ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານກຳລັງພິເສດອາເຣິກັນ ຄົນນຶ່ງເສຍຊີວິດໃນການປະທະ ກັນກັບທະຫານບ້ານໂຊມາເລຍ


ພວກນັກລົບ Al-Shabab ນັ່ງຢູ່ເທິງລົດ ທີ່ເຂົາເຈົ້າລາດຕະເວນ ຢູ່ເມືອງ Mogadishu ປະເທດໂຊມາເລຍ.
ພວກນັກລົບ Al-Shabab ນັ່ງຢູ່ເທິງລົດ ທີ່ເຂົາເຈົ້າລາດຕະເວນ ຢູ່ເມືອງ Mogadishu ປະເທດໂຊມາເລຍ.

ເຈົ້າໜ້າທີ່​ຂອງ​ສະຫະລັດ​ເວົ້າວ່າ ພວກ​ຫົວ​ຮຸນ​ແຮງ Al-Shabab ຢູ່​ໃນ​ໂຊ​ມາ​ເລຍ​ໄດ້​
ສັງຫານຊີວິດ​ຂອງສະມາຊິກກໍາລັງ​ທະຫານ​ພິ​ເສດ​ຂອງ​ສະຫະລັດ​ຜູ້​ນຶ່ງ ​ໃນ​ວັນ​ສຸກ​ວານ
​ນີ້ ​ແລະ​ກໍ​ໄດ້​ເຮັດ​ໃຫ້​ສະມາຊິກ​ຂອງ​ທີ​ມງານ​ຂອງ​ອາ​ເມ​ຣິກັນ ທີ່​ຊ່ວຍ​ທະຫານ​ໂຊ​ມາ
​ເລຍນັ້ນ ອີກ 3 ຄົນ​ໄດ້​ຮັບ​ບາດ​ເຈັບ.

ທະຫານກອງ​ກໍາລັງພິ​ເສດ Navy SEAL ທີ່ເສຍ​ຊີວິດ​ໃນ​ຂະນະ​ທີ່ປະຕິບັດ​ງານຕໍ່​ສູ້​ກັບ
ກຸມ al-Shabab ​ແມ່ນ​ທະຫານ​ອາ​ເມຣິກັນຜູ້​ທໍາ​ອິດ ທີ່ເສຍ​ຊີວິດ​ໃນ​ການ​ສູ້​ລົບ​ໃນ​ປ​ະ
​ເທດທີ່​ຖືກ​ສົງຄາມ​ທໍາລາຍ​ແຫ່ງ​ນີ້ ນັບຕັ້ງ​ແຕ່​ມີ​ກການ​ສູ້ລົບ​ກັນ​ຢ່າງ​ຮ້າຍ​ແຮງ​ໃນ​ປີ
1993 ຊຶ່ງ​ເປັນ​ການ​ປະ​ທະ​ກັນທີ່​ພາ​ໃຫ້​ເກີດ​ມີ​ຮູບ​ເງົາ​ເລື້ອງ Black Hawk Down ນັ້ນ​ເປັນຕົ້ນມາ.

​ເຈົ້າໜ້າທີ່​ທໍານຽບຂາວ​ເວົ້າວ່າ ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ​ໄດ້​ສົ່ງຂໍ້​ຄວາມ​ເສົ້າສະ
ຫລົດໃຈ ອັນ​ເລິກ​ເຊິ່ງທີ່​ສຸດ​ໄປ​ຍັງຄອບ​ຄົວ​ຂອງ​ຜູ້ທີ່​ໄດ້ຮັບ​ເຄາະ​ຮ້າຍ​ນັ້ນ ພ້ອມ​ທັງ​ສົ່ງ
​ຄໍາສັນລະ​ເສີນໄປ​ຍັງ​ບັນດາ​ສະມາຊິກ​ໃນ​ກອງທັບ​ສະຫະລັດ ທັງ​ຍິງ​ແລະ​ຊາຍ ທີ່ໄດ້
ພະຍາຍາມ​ອົດທົນຮັບ​ໃຊ້​ຊາດ.

Sanders: ‘Deepest Condolences, Appreciation’ to Soldier, Family
please wait

No media source currently available

0:00 0:00:46 0:00

ປືນ​ທີ່​ຍິງ​ຈາກກຸ່ມ​ຕິດ​ອາວຸດນ້ອຍໆ ​ໄດ້ສັງຫານ​ທະຫານ​ພິ​ເສດ Navy SEAL ຄົນ​ນັ້ນ
ຢູ່​ໃນໝູ່ບ້ານ​ນ້ອຍໆ ​ແຫ່ງ​ນຶ່ງ ​ຊຶ່ງ​ຢູ່​ຫ່າງ​ຈາກ​ເມືອງ Mogadishu ​65 ກິ​ໂລ​ແມັດໄປ​ທາງ
​ຕາ​ເວັນ​ຕົກ. ນາຍ​ທະຫານທ່ານ​ນຶ່ງ​ກ່າວ​ຕໍ່ VOA ວ່າ ຢ່າງໜ້ອຍມີ​ທະຫານ SEAL ອີກ​
ສອງ​ຄົນ ​ແລະ​ນາຍ​ແປ​ພາສາ​ຄົນ​ນຶ່ງ ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ​ຢູ່​ບ້ານ Barire
ທາງ​ຕາ​ເວັນ​ຕົກ​ຂອງ​ເມືອງ Afgoye.

ເມືອງ Afgoye ໃກ້ກັບນະຄອນ Mogadishu ປະເທດ Somalia.
ເມືອງ Afgoye ໃກ້ກັບນະຄອນ Mogadishu ປະເທດ Somalia.

ຜູ້​ບັນຊາ​ການ​ທະຫານ​ຢູ່​ທະວີບອາ​ຟຣິກາ​ຂອງ​ສະຫະລັດ ທີ່​ຮັບຜິດຊອບ​ການ​ປະຕິບັດ
​ງານ​ທາງ​ທະຫານ​ຂອງ​ອາ​ເມຣິກາ​ຢູ່​ໃນ​ທະວີບ​ນັ້ນ ​ເວົ້າວ່າ ກໍາລັງ​ທະຫານ​ສະຫະລັດ​ທີ່​
ມາ​ທໍາ​ການ​ໂຈມ​ຕີ ແມ່ນ​ຖືກ​ໂຈມ​ຕີ ຢູ່​ໃນ​ໄລຍະ​ທີ່​ປະຕິບັດ​ງານ​ທີ່​ໄດ້​ຮັບ​ການ​ແນະ​ນໍາ ​
ແລະ​ເພື່ອ​ຊ່ວຍ​ທໍາ​ການ​ໂຈມ​ຕີ​ແບບ​ຄຽງບ່າ ຄຽງ​ໄລ່​ກັບ​ທະຫານ​ກອງ​ທັບ​ແຫ່ງ​ຊາດ​ຂອງ​
ໂຊ​ມາ​ເລຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG