ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະ​ດີດ ນາຍ​ທະ​ຫານ ໂຊ​ມາ​ເລຍ ປະ​ເຊີນ​ກັບ​ ການ​ດຳ​ເນີນ​ຄະ​ດີ​ ກ່ຽວ​ກັບ ການ​ລະ​ເມີດ ສິດ​ທິ​ມະ​ນຸດ


​ນັກ​ໂທດ​ສອງ​ຄົນ ສ່ອງ​ຜ່ານ​ປະ​ຕູ​ຫ້ອງ​ຂັງ​ຂອງ​ພວກ​ເຂົາ ໃນ​ນະ​ຄອນຫຼວງ ໂມ​ກາ​ດິ​ຊູ. 29 ມັງ​ກອນ, 1993.
​ນັກ​ໂທດ​ສອງ​ຄົນ ສ່ອງ​ຜ່ານ​ປະ​ຕູ​ຫ້ອງ​ຂັງ​ຂອງ​ພວກ​ເຂົາ ໃນ​ນະ​ຄອນຫຼວງ ໂມ​ກາ​ດິ​ຊູ. 29 ມັງ​ກອນ, 1993.

ຜູ້​ທີ່​ອາ​ໄສ​ຢູ່​ໃນ​ລັດ ເວີ​ຈິ​ເນຍ ຄົນ​ນຶ່ງ ໄດ້​ຖືກ​ຟ້ອງ​ ທີ່​ໄດ້​ກ່າວ​ຫາ​ລາວ ກ່ຽວ​ກັບ ການ​ລະ​
ເມີດສິດທິມະນຸດ ໃນເວລາທີ່ລາວເປັນເຈົ້າໜ້າທີ່ລະດັບສູງ ສະໄໝການປົກຄອງຂອງ
ຜູ້ນຳຜະເດັດການທີ່ໂຫດຮ້າຍ ທ່ານ ຊີອາດ ບາເຣ.

ການ​ດຳ​ເນີນ​ຄະ​ດີ​ແພ່ງ​ຕໍ່​ທ້າວ ຢູ​ຊຸ​ຟ ອັບ​ດີ ອາ​ລີ ໄດ້​ເລີ່ມ​ຂຶ້ນ​ ໃນ​ອາ​ທິດນີ້ ຢູ່​ຫ້ອງ​ສານ​
ລັດຖະບານກາງ ສະຫະລັດ ໃນເມືອງ ອາເລັກແຊນເດຣຍ, ລັດ ເວີຈິເນຍ, ໃນການ
ຟ້ອງຮ້ອງ ໂດຍທ້າວ ຟາຮານ ໂມຮາມູດ ຕານີ ວາຟາ, ຜູ້ທີ່ເວົ້າວ່າ ລາວຖືກທໍລະມານ
ແລະ ເກືອບເສຍຊີວິດຍ້ອນທ້າວ ອາລີ ໃນປີ 1988.

ການ​ຟ້ອງ​ຮ້ອງ​ເວົ້າ​ວ່າ ທ້າວ ອາ​ລີ ໄດ້​ເປັນ​ຜູ້​ບັນ​ຊາ​ການ​ກອງ​ພັນ​ທີ​ຫ້າ​ ຂອງ ກອງ​ທັບ​
ບົກ ໂຊມາເລຍ, ເຊິ່ງໄດ້ລາດຕະເວນ ໃນເຂດ ໂຊມາລີແລນ ທີ່ປະກາດແຍກຕົນເອງ.
ທ້າວ ອາລີ ຖືກກ່າວຫາວ່າ ໄດ້ຈັບທ້າວ ວາຟາ ແລະ ຜູ້ຊາຍໜຸ່ມຄົນອື່ນໆໃນທ້າຍປີ
1987 ເພື່ອສອບປາກຄຳ ກ່ຽວກັບ ຖັງນ້ຳທີ່ຫາຍໄປ. ທ້າວ ວາຟາ ເວົ້າວ່າລາວຖືກກັກ
ຂັງເປັນເວລາຫຼາຍເດືອນ, ໃນລະຫວ່າງເວລານັ້ນ ລາວຖືກແກ້ເຄື່ອງອອກ ແລະ ຖືກຕີ
ເປັນປະຈຳ. ໃນການສອບປາກຄຳຄັ້ງສຸດທ້າຍ, ທ້າວ ວາຟາ ເວົ້າວ່າ ທ້າວ ອາລີ ໄດ້
ຍິງລາວຫຼາຍຄັ້ງ ແລະ ໄດ້ສັ່ງໃຫ້ທະຫານນຳເອົາລາວໄປຝັງ, ໂດຍເຊື່ອວ່າລາວໄດ້
ເສຍຊີວິດແລ້ວ.

ແຕ່​ພວກ​ທະ​ຫານໄດ້​ຮູ້ສຶກ​ວ່າ​ລາວ​ຍັງ​ມີ​ຊີ​ວິດ​ຢູ່ ແລະ ໄດ້​ລັກ​ເອົາ​ລາວ​ໄປ​ສົ່ງ​ໃຫ້​ຄອບ​
ຄົວຂອງລາວ ເພື່ອແລກປ່ຽນກັບເງິນຊື້ຈ້າງ.

ທ້າວ ອາ​ລີ ໄດ້ຫຼົບ​ໜີ​ໄປ​ປະ​ເທດ ກາ​ນາ​ດາ ລັງ​ຈາກ​ລັດ​ຖະ​ບານ​ຂອງ​ທ່ານ ບາ​ເຣ ໄດ້
ຖືກໂຄ່ນລົ້ມ ໃນປີ 1991. ລາວຖືກເນລະເທດມາ ສະຫະລັດ ຫຼັງຈາກການກ່າວຫາ
ລາວ ກ່ຽວກັບ ອາຊະຍາກຳສົງຄາມ ໄດ້ຖືກເປີດເຜີຍໃນສາລະຄະດີໂທລະພາບ. ລາວ
ໄດ້ອາໄສຢູ່ໃນລັດເວີຈິເນຍ ດົນກວ່າ 2 ທົດສະວັດແລ້ວ, ແລະ ຄັ້ງນຶ່ງເຄີຍເຮັດວຽກ
ເປັນຍາມຮັກສາຄວາມປອດໄພຢູ່ສະໜາມບິນເຂດນະຄອນຫຼວງ ວໍຊິງຕັນ. ທະນາຍ
ຄວາມຂອງລາວ ໄດ້ປະຕິເສດຂໍ້ກ່າວຫາຕ່າງໆ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG