ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ລົງໂທດຄັ້ງໃໝ່ ຕໍ່ເກົາຫຼີເໜືອ


ສະຫະລັດ ທຳການລົງໂທດ ທາງດ້ານເສດຖະກິດ ຮອບ ໃໝ່ ຕໍ່ເກົາຫຼີເໜືອ ຂະນະທີ່ ສະຫະລັດ ທຳຄວາມ ກົດດັນ ເພີ້ມຂຶ້ນ ຕໍ່ອຳນາດ ການປົກຄອງ ຄອມມູນິດ ພຽງຢາງ ລຸນຫຼັງ ທີ່ໄດ້ມີ ການຈົມກຳປັ່ນລົບ ຂອງເກົາຫຼີໃຕ້.

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງຮິລ​ເລີຣີ ຄລິນຕັນ ໄດ້ປະກາດ ກ່ຽວກັບ ການລົງໂທດ ທີ່ກຸງ ໂຊລ ໃນວັນພຸດມື້ນີ້ ຫຼັງຈາກທ່ານນາງ ແລະ ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະລັດ ທ່ານ ROBERT GATES ໄດ້ເຈລະຈາຫາລື ກັບຄູ່ຕຳແໜ່ງ ຝ່າຍເກົາຫຼີໃຕ້ ຂອງພວກທ່ານ ຄືລັດຖະມົນຕີ ການຕ່າງປະເທດ ທ່ານ YU MYUNG-HWAN ແລະ ລັດຖະມົນຕີ ປ້ອງກັນປະເທດ ທ່ານ KIM TAE YOUNG. ທ່ານນາງຄລິນຕັນ ກ່າວວ່າ ການລົງໂທດ ຮອບໃໝ່ນີ້ ແມ່ນແນໃສ່ ເພື່ອຍຸຕິ ກິດຈະການ ທີ່ຜິດກົດໝາຍ ຂອງອຳນາດການປົກຄອງ ຄອມມູນິດ ເກົາຫຼີເໜືອ ຮວມທັງ ການຄ້າອາວຸດ ແລະສິນຄ້າຟູມເຟືອຍ ເພື່ອນຳເງິນ ມາສະໜັບສະໜຸນ ໂຄງການນິວເຄລຍນັ້ນ.

ທ່ານນາງຄລິນຕັນ ຢືນຢັດວ່າ ການລົງໂທດ ທີ່ວ່ານີ້ ບໍ່ມີຈຸດປະສົງ ແນໃສ່ປະຊາຊົນ ຊາວເກົາຫຼີເໜືອ ແຕ່ຢ່າງໃດ.

ທັງສອງຝ່າຍ ໄດ້ອອກຖະແຫຼງການ ສະບັບນຶ່ງ ເຕືອນພຽງຢາງ ເຖິງຜົນ ທີ່ຈະຕິດຕາມມາ ຢ່າງຮ້າຍແຮງ ຖ້າເກົາຫຼີເໜືອ ຫາກດຳເນີນການ ແບບຮຸກຮານ ໃດໆກໍຕາມ ຕໍ່ເກົາຫຼີໃຕ້ອີກ. ສະຫະລັດ ແລະເກົາຫຼີໃຕ້ ຮຽກຮ້ອງໃຫ້ ເກົາຫຼີເໜືອ ຮັບເອົາ ຄວາມຮັບຜິດຊອບ ກ່ຽວກັບ ການຈົມ ກຳປັ່ນລົບ CHEONAN ຂອງເກົາຫຼີໃຕ້ ໃນວັນທີ 26 ມີນາ ທີ່ເປັນເຫດໃຫ້ ທະຫານເຮືອ ເກົາຫຼີໃຕ້ 46 ຄົນ ເສຍຊີວິດໄປນັ້ນ. ການສືບສວນ ຂອງນາໆຊາດ ສະຫຼຸບວ່າ ກຳປັ່ນລົບ CHEONAN ຫຼົ້ມ ຍ້ອນຖືກລູກລະເບີດ ຕໍປີໂດ ທີ່ຍິງຈາກ ເຮືອດຳນໍ້າ ຂອງເກົາຫຼີເໜືອ ຊຶ່ງເປັນຂໍ້ຫາ ທີ່ພຽງຢາງ ໄດ້ປະຕິເສດ ຢ່າງແຂງຂັນ.

XS
SM
MD
LG