ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຄົນໃໝ່ ໂຊມາເລຍ ພົບປະ ທ່ານໂອບາມາ (ວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ ຢຸດແວ່ທີ່ກອງປະຊຸມ ລະຫວ່າງປະທານາທິບໍດີໂຊມາເລຍ ທ່ານ Hassan Sheikh Mohamud ແລະຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ Denis McDonough ທີ່ຫ້ອງ Roosevelt ໃນທຳນຽບຂາວ (17 ມັງກອນ 2013)
ປະທານາທິບໍດີບາຣັກ ໂອບາມາ ຢຸດແວ່ທີ່ກອງປະຊຸມ ລະຫວ່າງປະທານາທິບໍດີໂຊມາເລຍ ທ່ານ Hassan Sheikh Mohamud ແລະຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ Denis McDonough ທີ່ຫ້ອງ Roosevelt ໃນທຳນຽບຂາວ (17 ມັງກອນ 2013)
ສະຫະລັດໄດ້ເປີດສັກກະລາດໃໝ່ໃນຄວາມສຳພັນທາງດ້ານ
ການທູດ ຫລັງຈາກໄດ້ຮັບຮູ້ ລັດຖະບານໂຊມາເລຍຢ່າງເປັນ
ທາງການເທື່ອທໍາອິດ ໃນຮອບສອງທົດສະວັດ.

ປະທານາທິບໍດີຄົນໃໝ່ຂອງໂຊມາເລຍ ທ່ານ Hassan Sheikh
Mohamud ໄດ້ພົບປະທີ່ກຸງວໍຊິງຕັນ ກັບປະທານາທິບໍດີບາຣັກ
ໂອບາມາຊຶ່ງໄດ້ຢຸດແວ່ໄປຢ້ຽມການເຈລະຈາລະຫວ່າງທ່ານ Mo-
hamud ແລະຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງ
ສະຫະລັດ.

ທ່ານໂອບາມາໄດ້ກ່າວເຖິງອັນທີ່ທຳນຽບຂາວເອີ້ນວ່າ ຄວາມປະ ທັບໃຈທາງດ້ານການເມືອງ ຂອງໂຊມາເລຍ ຕະຫຼອດທັງຄວາມ
ໝັ້ນຄົງທີ່ໄດ້ຮັບແລະເວົ້າວ່າ ທ່ານມີຄວາມຫວັງໄປໃນແງ່ດີກ່ຽວ
ກັບອະນາຄົດຂອງໂຊມາເລຍ.

ຫລັງຈາກນັ້ນ ທ່ານ Mohamud ກໍໄປຍັງກະຊວງການຕ່າງປະເທດສະຫະລັດເພື່ອແລກ ປ່ຽນບົດບັນທຶກທາງດ້ານການທູດກັບລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ຊຶ່ງເປັນບາດກ້າວທີ່ໃຫ້ການຢືນຢັນໃນການຮັບຮູ້ຂອງສະຫະລັດຕໍ່ລັດ ຖະບານໃໝ່ໂຊມາເລຍ.

ທ່ານນາງ Clinton ກ່າວເຖິງການເຄື່ອນໄຫວດັ່ງກ່າວນີ້ວ່າ ເປັນເຫດການສຳຄັນທາງປະ ຫວັດສາດໂດຍເວົ້າວ່າ ມັນບໍ່ແມ່ນການສິ້ນສຸດລົງ ໃນການເດີນທາງ ແຕ່ຫາກເປັນບາດ ກ້າວສຳຄັນໄປສູ່ການສິ້ນສຸດດັ່ງກ່າວ.

ໃນການໃຫ້ສຳພາດແກ່ວີໂອເອພະແນກພາສາໂຊມາເລຍໃນວັນພະຫັດວານນີ້ປະທານາ ທິບໍດີ Mohamud ກ່າວວ່າ ການຮັບຮູ້ຂອງສະຫະລັດ ແມ່ນບາດກ້າວໄປຂ້າງໜ້າ ແລະ ການບັນລຸຄວາມສຳເລັດທາງດ້ານການທູດ ສຳລັບລັດຖະບານຂອງທ່ານແລະປະຊາຊົນ ຊາວໂຊມາເລຍທົ່ວໄປ.

ທ່ານກ່າວຕື່ມວ່າ ມັນຈະແຜ້ວທາງໃຫ້ໂຊມາເລຍ ໄດ້ກັບຄືນເຂົ້າໄປຮ່ວມອົງການຕ່າງໆ ຂອງນາໆຊາດ ແລະອຳນວຍຄວາມສະດວກ ໃຫ້ແກ່ການບູລະນະສ້າງສາປະເທດຊາດ ຄືນໃໝ່.

ກ່ຽວຂ້ອງກັນ

XS
SM
MD
LG