ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ສຫລ ຄົນນຶ່ງ ຖືກຈັບໃນຂໍ້ຫາ ​ພິມ​ເຜີຍ​ແຜ່​ ວິ​ທີ​ເຮັດ​ລະ​ເບີດ ລົງ​ທາງ​ສື່​ສັງ​ຄົມ ອອນ​ລາຍ


ລົດຫຼາຍຄັນ ຈອດຢູ່ອ້ອມ ຫໍຖັງເກັບນ້ຳ ໃນເມືອງ ຟອດ ຣາຍລີ (Fort Riley) ລັດແຄນແຄນຊັສ, ວັນທີ 9 ກຸມພາ 2015ບ່ອນທີ່ທະຫານກອງທັບບົກ ຄົນນຶ່ງ ຖືກຈັບກຸມ ຍ້ອນ​ພິມ​ເຜີຍ​ແຜ່​ວິ​ທີ​ເຮັດ​ລະ​ເບີດ ລົງ​ທາງ​ສື່​ສັງ​ຄົມອອນ​ລາຍ.
ລົດຫຼາຍຄັນ ຈອດຢູ່ອ້ອມ ຫໍຖັງເກັບນ້ຳ ໃນເມືອງ ຟອດ ຣາຍລີ (Fort Riley) ລັດແຄນແຄນຊັສ, ວັນທີ 9 ກຸມພາ 2015ບ່ອນທີ່ທະຫານກອງທັບບົກ ຄົນນຶ່ງ ຖືກຈັບກຸມ ຍ້ອນ​ພິມ​ເຜີຍ​ແຜ່​ວິ​ທີ​ເຮັດ​ລະ​ເບີດ ລົງ​ທາງ​ສື່​ສັງ​ຄົມອອນ​ລາຍ.

ທະ​ຫານ​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ ໄດ້​ຖືກ​ຈັບ ຍ້ອນ​ພິມ​ເຜີຍ​ແຜ່​ວິ​ທີ​ເຮັດ​ລະ​ເບີດ ລົງ​ທາງ​ສື່​
ສັງ​ຄົມ.

ນອກນັ້ນ ທ້າວ​ຈາ​ແຣັດ ວິ​ລ​ລຽມ ສ​ມິ​ທ ອາ​ຍຸ 24 ​ປີ ພົນ​ທະ​ຫານ​ຊັ້ນ​ນຶ່ງ ຍັງໄດ້​ໂອ້​ລົມ
​ ກ່ຽວ​ກັບ​ການວາງ​ລະ​ເບີດໃສ່​ຕາ​ໜ່າງ​ຂ່າວ ​ໂດຍ​ຈະ​ສັງ​ຫານ​ພວກ​ນັກເຄື່ອນ​ໄຫວ ​
ຊ້າຍ​ຈັດ ທີ່​ຮູ້​ກັນ​ໃນ​ຊື່ “antifa” ​ແລະ​ໄດ້​ລະ​ບຸ​ຊື່​ຜູ້​ສະ​ໝັກ​ປະ​ທາ​ນາທິ​ບໍ​ດີ ເບ​ໂຕ
ໂອ​ຣວກ ທີ່​ອາດ​ເປັນ​ເປົ້າໝາຍ ອີງ​ຕາມ​ສຳ​ນວນ​ຟ້ອງ​ທາງ​ອາ​ຍາ ທີ່​ໄດ້​ຍື່ນ​ໃນ​ວັນ​ຈັນ
​ວານນີ້.

ທ້າວ​ສ​ມິ​ທ ໄດ້​ຖືກ​ກ່າວ​ຫາ​ໃນ​ຄວາມ​ຜິດ​ນຶ່ງ​ກະ​ທົງ ໃນ​ຖານ​ແຈກ​ຈ່າຍ​ຂໍ້​ມູນ​ທີ່​ພົວພັນ​
ກັບ​ດິນ​ລະ​ເບີດແລະ​ອາ​ວຸດ​ທີ່​ມີ​ອະ​ນຸ​ພາບ​ຮ້າຍ​ແຮງ ຢູ່​ທີ່​ສານ​ລັດ​ຖະ​ບານ​ກາງ​ໃນ​ເມືອງ
​ໂທ​ເປ​ກາ ລັດ​ແຄນ​ຊັ​ສ.

ຖ້າ​ຫາກ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ຜູ້​ກ່ຽວ​ອາດ​ຖືກ​ໂທດ​ຈຳ​ຄຸກ​ດົນ​ເຖິງ 20 ປີ.

ນອກນັ້ນ ທ້າວ​ສ​ມິ​ທ​ຍັງ​ໄດ້​ລົງ​ຂ່າວ​ທາງ​ເຟ​ສ​ບຸກ ກ່ຽວ​ກັບ​ຄວາມ​ປະ​ສົງ​ຂອງ​ລາວ​ທີ່​ຈະ
​ເດີນ​ທາງ​ໄປ​ຢູ​ເຄ​ຣນ ເພື່ອ​ເຂົ້າ​ຮ່ວມ​ການ​ສູ້​ລົບ​ກັບ​ກອງ​ກຳ​ລັງ ທີ່​ຮູ້​ກັນ​ໃນ​ຊື່ ກອງ​ພັນ ​
ອາ​ຊອບ (Azov Battalion.)

ໃນ​ເດືອນ​ແລ້ວນີ້ ທ້າວ​ສ​ມິທ​ເລີ້ມ​ໂອ້​ລົມ​ທາງ​ອິນ​ເຕີ​ແນັດ ກັບ​ເຈົ້າ​ໜ້າ​ທີ່ສືບ​ສວນ​ທີ່​
ປອມ​ໂຕ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ເລື້ອງ​ເຮັດ​ລະ​ເບີດ ແລະ​ດິນ​ລະ​ເບີດ​ຕ່າງໆ ຈາກ​ສິ່ງ
​ທີ່​ມີ​ຢູ່​ໃນ​ບ້ານ​ເຮືອນ.

ທ້າວ​ສ​ມິທ​ເວົ້າ​ວ່າ “ການ​ເຮັດ​ປືນ​ອາ​ກາ 47 ຈາກຊິ້ນ​ສ່ວນ​ລາ​ຄາ​ແພງ ​ແມ່ນ​ດີ​ຫຼາຍ ແຕ່
ລອງວາດ​ພາບ​ເບິ່ງ​ດຸ ຖ້າ​ເຮົາ​ໄປ​ຮ້າ​ນວອ​ລ​ມາດ ແຕ່​ແທນ​ທີ່​ຈະ​ແມ່ນ​ຮ້ານ​ຂາຍ​ປືນເພື່ອ​
ຊື້​ອາ​ວຸດ.”

ທ້າວ​ສ​ມິທກ່າວ​ຕໍ່​ເຈົ້າ​ໜ້າ​ທີ່​ສືບ​ສວນ​ເອັ​ຟ​ບີ​ອາຍ​ທີ່​ປອມ​ຕົວ​ວ່າ ເປົ້າ​ໝາຍຂັ້ນສຸດ​ທ້າຍ​
ຂອງ​ລາວ​ກໍ​ຄືສ້າງ​ “ຄວາມ​ສັບ​ສົນ​ວຸ້ນວາຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG