ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ຄລິນຕັນ ເດີນທາງໄປເຖິງອິນເດຍ ເພື່ອການເຈລະຈາ


ທ່ານນາງ ຄລິນຕັນ ຂະນະພົບປະກັບທ່ານ Muhammad Yunus ຜູ້ກໍ່ ຕັ້ງທະນາຄານ Grameen ແລະຜູ້ໄດ້ຮັບລາງວັນ Nobel
ທ່ານນາງ ຄລິນຕັນ ຂະນະພົບປະກັບທ່ານ Muhammad Yunus ຜູ້ກໍ່ ຕັ້ງທະນາຄານ Grameen ແລະຜູ້ໄດ້ຮັບລາງວັນ Nobel

ຂະນະ​ນີ້ ​ທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ກໍາລັງ​ຢູ່​ທີ່
​ປະ​ເທດ​ອິນ​ເດຍ ບ່ອນ​ທີ່ທ່ານ​ນາງ​ຈະ​ຮຽກຮ້ອງໃຫ້​ລັດຖະບານ​ອິນ​ເດຍ ລົດ​ປະລິ​ມານ
ການ​ນໍາ​ເຂົ້າ​ນໍ້າມັນຈາກ​ປະ​ເທດ​ອິຣ່ານ ທີ່​ຖືກລົງ​ໂທດ​ຢູ່​ໃນ​ເວ​ລາ​ນີ້.

ທ່ານ​ນາງ ຄລິນ​ຕັນ ​ໄດ້​ເດີນທາງ​ໄປ​ເຖິງ​ເມືອງ Kolkata ​ເມື່ອ​ວັນ​ອາທິດມື້​ນີ້ ຫລັງ​ຈາກ​
ທີ່​ນາງ​ໄດ້​ຢ້ຽມຢາມ​ປະ​ເທດ​ບັງ​ກລາເ​ເດ​ສ ​ແລະ​ຈີນ​ແລ້ວ. ທ່ານ​ນາງ​ຈະ​ເດີນທາງ​ຕໍ່​ໄປ
​ຍັງ​ນະຄອນຫລວງ​ນີວ​ເດລລີ​ ວັນຈັນ​ມື້​ອື່ນ​ນີ້ ​ເພື່ອ​ພົບ​ປະ​ກັບ​ບັນດາ​ເຈົ້າໜ້າ​ທີ່​ລະດັບ​ສູງ​
ຂອງ​ອິນ​ເດຍ.

ອິນ​ເດຍ​ໄດ້​ລົດ​ປະລິມານ​ການ​ເພິ່ງ​ພາ​ນໍ້າມັນ​ຈາກ​ອິຣ່ານລົງ​ໄປ​ແດ່​ແລ້ວ ​ແຕ່​ອິນ​ເດຍ ຊຶ່ງ
​ເປັນ​ປະ​ເທດ​ໃນຂົ​ງ​ເຂດ​ເອ​ເຊຍໃຕ້​ ​ແມ່ນ​ມີ​ຄວາມຕ້ອງການ​ພະລັງງານ​ຢ່າງ​ມະຫາສານ
ຍ້ອນ​ການ​ເຕີບ​ໂຕ​ເສດຖະກິດ​ຢ່າງວ່ອງ​ໄວ​ຂອງ​ຕົນ​ນັ້ນ. ອິ​ນ​ເດຍໄດ້​ຕໍາ​ໜິຕິຕຽນຢ່າງ
​ແຂງ​ຂັນ ຕໍ່​ກົດໝາຍ​ສະບັບ​ນຶ່ງຂອງ​ສະຫະລັດ​ທີ່​ນໍາ​ໃຊ້​ປະຕິບັດ​ການ​ລົງ​ໂທດ​ພວກ​ທະນາ
ຄານ​ຕ່າງໆ ປະ​ເທດ​ໃດ​ທີ່​ຊື້​ນໍ້ມັນ​ຈາກ​ອິຣ່ານນັ້ນ. ສະຫະລັດ​ແລະ​ພວກ​ປະ​ເທດ​ຕາ​ເວັນ
ຕົກ​ກໍາລັງ​ພາກັນ​ລົງ​ໂທດ​ອິຣ່ານ ຍ້ອນໂຄງການ​ນີວ​ເຄລຍທີ່​ກະຕືລື​ລົ້ນຂອງອິຣ່ານນັ້ນ.

ການ​ຢ້ຽມຢາມ​ອິນ​ເດຍຂອງ​ທ່ານ​ນາງ ຄລິນ​ຕັນ ​ແມ່ນ​ພໍດີບັງ​ເອີນ​ກັບ​ການໄປ​ຢ້ຽມຢາມ​
ອິນ​ເດຍຂອງພວກຜູ້​ຕາງ​ໜ້າການ​ຄ້າຂອງອິຣ່ານຄະນະ​ໃຫຍ່​ນຶ່ງ.

​ເມື່ອ​ຕອນ​ເຊົ້າວັນ​ອາທິດ​ມື້​ນີ້ ​ທີ່​ປະ​ເທດ​ບັງ​ກລາ​ເເດ​ສ ທ່ານ​ນາງ​ໄດ້​ບອກພວກ​ຜູ້​ຟັງ​ກຸ່ມ​ນຶ່ງ ​ເວລາ​ຖືກ​ຊັກ​ຖາມ​ຢ່າງເປີດ​ເຜີຍ​ທີ່​ເມືອງ Dhaka ວ່າ ທ່ານ​ນາງ​ສະ​ໜັບສະ​ໜຸນ​ການ​ປະຕິບັດ​ງານ​ຂອງ​ທະນາຄານ Grameen ​ແລະ​ຜູ້​ກໍ່​ຕັ້ງ​ ຄື​ທ່ານ Muhammad Yunus ຜູ້​ໄດ້​ຮັບ​ລາງວັນ​ໂນ​ແບ​ລນັ້ນ. ທ່ານ​ນາງຄລິນ​ຕັນ​ກ່າວ​ຕໍ່​ໄປ​ວ່າ ທີ່​ບໍ່​ຢາກ​ຈະ​ເຫັນ​ການ​ປະຕິບັດ​ງານ ຂອງ​ທ່ານ Yunus ຖືກ​ທໍາ​ໃຫ້​ອ່ອນ​ແອ​ລົງ​ໄປ ​ໂດຍ​ລັດຖະບານ​ບັງ​ກລາເ​ເດ​ສ ນັ້ນ.

ທ່ານ​ນາງ ຄລິນ​ຕັນ ​ໄດ້​ພົບ​ປະເປັນ​ກາ​ນສ່ວນ​ຕົວ​ກັບ​ທ່ານ Yunus ທີ່ຖືກ​ຂັບ​ໄລ່​ອອກ​ຈາກຕໍາ​ແໜ່​ງ​ຜູ້​ອໍານວຍ​ການບໍລິຫານ​ຂອງ​ທະນາຄານ Grameen ຜູ້ກໍ່​ຕັ້ງ​ໃຫ້​ເງິນ​ກູ້​ຢືມ​ຈໍານວນ​ໜ້ອຍ ​ເມື່ອ​ປີຜ່ານມາ​ຍ້ອນ​ອາຍຸ ພົ້ນ​ກະສຽນ​ນັ້ນ. ທ່ານ Yunus ມີ​ອາຍຸ 71 ປີ.

XS
SM
MD
LG