ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊ້ອມລົບ ສະຫະລັດ ກັບເກົາຫຼີໃຕ້


ສະຫະລັດ ແລະເກົາຫຼີໃຕ້ ປະກາດ ໃນວັນອັງຄານ ມື້ນີ້ວ່າ ການຊ້ອມລົບຮ່ວມ ທາງທະຫານ ຂະໜາດໃຫຍ່ ທີ່​ໄດ້​ວາງ​ແຜນ​ໄວ້​ນັ້ນ ຈະເລີ້ມຂຶ້ນ ໃນວັນອາທິດ ທີ 25 ກໍລະກົດນີ້.

ກອງບັນຊາການ ກຳລັງສະຫະປະຊາຊາດ ໃນແຫຼມເກົາຫຼີ ກ່າວໃນຖະແຫຼງຂ່າວ ສະບັບນຶ່ງວ່າ ການຊ້ອມລົບ ເປັນເວລາ 4 ມື້ ທີ່ມີຊື່ວ່າ INVINCIBLE SPIRIT ຫຼືຈິດໃຈ ທີ່ບໍ່ມີໃຜສາມາດ ເອົາຊະນະໄດ້ນັ້ນ ຈະເນັ້ນໃຫ້ເຫັນ ເຖິງການຕັດສິນໃຈ ຢ່າງແນ່ວແນ່ ຂອງພັນທະມິດ ທີ່ຈະປະເຊີນກັບ ການຂົ່ມຂູ່ໃດໆກໍຕາມ ຈາກເກົາຫຼີເໜືອ.

ກຳປັ່ນ ບັນທຸກເຮືອບິນ GEORGE WASHINGTON ຈະປະກອບສ່ວນ ໃນການຊ້ອມລົບ ຄັ້ງນີ້ ພ້ອມໆກັບ ເຮືອບິນລົບ ແອັຟ-22 ທີ່ເຣດ້າ ບໍ່ສາມາດຈັບໄດ້ ຊຶ່ງຈະເປັນ ການຝຶກຊ້ອມ ປະຕິບັດງານ ເທື່ອທຳອິດ ຂອງ​ເຮືອ​ບີນລຸ່ນນີ້ ຢູ່ພາຍໃນ ແລະອ້ອມແອ້ມ ເກົາຫຼີໃຕ້.

ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະລັດ ທ່ານ ROBERT GATES ໄດ້ເດີນທາງ ໄປເຖິງກຸງໂຊລ ໃນຕອນແລງ ວານນີ້ ເພື່ອທຳການ ເຈລະຈາຫາລື ເປັນເວລາ 3 ມື້. ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນ ກໍຈະໄປສົມທົບ ກັບທ່ານ ໃນວັນພຸດມື້ອື່ນ ໃນອັນທີ່ເອີ້ນວ່າ ການເຈລະຈາ 2 ບວກ 2 ກັບຄູ່ຕຳແໜ່ງ ຝ່າຍເກົາຫຼີໃຕ້.

XS
SM
MD
LG