ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໔ ມິຖຸນາ ໒໐໒໕

ທະຫານສະຫະລັດ ທີ່ສັງຫານ ພົນລະເຮືອນອັຟການິສຖານ ຖືກຟ້ອງ ຢ່າງເປັນທາງການແລ້ວ(ເບິ່ງວິດີໂອ)


ສິບເອກ Robert Bales
ສິບເອກ Robert Bales

ທະຫານ​ສະຫະລັດ ອາຍຸ 38 ປີ ທີ່​ຖືກ​ກ່າວ​ຫາ​ວ່າ ສັງຫານ​ໝູ່​ພວກ​ຊາວບ້ານ ​ໃນ​ອັຟກາ​
ນິສຖານ​ນັ້ນ ​ໄດ້​ຖືກ​ຟ້ອງ​ 17 ກະທົງ​ ໃນ​ຖານ​ຂ້າ​ຄົນ​ຕາຍແລະ​ອີກ 6 ກະທົງ​ໃນ​ຖານ​ພະ
ຍາຍາມ​ຂ້າ​ຄົນ ​ແຕ່​ອາດ​ຈະ​ໃຊ້​ເວລາ​ດົນ​ເຖິງ​ສອງ​ປີ​ ກ່ອນ​ທີ່ການ​ດຳ​ເນີນ​ຄະດີ ​ຈະ​ເລີ່​ມຂຶ້ນ.
ເຫດ​ຮ້າຍ​ດັ່ງກ່າວ ເຮັດ​ໃຫ້​ຄວາມ​ສຳພັນລະຫວ່າງ​ສະຫະລັດ​ແລະ​ອັຟກາ​ນິສຖານທີ່​ເຄັ່ງ​ຕຶງ
ຢູ່​ແລ້ວນັ້ນຮ້າຍ​ແຮງ​ຂຶ້ນ​ຕື່ມ.

ສິບ​ເອກ Robert Bales ທີ່​ເຂົ້າຮັບໃຊ້ ​ເປັນ​ທະຫານ​ຢູ່​ໃນ​ກອງທັບ​ສະຫະລັດ​ເປັນ​ເວລາ
11 ປີນັ້ນ ຖືກ​ກ່າວ​ຫາ​ວ່າ ​ໄດ້ອອກ​ຈາກ​ຄ້າຍ​ຂອງ​ລາວ​ໄປ ທີ່​ຕັ້ງຢູ່​ໃນ​ພາກ​ໃຕ້​ອັຟກາ​ນິສ
ຖານທ່າມກາງ​ການ​ປົກ​ຄຸມ​ຂອງ​ຄວາມ​ມືດໃນຕົ້ນ​ເດືອນນີ້ ແລະ​ກໍ​ໄດ້​ຍິງ​ສັງຫານພວກ​ເດັກ
ນ້ອຍ 9 ຄົນ​ແລະ​ຜູ້​ໃຫຍ່​ອີກ 8 ຄົນ. ຍາດ​ພີ່ນ້ອງຂອງ​ພວກ​ເຄາະ​ຮ້າຍ ກ່າວ​ໃນ​ວັນສຸກ
ວານ​ນີ້ວ່າ ​ເຂົາ​ເຈົ້າຢາກ​ໃຫ້​ດຳ​ເນີນຄະດີ​ສິບ​ເອກ Bales ​ຢູ່​ທີ່​ອັຟກາ​ນິສຖານ.

ໂຄສົກ​ຄົນ​ນຶ່ງ​ທີ່​ຄ້າຍ​ທະຫານ​ບ່ອນ​ທີ່​ສິບ​ເອກ Bales ປະຈຳການ​ຢູ່​ໃນ​ລັດ​ວໍ​ຊິງຕັນ​ກ່າວ​ວ່າ
ຈະ​ໃຊ້​ເວລາອີກ​ຫຼາຍໆ​ເດືອນ ກ່ອນ​ທີ່​ຈະ​ມີ​ການ​ຮັບ​ຟັງ​ຄຳ​ໃຫ້ການ ໃນ​ຂັ້ນຕົ້ນ ​ແລະ​ບາງທີ​
ອາດ​ຈະ​ໃຊ້​ເວລາ​ເຖິງ 2 ປີີ ​ແລ້ວ​ແຕ່​ການ​ຮ້ອງ​ຂໍ​ຕໍ່​ສານ​ແລະ​ການ​ຕອບ​ຮັບ.

ສິບ​ເອກ Bales ທີ່​ມີ​ລູກນ້ອຍ 2 ຄົນໄດ້ຖືກ​ແຈ້ງ​ໃຫ້​ຮູ້​ຢ່າງ​ເປັນ​ທາງ​ການ​ໃນວັນ​ສຸກ​ວານ​ນີ້
ກ່ຽວ​ກັບ​ການ​ຕັ້ງຂໍ້​ຫາ​ຕໍ່​ລາວ ທີ່​ຄຸກ​ທະຫານ​ຂອງ​ສະຫະລັດ​ແຫ່ງນຶ່ງ ​ຢູ່ໃນ​ຄ້າຍ Fort Lea-
venworth ​ໃນ​ລັດ Kansas ບ່ອນ​ທີ່​ລາວ​ຖືກ​ກັກ​ໂຕ​ໄວ້ໃນ​ເວລາ​ນີ້.

ທະນາຍຄວາມ ​ທີ່​ເປັນ​ພົນລະ​ເຮືອນ​ຂອງ​ສິບ​ເອກ Bales ທ່ານ John Henry Browne
ຍອມຮັບ​ວ່າ​ລູກ​ຄວາມ​ຂອງ​ລາວໄດ້​ດື່ມ​ເຫຼົ້າ ​ກ່ອນ​ການ​ຍິງ​ສັງຫານ​ແບບບໍ່​ເລືອກ​ໜ້າ ທັງໆ​ທີ່​
ກອງທັບ​ສະຫະລັດ​ໄດ້​ຫ້າມ​ບໍ່​ໃຫ້​ກິນ​ເຫຼົ້າ.

ທ່ານ Browne ກ່າວ​ວ່າ ລູກ​ຄວາມ​ຂອງ​ລາວ​ມີ​ທ່າ​ທາງ​ວ່າ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ຄວາມເຄັ່ງ​
ຄຽດ​ຍ້ອນ​ການ​ສູ້​ລົບ.

XS
SM
MD
LG