ເຈົ້າໜ້າທີ່ສະຫະລັດ ກ່າວວ່າ ສິບເອກທະຫານສະຫະລັດ Robert Bales ຈະຖືກຟ້ອງ
ຢ່າງເປັນທາງການ ໃນວັນສຸກມື້ນີ້ ໃນຄວາມຜິດ ຖານຂ້າຄົນຕາຍ 17 ກະທົງ ໃນການ
ສັງຫານໝູ່ ພົນລະເຮືອນຊາວອັຟການິສຖານ ໂດຍການຍິງຢ່າງບໍ່ເລືອກໜ້າໃສ່ສອງໝູ່
ບ້ານ ທີ່ແຂວງ Kandahar ທາງພາກໃຕ້ອັຟການິສຖານ.
ເຈົ້າໜ້າທີ່ກ່າວຕື່ມວ່າ ນອກນັ້ນສິບເອກ Bales ຍັງປະເຊີນກັບຂໍ້ຫາພະຍາຍາມຂ້າຄົນ
6 ກະທົງແລະອີກ 6 ກະທົງໃນການທຸບຕີ ທີ່ພົວພັນກັບການຍິງສັງຫານເມື່ອວັນທີ 11
ມີນາຜ່ານມາ.
ສິບເອກ Bales ເປັນທະຫານຜ່ານເສິກ 11 ປີ ໄດ້ຖືກຄຸມຂັງຢູ່ທີ່ຄຸກທະຫານແຫ່ງນຶ່ງ
ທີ່ຄ້າຍ Fort Leavenworth ໃນລັດ Kansas. ລາວຖືກກ່າວຫາວ່າ ໄດ້ຢ່າງອອກຈາກ
ຄ້າຍທະຫານບ່ອນທີ່ລາວປະຈຳ ການຢູ່ໃນພາກໃຕ້ຂອງອັຟການິສຖານ ທ່າມກາງຄວາມ
ມືດ ແລະໄດ້ຍິງສັງຫານເດັກນ້ອຍຕາຍເກົ້າຄົນ ແລະຜູ້ໃຫ່ຍແປດຄົນ.
ພວກຍາດພີ່ນ້ອງຂອງຊາວອັຟການິສຖານທີ່ເສຍຊີວິດໃນການສັງຫານ ໝູ່ຄັ້ງນີ້ກ່າວໃນ
ວັນສຸກມື້ນີ້ວ່າ ເຂົາເຈົ້າຢາກໃຫ້ດຳເນີນຄະດີ ສິບເອກ Bales ຢູ່ທີ່ອັຟການິສຖານ.
ການສັງຫານພົນລະເຮືອນອັຟການິສຖານ ພາໃຫ້ມີການອະພິປາຍກ່ຽວກັບ
ພາລະກິດຂອງສະຫະລັດໃນອັຟການິສຖານ: