ເກົາຫລີໃຕ້ແລະສະຫະລັດໄດ້ເລີ້ມທໍາການຊ້ອມລົບປະຈໍາປີຮ່ວມກັນໃນວັນອັງຄານມື້ນີ້
ເຖິງແມ່ນມີຄໍາເຕືອນຈາກກຸງພຽງຢ້າງວ່າການຊ້ອມລົບດັ່ງກ່າວຈະທໍາລາຍຄວາມຫວັງ
ຕ່າງໆເພື່ອສັນຕິພາບໃນແຫລມເກົາຫລີກໍຕາມ.
ກອງບັນຊາການກໍາລັງຮ່ວມຂອງທັງສອງຝ່າຍ ກ່າວວ່າ ຕົນທໍາການຊ້ອມລົບທີ່ໄດ້ຮັບ
ການສະໜັບສະໜຸນຈາກເຄື່ອງຄອມພີວເຕີເປັນເວລາ10 ມື້ເພື່ອປັບປຸງສະມັດຖະພາບ
ຂອງຕົນໃຫ້ດີຂຶ້ນໃນການປ້ອງກັນເກົາຫລີໃຕ້ ຕໍ່ການໂຈມຕີທີ່ອາດຈະມີຂຶ້ນໄດ້ຈາກເກົາ
ຫລີເໜືອນັ້ນ.
ນາຍພົນ James D. Thurman ຈາກກອງທັບສະຫະລັດ ຊຶ່ງເປັນຜູ້ບັນຊາການກໍາລັງ
ປະສົມກ່າວວ່າ ກໍາລັງເຫລົ່ານີ້ໃຊ້ບົດຮຽນຕ່າງໆ ທີ່ໄດ້ຮຽນມາຈາກອີຣັກແລະອັຟກາ
ນີສຖານ ຕະຫຼອດທັງບົດຮຽນທີ່ກຸ່ມພັນທະມິດໄດ້ຖອດຖອນມາຈາກປະສົບການຕ່າງໆ
ຈາກການເກາະຜິດຂອງເກົາຫລີເໜືອຫວ່າງໄວໆຜ່ານມານີ້.
ໃນສັບປະດາຜ່ານມານີ້ ເກົາຫລີເໜືອໄດ້ຮຽກຮ້ອງໃຫ້ຍົກເລີກການຊ້ອມລົບທີ່ວ່ານີ້ ໂດຍ
ກ່າວວ່າ ມັນຈະທໍາລາຍຄວາມພະຍາຍາມ ເພື່ອຮື້ຟື້ນການພົບປະເຈລະຈາກັນຄືນໃໝ່ ທີ່
ມີວັດຖຸປະສົງແນໃສ່ເພື່ອທັບມ້າງໂຄງການຜະລິດອາວຸດນີວເຄລຍຂອງເກົາຫລີເໜືອນັ້ນ.