໃຊ້​ກຳລັງ​ທາງ​ອາກາດຂອງອາເມຣິກັນ ​ເບິ່ງ​ຄື​ວ່າ​ບໍ່ໄດ້​ປ່ຽນ​ແປງຫຍັງຫລາຍກ່ຽວກັບຊື່​ສຽງ​ຂອງ​ປະ​ເທດ​ດັ່ງກ່າວ ທີ່​ຖືວ່າ​ເປັນ​ແມ່​ເຫຼັກ ດຶງ​ດູດ​ເອົາ
​ພວກ​ນັກ​ລົບ ​ແລະ​ພວກ​ຈີ​ຮາດຕ່າງດ້າວນັ້ນ.

​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ ແມ່ນໄດ້​ເຕືອນ​ກ່ຽວກັບ​ເລື່ອງ​ນີ້ ມາ​ເປັນ​ເວລາ​ຫຼາຍໆ​ເດືອນ
​ແລ້ວ ​ວ່າ ມີ​ພວກ​ນັກ​ລົບ​ຕ່າງ​ດ້າວ​ ປະມານ 3 ພັນ​ຄົນ ຊຶ່ງ​ສ່ວນ​ໃຫຍ່ແລ້ວ ​ແມ່ນມາ
​ຈາກ​ປາ​ກິ​ສ ຖານ ​ແລະອຸສ​ເບ​ກິ​ສຖານ ​ເພື່ອ​ເຂົ້າ​ຮ່ວມ​ກັບ​ກຸ່ມລັດ​ອິສລາມ​ທີ່​ເປັນ​ເຄືອ
ຂ່າຍ​ໃນ​ອັຟກາ​ນິສຖານ ກໍ​ຄື​ ກຸ່ມລັດ​ອິສລາມ-​ໂຄຣາຊານ (IS-Khorasan).

​ໃນ​ປັດຈຸບັນ​ນີ້, ເຈົ້າ​ໜ້າ​ທີ່ຍັງ​ໄດ້​ເຕືອນ​ກ່ຽວກັບການເພີ້ມຂຶ້ນຮອບໃໝ່ຂອງ​ພວກ​ຈີ​ຮາດ
ຊຶ່ງ​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ມາ​ຍັງ​ອັຟກາ​ນິສຖານ ​ຈາກ​ພາກ​ຕາ​ເວັນ​ອອກາງເຊັ່ນ ອີຣັກ ​
ແລະ​ຊີ​ເຣຍ ຜ່ານທາງ​ປາ​ກິ​ສຖານ.

ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ອັຟການິສຖານ ທ່ານ ໂມຮຳມັດ ຮານິຟ ອັຕມາ (Mohammad Hanif Atmar) ກ່າວ​ຕໍ່​ອົງການ​ຂ່າວ​ເອພີ (AP), ​ໃນ​ນະຄອນ​ກາ​ບູລ, ອັຟກາ​ນິສຖານ, 24 ຕຸລາ 2015,
ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ອັຟການິສຖານ ທ່ານ ໂມຮຳມັດ ຮານິຟ ອັຕມາ (Mohammad Hanif Atmar) ກ່າວ​ຕໍ່​ອົງການ​ຂ່າວ​ເອພີ (AP), ​ໃນ​ນະຄອນ​ກາ​ບູລ, ອັຟກາ​ນິສຖານ, 24 ຕຸລາ 2015,

ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ​ອັຟກາ​ນິສຖານ ທ່ານ ​ໂມ​ຮຳ​ມັດ ຮາ​ນິຟ ອັຕມາ (Mohammad Hanif Atmar) ​ໄດ້​ກ່າວໃນ​ຂະນະ​ທີ່​ຢ້ຽມຢາມ​ວໍ​ຊີງ​ຕັນ​ໃນ​ສັບປະດາ​
ແລ້ວ​ນີ້ວ່າ “​ຈຳນວນ​ຂອງ​ພວກນັກລົບຕ່າງ​ດ້າວ​ໃນ​ປະ​ເທດໄດ້ເພີ້ມຂຶ້ນ ພວກ​ເຮົາ​
ແມ່ນ​ເວົ້າ​ເຖິງຈຳນວນ​ຫຼາຍ​ຮ້ອຍ​ຄົນ​ຂອງ​ພວກນີ້ ທີ່​ເດີນທາງ​ມາ​ຈາກ​ພາກ​ຕາ​ເວັນ​
ອອກ​ກາງ ຜ່ານ​ທາງ​ປາ​ກິສຖານ​ແລະ​ກຸ່ມ​ອື່ນໆ​ ​ທີ່ຢູ່ໃນ​ຂົງ​ເຂດ​ນຳ.”

​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ ​ແລະ​ປະເທດຕາ​ເວັນ​ຕົກ ກ່າວ​ວ່າ ຈຳ​ນວນ​ທີ່​ແນ່​ນອນ​ນັ້ນ ​
ແມ່ນ​ເກັບ​ກຳ​ໄດ້​ຍາກ ບໍ່​ຄື​ແຕ່​ກ່ອນ ພວກ​ນັກ​ລົບ​ແມ່ນ​ບໍ່​ພຽງ​ແຕ່​ເພັ່ງ​ເລັ່ງ​ໃສ່​ການ​ເຂົ້າ​
ຮ່ວມກຸ່ມລັດ​ອິສລາມ ເທົ່າ​ນັ້ນ.

ມີ​ຈຳນວນ​ຫຼວງຫຼາຍ ​ໄດ້​ຍ້າຍ​ເຂົ້າ​ໄປ​ຮ່ວມ​ກັບ​ກຸ່ມ​ກໍ່​ການ​ຮ້າຍ​ອື່ນໆ ທີ່ທຳ​ການປະຕິບັດ
​ງານ​ພາຍ​ໃນ​ຊາຍ​ແດນ​ອັຟກາ​ນິສຖານ ຊຶ່ງ​ຮວມທັງ ກຸ່ມ ​ອາລ ຄາຍ​ດາ, ຂະບວນການ
​ອິສລາມ​ໃນອຸ​ສ​ເບັກກິ​ສຖານ, ຂະບວນການອິສລາມ​ໃນ​ເທີ​ກິສຖານຕາເວັນອອກ,
ກຸ່ມ ລັກຊາ-ອີ-ໄຕບາ (Larshar-e-Taiba) ​ແລະ ​ຈາຍຊ໌-ອີ-​ໂມ​ຮຳ​ມັດ (Jaish-e-Mohammad).

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ລັດຖະມົນຕີປ້ອງກັນ​ປະ​ເທດ ປາກິສຖານ ທ່ານ ​ເຄີຣຣາມ ດາ​ຊ​ເກ​ຍ (Khurram Dastgir), ຊ້າຍ, ພ້ອມ​ກັບ​ຜູ້​ບັນຊາ​ການ​ທະຫານ ທ່ານ ກາ​ມາຣ ຈາ​ວີ​ດ ບາ​ຈວາ (Qamar Javed Bajwa), ຂວາ ​ແລະ​ເຈົ້າ​ໜ້າ​ທີ່​ທ່ານ​ອື່ນໆ ​ໄປ​ຮອດ​ໄປ​ເຖິງ ການ​ສວນສະໜາມ​ຂອງກອງທັບ ທີ່​ອິສລາມ​າບັດ (Islamabad), 23 ມີນາ 2018.

XS
SM
MD
LG