ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີໃຕ້ ແລະ ສະຫະລັດ ຮ່ວມຊ້ອມລົບ ປະຈໍາປີ (ສະໄລດ໌)


ເກົາຫລີ​ໃຕ້ ​ແລະ​ ສະຫະລັດ ​ໄດ້​ເລີ້ມ​ຕົ້ນ​ທໍາ​ການ ຊ້ອມ​ລົບປະຈໍາປີ
ຮ່ວ​ມ​ກັນ​
ເກົາຫລີ​ໃຕ້ ​ແລະ​ ສະຫະລັດ ​ໄດ້​ເລີ້ມ​ຕົ້ນ​ທໍາ​ການ ຊ້ອມ​ລົບປະຈໍາປີ ຮ່ວ​ມ​ກັນ​
ເກົາຫລີ​ໃຕ້ ​ແລະ​ ສະຫະລັດ ​ໄດ້​ເລີ້ມ​ຕົ້ນ​ທໍາ​ການຊ້ອມ​ລົບປະ
​ຈໍາປີ ຮ່ວ​ມ​ກັນ​ ​ເພື່ອ​ເຝິກ​ແອບ​ການ​ປະສານ​ງານກັນ ລະຫວ່າງ​
ພັນທະ​ມິດ​ທັງ​ສອງ ​ໃນກໍລະນີ ເກີດມີ​ການ​ບຸກລຸກ ຈາກ​ເກົາ
ຫລີ​ເໜືອ.

​ເຖິງ​ແມ່ນ​ວ່າ ການ​ຊ້ອມ​ລົບ Ulchi Freedom Guardian ຫລື
Ulchi ຜູ້​ພິທັກເສລີພາບ ທີ່​ໄດ້​ເລີ້ມ​ຂຶ້ນໃນ​ວັນ​ຈັນ​ມື້​ນີ້ ​ໂດຍສ່ວນ
​ໃຫຍ່ແລ້ວ ຈະດໍາ​ເນີນ ການ​ໂດຍ​ທາງຄອ​ມພິມ​ເຕີກໍ​ຕາມ ​ແຕ່​ກໍພົວພັນ​ທະຫານ ​ເກົາຫລີ​ໃຕ້ ​ແລະ​ສະຫະລັດ ຫລາຍ​ກວ່າ 80,000 ຄົນ.

ຕາມ​ປົກ​ກະຕິ​ແລ້ວ ກຸງ​ພຽງຢາງ ກໍ​ຄື​ເກົາຫລີ​ເໜືອ ມັກ​ຈະສະ​ແດງ​ປະຕິກິລິຍາ​ຕອບຢ່າງ​ໂກດ​ແຄ້ນ ຕໍ່​ການ​ຊ້ອມລົບທາງ​ທະຫານ ຢູ່​ໃນ​ເກົາຫລີ​ໃຕ້ ໂດຍກ່າວ ວ່າ ​ເປັນການ​ເຝິກ
ຊ້ອມ​ເພື່ອ​ເຮັດ​ສົງຄາມ. ​ແຕ່​ວ່າ ການ​ຕອບ​ໂຕ້​ຄັ້ງ​ນີ້​ແມ່ນມິດ​ງຽບ ໃນ​ເວລາທີ່​ຄວາມ​ເຄ່ງ​ຕຶງຢູ່​ໃນແຫລມ​ເກົາຫລີ ​ປະກົດ​ວ່າ​ກໍາລັງ​ລຸດ​ລົງ.

​ເກົາຫລີ​ເໜືອ ​ແລະ​ເກົາຫລີ​ໃຕ້ ​ໄດ້​ຕົກລົງ​ກັນ​ອາທິດ​ແລ້ວ​ນີ້ ທີ່​ຈະ​ທໍາ​ງານ​ຮ່ວມ​ກັນໄປ​ສູ່​ການ​ໄຂ ເຂດ​ອຸສາ​ຫະກໍາ​ຮ່ວມ Keasong ນັ້ນ​ຄືນ​ໃໝ່ ​ແລະ ໃນ​ວັນ​ອາທິດ​ວານ​ນີ້ ກຸງ​ພຽງ​ຢາງກໍໄດ້​ຕົກລົງ​ ​ທີ່​ຈະເຂົ້າ​ຮ່ວມ​ສົນທະນາ ​ເລື້ອງ​ການເຕົ້າ​ໂຮມ​ຄອບຄົວ ​ທີ່​ໄດ້​ຖືກ
ພັດ​ພາກ​ຈາກ​ກັນໃນ​ລະ​ຫວ່າງ ສົງຄາມ​ເກົາຫລີ.

XS
SM
MD
LG