ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຕັ້ງລາງວັນ​ 33 ລ້ານ​ໂດ​ລາ ສຳຫຼັບຜູ້ນຳ ກຸ່ມ al-Shabab


ກຸ່ມຫົວຮຸນແຮງ al-Shabab ໃນໂຊມາເລຍ
ກຸ່ມຫົວຮຸນແຮງ al-Shabab ໃນໂຊມາເລຍ

ລັດຖະບານ​ຂອງ​ທ່ານ Obama ມີ​ກຳນົດທີ່​ຈະປະກາດໃຫ້​ເງິນລາງວັນ​ຈໍານວນ 33 ລ້ານ​ໂດ​ລາ ສໍາລັບ​ຂໍ້​ມູນ​ທີ່ນຳ​ໄປ​ສູ່​ບ່ອນ​ຫຼົບລີ້ຂອງ​ພວກ​ຜູ້​ນໍາກຸ່ມຫົວ​ຮຸນ​ແຮງ​ al-Shabab ຊຶ່ງ​ເປັນ​ເຄືອ​ຂ່າຍ​ຂອງກໍ່​ການ​ຮ້າຍ al-Qaida ​ໃນ​ໂຊ​ມາ​ເລຍ.

ສື່​ມວນ​ຊົນຂອງ​ສະຫະລັດລາຍ​ງານ​ວ່າ ກະຊວງ​ການ​ຕ່າງປະ​ເທດຂອງ​ສະຫະລັດ ຈະ​ປະກາດໃຫ້ລາງວັນດັ່ງກ່າວຜ່ານໂຄງການໃຫ້​ເງິນ​ລາງວັນ​ເພື່ອຍຸຕິ​ທໍາ​ຂອງ​ຕົນ ໃນ​ວັນ​ພະຫັດ​ມື້​ນີ້ ຊຶ່ງ​ນີ້​ເປັນ​ຄັ້ງ​ທໍາ​ອິດ​ທີ່​ໄດ້​ມີ​ການ​ຕັ້ງ​ເງິນ​ຄ່າ​ຫົວ​ ຂອງ​ພວກຜູ້​ນຳ ອະ​ວຸ​ໂສ​ຂອງ​ກຸ່ມ al-Shabab.

ສະຫະລັດ​ຈະ​ຕັ້ງເງິນລາງວັນ​ຫຼາຍ​ເຖິງ 7 ລ້ານ​ໂດ​ລາ ສໍາ​ລັບຫົວ​ໂປ່​ຜູ້​ກໍ່​ຕັ້ງ​ກຸ່ມ al-Shabab ເງິນ​ລາງວັນ​ຫຼາຍ​ເຖິງ 5 ລ້ານ​ໂດ​ລາ ສໍາ​ລັບຫົວໜ້າ​ຊັ້ນ​ນໍາ​ຂອງ​ກຸ່ມ 4 ຄົນ ​ແລະຫຼາຍ​ເຖິງ 3 ລ້ານ​ໂດ​ລາ ສໍາ​ລັບສະ​ມາ​ຊິກຂັ້ນສູງຂອງ​ກຸ່ມ​ອີກ 2 ​ຄົນ.

ສະຫະລັດ​ໄດ້​ຈັດເອົາກຸ່ມ al-Shabab ​ເຂົ້າ​ໄວ້ໃນບັນຊີ​ລາຍ​ຊື່​ຂອງກຸ່ມ​ກໍ່​ການ​ຮ້າຍ ​ໃນ​ປີ 2008.

ກຸ່ມ​ຫົວ​ຮຸນ​ແຮງດັ່ງກ່າວ​ນີ້​ແມ່ນ​ມີ​ສ່ວນ​ພົວພັນ​ກັບ​ການ​ໂຈມຕີ ​ໃນໂຊ​ມາ​ເລຍ ​ແລ​ະ ອູການ​ດາ.



XS
SM
MD
LG