ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ປະກາດເຕືອນ ດ້ານຄວາມໝັ້ນຄົງ ຂະນະທີ່ ບັນດາປະເທດ ອາຊຽນ ເລືອກເອົາ ລະບົບ 5G ຂອງ ຫົວເຫວ


ພະນັກງານຕ້ອນຮັບ ຢືນຢູ່ພາຍໃນໂຕະ ຂອງຫ້ອງທົດລອງ ທາງດ້ານຄວາມປອດໄພທາງໄຊເບີ ຂອງບໍລິສັດຫົວເຫວ Huawei ຢູ່ໂຮງງານ ຂອງຫົວເຫວ ໃນເມືອງ ດົງກວງ ແຂວງກວງດົງ ຂອງຈີນ, ວັນທີ 6 ມີນາ 2019.
ພະນັກງານຕ້ອນຮັບ ຢືນຢູ່ພາຍໃນໂຕະ ຂອງຫ້ອງທົດລອງ ທາງດ້ານຄວາມປອດໄພທາງໄຊເບີ ຂອງບໍລິສັດຫົວເຫວ Huawei ຢູ່ໂຮງງານ ຂອງຫົວເຫວ ໃນເມືອງ ດົງກວງ ແຂວງກວງດົງ ຂອງຈີນ, ວັນທີ 6 ມີນາ 2019.

ສະຫະລັດ ຮັບຮູ້ວ່າ ຫຼາຍໆປະເທດບໍ່ຫົວຊານຳຄຳເຕືອນ ກ່ຽວກັບຄວາມສ່ຽງ ທີ່ອາດ
ເປັນໄປໄດ້ ທາງດ້ານຄວາມໝັ້ນຄົງ ໃນການອະນຸຍາດໃຫ້ ຫົວເຫວ (Huawei) ບໍລິສັດ
ເທັກໂນໂລຈີຍັກໃຫຍ່ຂອງຈີນ ສ້າງເຄືອຂ່າຍ​ລະ​ບົບ​ໂທ​ລະ​ສັບ​ມື​ຖື ທີ່​ກ້າວ​ໜ້າ​ທັນສະ​
ໄໝ ​ແລະ​ຄວາມ​ໄວ​ສູງ ທີ່ຮູ້ຈັກກັນດີຄື 5G ນັ້ນ.

ແນວໂນ້ມກໍເປັນທີ່ຈະແຈ້ງ ໂດຍສະເພາະ ແມ່ນຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້
ບ່ອນທີ່ ແມ່ນກະທັງ ພວກພັນທະມິດທັງຫຼາຍ ຂອງສະຫະລັດ ກຳລັງ ເລັ່ງໜ້າຮ່ວມມື
ກັບບໍລິສັດຫົວເຫວ ແລະຈະເລີ້ມ​ໃຊ້ເຄືອຂ່າຍລະບົບ 5G ໃນສອງສາມປີຂ້າງໜ້ານີ້.

ໃນເດືອນກຸມພາຜ່ານມາ ປະເທດໄທໄດ້ເລີ້ມຕົ້ນການທົດລອງລະບົບເຄືອຂ່າຍ 5G
ໃນຈັງ​ຫວັດຊົນບູຣີ. ທາງການຂອງໄທ ໄດ້ຊີ້ແຈງວ່າ ການບໍລິການດ້ານ ລະບົບ 5G ຂອງບໍລິສັດຫົວເຫວທີ່ມີ​ລາ​ຄາ​ຖືກກວ່າ ກໍ​ໄດ້ຊົດ​ເຊີຍຄວາມເປັນ ຫ່ວງທີ່ບົ່ມຊ້ອນ ໃນດ້ານຄວາມໝັ້ນຄົງທາງໄຊເບີ ຫຼື ອິນເຕີເນັດ.

ສ່ວນຢູ່ໃນປະເທດຟີລິບປິນ ບໍລິສັດ Globe Telecom ​ກໍ​ໄດ້​ເລີ້ມ​ນຳ​ໃຊ້ລະບົບເຄືອ
ຂ່າຍ 5G ຂອງ​ປະ​ເທດ ໃນການຮ່ວມມື ກັບບໍລິສັດຫົວເຫວ.

ແລະຢູ່ໃນມາເລເຊຍ ບໍລິສັດ Maxis ທີ່ເປັນບໍລິສັດນຳໜ້າທາງດ້ານໂທລະຄົມມະ-
ນາຄົມ ແລະການບໍລິການດ້ານດິຈິໂຕລ ຂອງປະເທດ ກໍໄດ້ລົງນາມໃນບົດບັນທຶກ
ຄວາມເຂົ້າໃຈ ກັບບໍລິສັດຫົວເຫວ ວ່າດ້ວຍການຮ່ວມໄມ້ຮ່ວມມືແລະການເລັ່ງພັດ
ທະນາລະບົບ 5G.

ພວກຜູ້ທ່ຽວຊົມ ກຳລັງເບິ່ງ ໂທລະສັບມືຖື ລະບົບເທັກໂນໂລຈີ 5G ຈາກ Huawei ບໍລິສັດເທັກໂນໂລຈີຂອງຈີນ ຢູ່ທີ່ງານວາງສະແດງສິນຄ້າເທັກໂນໂລຈີ PT Expo ໃນນະຄອນຫຼວງ ປັກກິ່ງ ຂອງຈີນ, ວັນທີ 26 ກັນຍາ 2018.
ພວກຜູ້ທ່ຽວຊົມ ກຳລັງເບິ່ງ ໂທລະສັບມືຖື ລະບົບເທັກໂນໂລຈີ 5G ຈາກ Huawei ບໍລິສັດເທັກໂນໂລຈີຂອງຈີນ ຢູ່ທີ່ງານວາງສະແດງສິນຄ້າເທັກໂນໂລຈີ PT Expo ໃນນະຄອນຫຼວງ ປັກກິ່ງ ຂອງຈີນ, ວັນທີ 26 ກັນຍາ 2018.

ໃນສັບປະດານີ້ ອະດີດເຈົ້າໜ້າທີ່ລະດັບສູງ ຂອງກອງທັບສະຫະລັດ 6 ທ່ານ ຮວມ​ທັງ
2 ທ່ານ ທີ່​ເຄີຍ​ເປັນຜູ້ບັນຊາການ ກຳລັງ​ສະ​ຫະ​ລັດໃນເຂດປາຊີຟິກ ​ກໍ​ໄດ້ເຕືອນຢ່າງ
ເປີດເຜີຍ ກ່ຽວກັບອະນາຄົດ ບ່ອນທີ່ລະບົບເຄືອຂ່າຍ 5G ທີ່ ພັດທະນາໂດຍຈີນນັ້ນ ອາດຈະຖືກຮັບເອົາຢ່າງກວ້າງຂວາງ ພາຍໃນກຸ່ມພັນທະມິດທັງຫຼາຍ ຂອງອາເມຣິກາ.

“ມັນມີເຫດຜົນທີ່ຈະຕ້ອງເປັນຫ່ວງວ່າ ໃນອະນາຄົດ ສະຫະລັດຈະບໍ່ສາມາດໃຊ້
ເຄືອຂ່າຍທີ່ກາງຕໍ່ເທັກໂນໂລຈີຂອງຈີນ ສຳລັບການປະຕິບັດງານ ທາງດ້ານທະຫານ
ໃນເຂດແດນຕ່າງໆທີ່ເປັນພັນທະມິດຂອງສະຫະລັດຢູ່ແລ້ວ ຫຼືປະເທດໃນ ຢູໂຣບ
ເອເຊຍ ແລະຂົງເຂດອື່ນໆ ທີ່ກຳລັງຈະເປັນພາຄີ ກັບສະຫະລັດ”
ນັ້ນແມ່ນຄຳເຫັນ
ຂອງບັນດາຜູ້ນຳໃນກອງທັບ ສະຫະລັດ ທີ່ໄດ້ກ່າວໃນຖະແຫຼງການສະບັບນຶ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG